Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 13:9 - ພຣະຄຳພີສັກສິ

9 ດັ່ງນັ້ນ ເພິ່ນ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ຈົ່ງ​ເອົາ​ເຄື່ອງ​ເຜົາບູຊາ​ກັບ​ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ມາ​ໃຫ້​ເຮົາ.” ເພິ່ນ​ໄດ້​ຖວາຍ​ເຄື່ອງ​ເຜົາບູຊາ​ນັ້ນ

Uka jalj uñjjattʼäta Copia luraña




1 ຊາມູເອນ 13:9
13 Jak'a apnaqawi uñst'ayäwi  

ເພິ່ນ​ໄດ້​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ​ຢູ່​ທີ່​ນັ້ນ ແລະ​ຖວາຍ​ເຄື່ອງ​ເຜົາບູຊາ​ຕະຫລອດ​ທັງ​ເຄື່ອງບູຊາ​ເພື່ອ​ຄວາມ​ສາມັກຄີທຳ. ດັ່ງນັ້ນ ພຣະເຈົ້າຢາເວ​ໄດ້​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ກະສັດ​ດາວິດ ແລ້ວ​ໂຣກ​ລະບາດ​ໃນ​ດິນແດນ​ອິດສະຣາເອນ​ກໍໄດ້​ໝົດໄປ.


ໃນຄັ້ງໜຶ່ງ ກະສັດ​ໂຊໂລໂມນ​ໄດ້​ໄປ​ທີ່​ເມືອງ​ກີເບໂອນ​ເພື່ອ​ຖວາຍ​ເຄື່ອງ​ບູຊາ ເພາະ​ແທ່ນບູຊາ​ໃນ​ເມືອງ​ນີ້​ມີ​ຊື່ສຽງ​ສຳຄັນ​ຫລາຍ. ໃນ​ເວລາ​ຜ່ານ​ມາ ເພິ່ນ​ເຄີຍ​ຖວາຍ​ເຄື່ອງ​ເຜົາບູຊາ​ໃນ​ບ່ອນ​ນີ້​ເປັນ​ພັນໆ​ເທື່ອ​ແລ້ວ.


ຈົ່ງ​ອົດທົນ​ຄອຍຖ້າ​ພຣະເຈົ້າຢາເວ​ກະທຳການ ຢ່າ​ກັງວົນ​ນຳ​ຜູ້​ຮັ່ງມີ​ຫລື​ຜູ້ສຳເລັດ​ໃນ​ທາງ​ຊົ່ວຮ້າຍ.


ຄົນ​ທ່ຽງທຳ​ພາວັນນາ​ອະທິຖານ​ພຣະເຈົ້າຢາເວ​ຕອບ, ແຕ່​ເຄື່ອງ​ຖວາຍບູຊາ​ຂອງ​ຄົນຊົ່ວຊ້າ​ພຣະອົງ​ກຽດຊັງ.


ຢ່າ​ສູ່​ຕອບແທນ​ຄວາມຊົ່ວ​ດ້ວຍ​ຕົນເອງ ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ຜູ້​ທີ່​ຈະ​ຈັດການ​ແທນ.


ເຄື່ອງ​ຖວາຍບູຊາ​ຂອງ​ຄົນຊົ່ວ​ເປັນ​ໜ້າ​ກຽດຊັງ ໂດຍ​ສະເພາະ​ເມື່ອ​ເຂົາ​ຖວາຍ​ດ້ວຍ​ເຈດຕະນາ​ອັນ​ບໍ່​ດີ.


ສຳລັບ​ພຣະເຈົ້າຢາເວ​ແລ້ວ ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ເປັນທຳ ກໍ​ມີຄ່າ​ກວ່າ​ນຳ​ເຄື່ອງບູຊາ​ມາ​ຖວາຍ​ໃຫ້.


ປະຊາຊົນ​ເຮັດ​ຕາມ​ຄວາມ​ພໍໃຈ​ຂອງ​ພວກເຂົາ. ບໍ່​ວ່າ​ຈະ​ຂ້າ​ງົວເຖິກ​ເປັນ​ເຄື່ອງ​ບູຊາ​ຫລື​ເອົາ​ມະນຸດ​ບູຊາ​ກໍດີ; ບໍ່​ວ່າ​ຈະ​ຂ້າ​ແກະ​ຫລື​ຫັກ​ຄໍ​ໝາ​ມາ​ບູຊາ​ກໍດີ; ບໍ່​ວ່າ​ນຳ​ພືດຜົນ​ເປັນເມັດ​ຫລື​ເອົາ​ເລືອດ​ໝູ​ມາ​ບູຊາ​ກໍດີ; ບໍ່​ວາ​ຈະ​ເຜົາ​ເຄື່ອງຫອມ​ຖວາຍບູຊາ ຫລື​ວອນຂໍ​ຕໍ່​ຮູບເຄົາຣົບ​ກໍດີ ທັງໝົດ​ນັ້ນ​ຄື​ກັນ​ສຳລັບ​ພວກເຂົາ. ພວກເຂົາ​ພໍໃຈ​ກັບ​ວິທີ​ຂາບໄຫວ້​ແບບ​ໜ້າລັງກຽດ​ນີ້.


ຈົ່ງ​ຊອກ​ຫາ​ບ່ອນ​ໜຶ່ງ​ໃນ​ບັນດາ​ເຜົ່າ​ຂອງ​ພວກເຈົ້າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເລືອກ​ເອົາ​ແຫ່ງ​ໜຶ່ງ​ໄວ້​ທ່າມກາງ​ປະຊາຊົນ ເພື່ອ​ຕັ້ງ​ພຣະນາມຊື່​ຂອງ​ພຣະອົງ​ໃນ​ທີ່ນັ້ນ​ແລະ​ສະຖິດ​ທີ່​ນັ້ນ​ດ້ວຍ ພວກເຈົ້າ​ຕ້ອງ​ໄປ​ທີ່​ນັ້ນ ແລະ​ນະມັດສະການ​ພຣະອົງ.


ໃນ​ທີ່ນັ້ນ ພວກເຈົ້າ​ຕ້ອງ​ເຜົາ​ສັດ​ຖວາຍບູຊາ​ດ້ວຍ​ໄຟ ຖວາຍ​ເຄື່ອງ​ບູຊາ​ຕ່າງໆ, ຖວາຍ​ໜຶ່ງສ່ວນສິບ​ກັບ​ເຄື່ອງ​ຖວາຍ​ອື່ນໆ, ເຄື່ອງ​ທີ່​ໄດ້​ສັນຍາ​ຖວາຍ, ເຄື່ອງ​ຖວາຍ​ຕາມ​ໃຈ​ສະໝັກ ແລະ​ລູກຫົວປີ​ຂອງ​ງົວ​ແລະ​ຂອງ​ແກະ​ທຸກ​ໂຕ.


ເມື່ອ​ເປັນ​ເຊັ່ນນີ້ ກະສັດ​ໂຊນ​ຈຶ່ງ​ກ່າວ​ແກ່​ປະໂຣຫິດ​ອາຮີຢາ​ວ່າ, “ຈົ່ງ​ເອົາ​ເອໂຟດ ມາ​ທີ່​ນີ້.” (ໃນ​ຄາວນັ້ນ​ແມ່ນ​ອາຮີຢາ​ທີ່​ເປັນ​ຜູ້​ຖື​ເອໂຟດ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ.)


Jiwasaru arktasipxañani:

Anuncios ukanaka


Anuncios ukanaka