1 ຊາມູເອນ 13:7 - ພຣະຄຳພີສັກສິ7 ສ່ວນຄົນອື່ນໆອີກໄດ້ຂ້າມແມ່ນໍ້າຈໍແດນໜີໄປ ຢູ່ໃນເຂດແດນຂອງເມືອງກາດແລະເມືອງກີເລອາດ. ສ່ວນກະສັດໂຊນນັ້ນຍັງຢູ່ໃນເມືອງກິນການ ແລະປະຊາຊົນທີ່ຢູ່ນຳເພິ່ນກໍຕົກສະທ້ານຢ້ານກົວຫລາຍ. Uka jalj uñjjattʼäta |
ເມື່ອພວກອິດສະຣາເອນທີ່ຢູ່ທາງຮ່ອມພູຢິດຊະເຣນຟາກໜຶ່ງອີກ ແລະພວກທີ່ຢູ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນໄດ້ຍິນຂ່າວວ່າ ທະຫານອິດສະຣາເອນໄດ້ປົບໜີໄປ ແລະກະສັດໂຊນກັບພວກລູກຊາຍກໍຖືກຂ້າແລ້ວ. ດັ່ງນັ້ນ ພວກເຂົາຈຶ່ງປະຖິ້ມບ້ານເຮືອນຂອງພວກຕົນແລະປົບໜີໄປ. ແລ້ວພວກຟີລິດສະຕິນກໍເຂົ້າມາຢຶດເອົາເມືອງ.