Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 14:10 - ພຣະຄຳພີສັກສິ

10 ແຕ່​ຖ້າ​ພວກເຂົາ​ບອກ​ໃຫ້​ພວກເຮົາ​ໄປ​ຫາ ພວກເຮົາ​ຈຶ່ງ​ໄປ ເພາະ​ອັນ​ນັ້ນ​ຈະ​ເປັນ​ໝາຍສຳຄັນ​ແກ່​ພວກເຮົາ​ວ່າ ພຣະເຈົ້າຢາເວ​ໄດ້​ມອບ​ພວກເຂົາ​ໄວ້​ໃນ​ກຳມື​ຂອງ​ພວກເຮົາ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 14:10
8 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ຈະ​ເວົ້າ​ກັບ​ຍິງ​ຜູ້ໜຶ່ງ​ວ່າ, ‘ກະລຸນາ​ປົງ​ໄຫ​ຂອງ​ເຈົ້າ​ລົງ ແລະ​ໃຫ້​ຂ້ອຍ​ດື່ມ​ນໍ້າ​ຈາກ​ໄຫ​ຂອງ​ເຈົ້າ​ແດ່.’ ຖ້າ​ນາງ​ຕອບ​ວ່າ, ‘ເຊີນ​ດື່ມ​ແມ ແລະ​ຫລານ​ຈະ​ເອົາ​ໃຫ້​ຝູງ​ອູດ​ຂອງ​ລຸງ​ກິນ​ນຳ​ດ້ວຍ’ ຂໍ​ໃຫ້​ຍິງ​ສາວ​ຜູ້ນັ້ນ​ເປັນ​ຜູ້​ທີ່​ພຣະອົງ​ຊົງ​ເລືອກ​ໄວ້​ໃຫ້​ເປັນ​ເມຍ​ອີຊາກ ຜູ້ຮັບໃຊ້​ຂອງ​ພຣະອົງ​ທ້ອນ. ຖ້າ​ເປັນ​ເຊັ່ນນີ້ ຂ້ານ້ອຍ​ຈະ​ຮູ້​ໄດ້​ວ່າ​ພຣະອົງ​ຮັກສາ​ພັນທະສັນຍາ ທີ່​ພຣະອົງ​ມີ​ຕໍ່​ນາຍ​ຂອງ​ຂ້ານ້ອຍ.”


ເອຊາຢາ​ຕອບ​ວ່າ, “ພຣະເຈົ້າຢາເວ​ຈະ​ໃຫ້​ທ່ານ​ໄດ້​ເຫັນ​ໝາຍສຳຄັນ​ເພື່ອ​ພິສູດ​ວ່າ ພຣະເຈົ້າຢາເວ​ຈະ​ຮັກສາ​ຄຳສັນຍາ​ຂອງ​ພຣະອົງ​ຄື: ເງົາ​ຕາເວັນ​ທີ່​ໄດ້​ຄືບໜ້າ​ໄປ​ແລ້ວ​ສິບ​ຂັ້ນ ຫລື​ຈະ​ໃຫ້​ຢ້ອນ​ຄືນ​ມາ​ສິບ​ຂັ້ນ?”


ພຣະເຈົ້າ​ໄດ້ກ່າວ​ວ່າ, “ເຮົາ​ຈະ​ຢູ່​ກັບ​ເຈົ້າ. ໝາຍສຳຄັນ​ດັ່ງ​ຕໍ່ໄປນີ້​ຈະ​ສຳແດງ​ໃຫ້​ເຈົ້າ​ຮູ້​ວ່າ ເຮົາ​ເປັນ​ຜູ້​ໃຊ້​ເຈົ້າ​ໄປ​ຄື: ເມື່ອ​ເຈົ້າ​ນຳພາ​ປະຊາຊົນ​ຂອງເຮົາ​ອອກ​ໄປ​ຈາກ​ປະເທດ​ເອຢິບ​ແລ້ວ ພວກເຈົ້າ​ຈະ​ໄດ້​ນະມັດສະການ​ເຮົາ​ຢູ່​ທີ່​ເທິງ​ພູເຂົາ​ນີ້.”


ຕໍ່ຈາກນັ້ນ ກີເດໂອນ​ໄດ້ກ່າວ​ຕໍ່​ພຣະເຈົ້າ​ວ່າ, “ພຣະອົງ​ກ່າວ​ວ່າ ພຣະອົງ​ຕັດສິນໃຈ​ເລືອກເອົາ​ຂ້ານ້ອຍ ເພື່ອ​ໃຫ້​ໄປ​ຊ່ວຍ​ເອົາ​ຊາດ​ອິດສະຣາເອນ​ໃຫ້​ພົ້ນ.


ເຈົ້າ​ຈະ​ໄດ້ຍິນ​ວ່າ​ພວກເຂົາ​ກຳລັງ​ເວົ້າ​ຫຍັງ​ແດ່ ແລ້ວ​ເຈົ້າ​ກໍ​ຈະ​ກ້າ​ບຸກໂຈມຕີ​ທີ່ໝັ້ນ​ນັ້ນ.” ດັ່ງນັ້ນ ກີເດໂອນ​ແລະ​ປູຣາ​ຄົນ​ຮັບໃຊ້​ຂອງຕົນ ຈຶ່ງ​ລົງ​ໄປ​ທີ່​ແຄມ​ຄ້າຍ​ຂອງ​ສັດຕູ.


ເມື່ອ​ເຫດການ​ຢ່າງ​ນີ້​ເກີດຂຶ້ນ ຈົ່ງ​ກະທຳ​ຕາມ​ທີ່​ພຣະເຈົ້າ​ນຳພາ​ເຈົ້າ​ກະທຳ.


ຖ້າ​ພວກເຂົາ​ບອກ​ພວກເຮົາ​ໃຫ້​ລໍ​ຖ້າ​ພວກເຂົາ​ມາ​ຫາ ກໍ​ໃຫ້​ພວກເຮົາ​ລໍ​ຖ້າ​ພວກເຂົາ​ຢູ່​ທີ່ນີ້ແຫລະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka