Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 14:16 - ພຣະຄຳພີສັກສິ

16 ທະຫານ​ຂອງ​ກະສັດ​ໂຊນ​ທີ່​ເຝົ້າຍາມ​ເມືອງ​ກີເບອາ​ໃນ​ເຂດແດນ​ເບັນຢາມິນ ໄດ້​ເຫັນ​ພວກ​ຟີລິດສະຕິນ​ແລ່ນ​ໄປມາ​ຢ່າງ​ສັບສົນ​ວຸ້ນວາຍ​ກັນ​ຢູ່.

Uka jalj uñjjattʼäta Copia luraña




1 ຊາມູເອນ 14:16
8 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ພວກເຂົາ​ຫາຍ​ໄປ​ເໝືອນ​ດັ່ງ​ທີ່​ນໍ້າ​ຖືກ​ເປັ່ງ​ອອກ​ໄປ ຂໍ​ໃຫ້​ຖືກ​ຢຽບຢໍ່າ​ດັ່ງ​ຫຍ້າ​ຕາມ​ທາງຍ່າງ.


ພຣະອົງ​ໄລ່​ພວກເຂົາ​ໜີໄປ​ດັ່ງ​ຄວັນໄຟ​ຖືກ​ລົມ​ພັດ​ພ່າຍ ເໝືອນ​ຂີ້ເຜິ້ງ​ທີ່​ເປື່ອຍ​ໃນ​ໄຟ ຄົນຊົ່ວ​ກໍ​ຕາຍ​ຢູ່​ຊ້ອງໜ້າ​ພຣະເຈົ້າ.


“ເຮົາ​ຈະ​ເຮັດ​ໃຫ້​ປະເທດ​ເອຢິບ​ສັ່ນ​ສະທ້ານ ແລະ​ເກີດ​ເສິກ​ກາງເມືອງ; ອ້າຍ​ນ້ອງ​ຈະ​ຕໍ່ສູ້​ກັນ ແລະ​ເພື່ອນບ້ານ​ຈະ​ສູ້ຮົບ​ກັນ. ເມືອງຕ່າງໆ​ຈະ​ຕໍ່ສູ້​ກັນ​ເອງ​ເພາະ​ການ​ເປັນສັດຕູ​ກັນ ແລະ​ກະສັດ​ທີ່​ເປັນ​ສັດຕູ​ກັນ​ກໍ​ຈະ​ຍາດແຍ່ງ​ອຳນາດກັນ.


ໃນ​ຂະນະທີ່​ທະຫານ​ຂອງ​ກີເດໂອນ​ເປົ່າແກ​ຂຶ້ນ​ນັ້ນ ພຣະເຈົ້າຢາເວ​ກໍ​ບັນດານ​ໃຫ້​ຄົນ​ທີ່​ຢູ່​ໃນ​ຄ້າຍພັກ​ຈັບ​ດາບ​ຂຶ້ນ​ຕໍ່ສູ້​ກັນ​ເອງ. ພວກເຂົາ​ແລ່ນ​ໜີໄປ​ທາງ​ເມືອງ​ຊາເຣທານ ຈົນເຖິງ​ເມືອງ​ເບັດຊິດຕາ​ແລະ​ເມືອງ​ອາເບັນ​ເມໂຮລາ​ທີ່​ຢູ່​ໃກ້​ບ້ານ​ຕັບບັດ.


ພວກ​ຟີລິດສະຕິນ​ທຸກຄົນ​ທີ່​ຢູ່​ນອກເມືອງ​ເກີດ​ຢ້ານກົວ; ພວກ​ກອງໂຈນ​ແລະ​ພວກ​ທະຫານ​ທີ່​ຢູ່​ໃນ​ຄ້າຍ​ກໍ​ຢ້ານກົວ​ຈົນ​ຕົວ​ສັ່ນເຊັນ ແຜ່ນດິນ​ຫວັ່ນໄຫວ ແລະ​ເກີດ​ມີ​ການ​ສັບສົນ​ວຸ້ນວາຍ​ກັນ​ຢ່າງ​ໃຫຍ່.


ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ສັ່ງ​ທະຫານ​ຂອງຕົນ​ວ່າ, “ນັບ​ເບິ່ງດູ ມີ​ທະຫານ​ຄົນ​ໃດ​ຫາຍ​ໄປ​ແດ່?” ເມື່ອ​ພວກເຂົາ​ນັບ​ເບິ່ງ​ແລ້ວ​ກໍ​ພົບ​ວ່າ ໂຢນາທານ​ກັບ​ຊາຍໜຸ່ມ​ຜູ້​ທີ່​ຖື​ອາວຸດ​ໃຫ້​ລາວ​ນັ້ນ​ຫາຍໄປ.


ແລ້ວ​ເພິ່ນ​ກັບ​ພວກ​ທະຫານ​ກໍ​ຍົກທັບ​ເຂົ້າ​ໄປ​ສູ່​ສະໜາມຮົບ ເພື່ອ​ໂຈມຕີ​ພວກ​ຟີລິດສະຕິນ​ທີ່​ພວມ​ຕໍ່ສູ້​ກັນ​ຢ່າງ​ສັບສົນ​ວຸ້ນວາຍ​ຢູ່​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka