Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 14:3 - ພຣະຄຳພີສັກສິ

3 ສ່ວນ​ປະໂຣຫິດ​ຜູ້​ທີ່​ຖື​ເອໂຟດ​ແມ່ນ​ອາຮີຢາ ລູກຊາຍ​ຂອງ​ອາຮີຕຸບ ແລະ​ຫລານຊາຍ​ຂອງ​ອີຄາບົດ; ອີຄາບົດ​ເປັນ​ລູກຊາຍ​ຂອງ​ຟີເນຮາ​ຜູ້​ເປັນ​ຫລານຊາຍ​ຂອງ​ເອລີ ປະໂຣຫິດ​ຂອງ​ພຣະເຈົ້າຢາເວ​ທີ່​ເມືອງ​ຊີໂລ. ບໍ່ມີ​ຜູ້ໃດ​ໃນ​ພວກ​ທະຫານ​ຮູ້​ວ່າ ໂຢນາທານ​ໄດ້​ອອກ​ໄປ​ຈາກ​ຄ້າຍ.

Uka jalj uñjjattʼäta Copia luraña




1 ຊາມູເອນ 14:3
9 Jak'a apnaqawi uñst'ayäwi  

ທຸກໆ​ປີ​ໃດ ເອນການາ​ໄດ້​ອອກ​ຈາກ​ເມືອງ​ຣາມາ ໄປ​ນະມັດສະການ ແລະ​ຖວາຍ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າຢາເວ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ທີ່​ເມືອງ​ຊີໂລ. ພວກ​ທີ່​ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າຢາເວ​ໃນ​ເມືອງ​ນີ້​ແມ່ນ​ໂຮຟະນີ​ແລະ​ຟີເນຮາ ລູກຊາຍ​ສອງ​ຄົນ​ຂອງ​ເອລີ.


ກະສັດ​ໂຊນ​ໄດ້​ກ່າວ​ແກ່​ທະຫານ​ຂອງຕົນ​ວ່າ, “ໃຫ້​ພວກເຮົາ​ລົງ​ໄປ​ໂຈມຕີ​ພວກ​ຟີລິດສະຕິນ​ໃນ​ຕອນ​ກາງຄືນ ຫລອນ​ໂຈມຕີ​ພວກເຂົາ​ຈົນຮອດ​ຮຸ່ງເຊົ້າ ແລະ​ໃຫ້​ຂ້າ​ພວກເຂົາ​ຖິ້ມ​ໝົດ.” ພວກເຂົາ​ຕອບ​ວ່າ, “ຈົ່ງ​ເຮັດ​ຕາມ​ທີ່​ທ່ານ​ເຫັນ​ວ່າ​ດີທີ່ສຸດ​ເຖີດ.” ແຕ່​ປະໂຣຫິດ​ເວົ້າ​ວ່າ, “ໃຫ້​ພວກເຮົາ​ປຶກສາ​ພຣະເຈົ້າ​ເບິ່ງ​ສາ​ກ່ອນ.”


ໃນຂະນະ​ດຽວກັນ​ນັ້ນ ເດັກຊາຍ​ຊາມູເອນ​ກໍ​ສືບຕໍ່​ບົວລະບັດ​ຮັບໃຊ້​ຕໍ່ໜ້າ​ພຣະເຈົ້າຢາເວ ໂດຍ​ນຸ່ງ​ເສື້ອຄຸມ​ຜ້າປ່ານ​ເອໂຟດ.


ຈາກ​ເຜົ່າ​ທັງໝົດ​ໃນ​ຊາດ​ອິດສະຣາເອນ ເຮົາ​ໄດ້​ເລືອກເອົາ​ຄອບຄົວ​ຂອງ​ລາວ​ໃຫ້​ເປັນ​ປະໂຣຫິດ ເພື່ອ​ບົວລະບັດ​ຮັບໃຊ້​ເຮົາ​ທີ່​ແທ່ນບູຊາ ເພື່ອ​ເຜົາ​ເຄື່ອງຫອມ​ແລະ​ເພື່ອ​ຖື​ເອໂຟດ ມາ​ປຶກສາ​ຫາລື​ກັບ​ເຮົາ. ເຮົາ​ໃຫ້​ພວກເຂົາ​ມີ​ສິດ​ຮັບ​ເອົາ​ສ່ວນແບ່ງ​ຂອງ​ເຄື່ອງ​ບູຊາ ທີ່​ເຜົາ​ຢູ່​ເທິງ​ແທ່ນບູຊາ.


ແຕ່​ອາບີອາທາ​ລູກຊາຍ​ຄົນ​ໜຶ່ງ​ຂອງ​ອາຮີເມເຫຼັກ ປົບໜີໄປ​ຫາ​ດາວິດ​ໄດ້.


ນາງ​ໃສ່​ຊື່​ເດັກ​ນັ້ນ​ວ່າ ອີຄາບົດ ໂດຍ​ອະທິບາຍ​ວ່າ, “ສະຫງ່າຣາສີ​ໄດ້​ໄປ​ຈາກ​ຊາດ​ອິດສະຣາເອນ” ອັນ​ເປັນ​ການ​ອ້າງ​ເຖິງ​ຫີບ​ຂອງ​ພຣະເຈົ້າ​ທີ່​ໄດ້​ຖືກ​ຢຶດ​ໄປ​ນັ້ນ ແລະ​ການ​ຕາຍ​ຂອງ​ພໍ່ປູ່​ພ້ອມ​ທັງ​ຜົວ​ຂອງ​ນາງ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ສົ່ງ​ຄົນ​ໄປ​ທີ່​ເມືອງ​ຊີໂລ ເພື່ອ​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ທີ່​ນັ່ງ​ເທິງ​ບັນລັງ​ຂອງ​ເຄຣຸບ. ໂຮຟະນີ​ແລະ​ຟີເນຮາ ລູກຊາຍ​ສອງ​ຄົນ​ຂອງ​ເອລີ ໄດ້​ເດີນທາງ​ມາ​ພ້ອມ​ກັບ​ຫີບ​ພັນທະສັນຍາ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka