Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 13:6 - ພຣະຄຳພີສັກສິ

6 ຕໍ່ມາ ພວກເຂົາ​ໄດ້​ບຸກໂຈມຕີ​ພວກ​ອິດສະຣາເອນ​ຢ່າງ​ດຸເດືອດ ຈົນ​ພວກ​ອິດສະຣາເອນ​ຢູ່​ໃນ​ທ່າ​ຈົນຕາແຈ. ພວກ​ອິດສະຣາເອນ​ບາງຄົນ​ໄດ້​ໜີໄປ​ລີ້​ຢູ່​ໃນ​ຖໍ້າ, ໃນ​ໂກນ, ຢູ່​ໃນ​ລະຫວ່າງ​ໂງ່ນຫີນ, ຢູ່​ໃນ​ຫລຸມ ແລະ​ຢູ່​ໃນ​ນໍ້າສ້າງ.

Uka jalj uñjjattʼäta Copia luraña




1 ຊາມູເອນ 13:6
18 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ຕອບ​ລາວ​ວ່າ, “ເຮົາ​ຕົກ​ຢູ່​ໃນ​ສະພາບ​ຈົນຕາແຈ​ແທ້ໆ, ແຕ່​ເຮົາ​ບໍ່​ຕ້ອງການ​ໃຫ້​ມະນຸດ​ລົງໂທດ​ເຮົາ. ໃຫ້​ພຣະເຈົ້າຢາເວ​ລົງໂທດ​ເຮົາ​ສາ ເພາະ​ພຣະອົງ​ມີ​ໃຈ​ເມດຕາ.”


ແຕ່​ບັດນີ້ ປະຊາຊົນ​ຂອງ​ພຣະອົງ​ໄດ້​ຖືກ​ປຸ້ນ ຖືກ​ຂັງ​ທີ່​ຫ້ອງ​ໃຕ້​ດິນ​ລັບໆ​ກັບ​ພວກ​ນັກໂທດ. ພວກເຂົາ​ຖືກ​ປຸ້ນ​ຈົນ​ສິ້ນເນື້ອ​ປະດາຕົວ ແລະ​ບໍ່ມີ​ຜູ້ໃດ​ມາ​ຊ່ວຍກູ້​ເອົາ​ພວກ​ເຂົາເຈົ້າ.


ນໍ້າສ້າງ​ທີ່​ອິດຊະມາເອນ​ໂຍນ​ຊາກສົບ​ຂອງ​ຄົນ​ທີ່​ລາວ​ໄດ້​ຂ້າ​ລົງ​ໄປ​ໃນ​ນັ້ນ ເປັນ​ນໍ້າສ້າງ​ໃຫຍ່ ທີ່​ກະສັດ​ອາສາ​ໄດ້​ຂຸດ​ຄາວ​ທີ່​ເພິ່ນ​ໄດ້​ຖືກ​ກະສັດ​ບາອາຊາ​ແຫ່ງ​ອິດສະຣາເອນ​ໂຈມຕີ. ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ​ຈຶ່ງ​ໃຊ້​ດິນ​ຖົມ​ນໍ້າສ້າງ​ນີ້​ພ້ອມ​ກັບ​ຊາກສົບ​ເຫຼົ່ານີ້.


ຈົ່ງ​ບອກ​ພວກເຂົາ​ວ່າ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ‘ເຮົາ​ເປັນ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່​ຢ່າງ​ແນ່ແທ້ ປະຊາຊົນ​ທີ່​ກຳລັງ​ອາໄສ​ຢູ່​ໃນ​ເມືອງ​ທີ່​ຮົກຮ້າງ​ເພພັງ​ຈະ​ຖືກ​ຂ້າ. ພວກ​ທີ່​ຢູ່​ນອກ​ເມືອງ​ຈະ​ຖືກ​ສັດປ່າ​ກິນ. ພວກ​ທີ່​ລີ້​ຢູ່​ຕາມ​ພູ​ແລະ​ໃນ​ຖໍ້າ ຈະ​ຕາຍ​ຍ້ອນ​ການ​ເຈັບໄຂ້​ໄດ້ປ່ວຍ.


ເຮົາ​ລັ່ງເລ​ໃຈ​ຢູ່​ໃນ​ລະຫວ່າງ​ສອງ​ຝ່າຍ​ນີ້ ຄື​ວ່າ​ເຮົາ​ມີ​ຄວາມ​ປາຖະໜາ​ທີ່​ຈະ​ຈາກ​ໄປ ເພື່ອ​ຢູ່​ກັບ​ພຣະຄຣິດ ຊຶ່ງ​ປະເສີດ​ຫລາຍກວ່າ,


ແຜ່ນດິນ​ໂລກ​ນີ້​ກໍ​ບໍ່​ສົມ​ກັບ​ຄົນ​ເຫຼົ່ານັ້ນ ພວກເພິ່ນ​ໄດ້​ທຽວ​ໄປມາ​ໃນ​ປ່າ​ແລະ​ຕາມ​ພູ ຊ່ອນ​ຕົວ​ໃນ​ຖໍ້າ​ແລະ​ໃນ​ຂຸມ.


ເມື່ອ​ຊາວ​ເມືອງ​ອາອີ​ຫລຽວ​ຄືນ​ຫລັງ ເຫັນ​ຄວັນໄຟ​ຟົ້ງ​ຂຶ້ນ​ສູ່​ທ້ອງຟ້າ ພວກເຂົາ​ກໍ​ບໍ່ມີ​ຊ່ອງທາງ​ທີ່​ຈະ​ປົບໜີໄປ​ໄດ້​ອີກ​ແລ້ວ ເພາະ​ພວກ​ອິດສະຣາເອນ​ທີ່​ກຳລັງ​ແລ່ນ​ໄປ​ທາງ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ບັດນີ້ ໄດ້​ຫັນໜ້າ​ມາ​ໂຈມຕີ​ພວກເຂົາ​ຄືນ.


ພວກ​ອຳໂມນ​ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ສູ້ຮົບ​ເຜົ່າຢູດາ, ເບັນຢາມິນ ແລະ​ເອຟຣາອິມ. ສະນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ເປັນທຸກໃຈ​ທີ່ສຸດ.


ແລ້ວ​ພວກ​ອິດສະຣາເອນ​ກໍໄດ້​ຫັນ​ມາ​ຕໍ່ສູ້​ຄືນ. ພວກ​ເບັນຢາມິນ​ຈຶ່ງ​ຕື່ນ​ຕົກໃຈ ແລະ​ແຕກ​ໜີໄປ ເພາະ​ຮູ້​ຕົວ​ວ່າ​ພວກຕົນ​ຈວນ​ຈະ​ຖືກ​ທຳລາຍ​ແລ້ວ.


ພວກ​ມີດີອານ​ເຂັ້ມແຂງ​ກວ່າ​ພວກ​ອິດສະຣາເອນ; ສະນັ້ນ ພວກ​ອິດສະຣາເອນ​ຈຶ່ງ​ໜີໄປ​ລີ້​ຢູ່​ໃນ​ຖໍ້າ ແລະ​ຢູ່​ໃນ​ບ່ອນ​ປອດໄພ​ຕາມ​ເທິງ​ພູ.


ຊາມູເອນ​ຈຶ່ງ​ຈາກ​ເມືອງ​ກິນການ​ໄປ​ຕາມ​ທາງ​ຂອງຕົນ. ສ່ວນ​ປະຊາຊົນ​ທີ່​ຍັງເຫລືອ​ຢູ່​ກໍ​ຕິດຕາມ​ໂຊນ​ໄປ​ສົມທົບ​ກັບ​ທະຫານ​ຂອງ​ເພິ່ນ. ພວກເຂົາ​ໄດ້​ອອກ​ຈາກ​ເມືອງ​ກິນການ​ໄປ ຈົນ​ຮອດ​ເມືອງ​ກີເບອາ​ໃນ​ເຂດແດນ​ເບັນຢາມິນ. ກະສັດ​ໂຊນ​ໄດ້​ກວດກາ​ເບິ່ງ​ທະຫານ​ຂອງຕົນ ຈຶ່ງ​ເຫັນ​ວ່າ​ມີ​ຢູ່​ປະມານ​ຫົກຮ້ອຍ​ຄົນ.


ດັ່ງນັ້ນ ໂຢນາທານ​ແລະ​ຊາຍໜຸ່ມ ຈຶ່ງ​ໄດ້​ປາກົດ​ຕົວ​ໃຫ້​ພວກ​ຟີລິດສະຕິນ​ເຫັນ ແລະ​ພວກເຂົາ​ເວົ້າ​ວ່າ, “ເບິ່ງພຸ້ນດູ ມີ​ຊາວ​ເຮັບເຣີ​ບາງຄົນ​ອອກ​ມາ​ຈາກ​ຫລຸມ​ທີ່​ພວກເຂົາ​ຫລົບລີ້​ຢູ່.”


ເມື່ອ​ພວກອື່ນໆ​ທີ່​ລີ້​ຢູ່​ຕາມ​ເນີນພູ​ເອຟຣາອິມ​ໄດ້ຍິນ​ຂ່າວ​ວ່າ ຊາວ​ຟີລິດສະຕິນ​ກຳລັງ​ແລ່ນ​ປົບໜີ ພວກເຂົາ​ຈຶ່ງ​ມາ​ຮ່ວມ​ໂຈມຕີ​ພວກ​ຟີລິດສະຕິນ​ເຊັ່ນກັນ


ມີ​ຊາວ​ເມືອງ​ຊີເຟ​ບາງຄົນ​ໄດ້​ໄປ​ຫາ​ກະສັດ​ໂຊນ​ຢູ່​ທີ່​ເມືອງ​ກີເບອາ ແລະ​ບອກ​ເພິ່ນ​ວ່າ, “ດາວິດ​ກຳລັງ​ລີ້​ຢູ່​ໃນ​ເຂດແດນ​ຂອງ​ພວກ​ຂ້ານ້ອຍ​ທີ່​ໂຮເຣັດ​ຕາມ​ເທິງ​ພູ​ຮາກີລາ ທາງ​ພາກໃຕ້​ຂອງ​ຖິ່ນ​ແຫ້ງແລ້ງ​ກັນດານ​ຢູດາຍ.


ກະສັດ​ໂຊນ​ໄດ້​ເຂົ້າ​ໄປ​ຖ່າຍ​ຢູ່​ໃນ​ຖໍ້າ​ແຫ່ງ​ໜຶ່ງ ໃກ້ໆ​ກັບ​ຄອກ​ແກະ​ທີ່​ຢູ່​ແປະ​ແຄມ​ທາງ. ພໍດີ​ຢູ່​ໃນ​ຖໍ້າ​ນັ້ນ​ມີ​ດາວິດ​ກັບ​ພວກຄົນ​ຂອງ​ລາວ​ລີ້​ຢູ່.


ເມື່ອ​ພວກ​ອິດສະຣາເອນ​ທີ່​ຢູ່​ທາງ​ຮ່ອມພູ​ຢິດຊະເຣນ​ຟາກ​ໜຶ່ງ​ອີກ ແລະ​ພວກ​ທີ່​ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ໄດ້ຍິນ​ຂ່າວ​ວ່າ ທະຫານ​ອິດສະຣາເອນ​ໄດ້​ປົບໜີໄປ ແລະ​ກະສັດ​ໂຊນ​ກັບ​ພວກ​ລູກຊາຍ​ກໍ​ຖືກ​ຂ້າ​ແລ້ວ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ປະຖິ້ມ​ບ້ານເຮືອນ​ຂອງ​ພວກ​ຕົນ​ແລະ​ປົບໜີໄປ. ແລ້ວ​ພວກ​ຟີລິດສະຕິນ​ກໍ​ເຂົ້າ​ມາ​ຢຶດເອົາ​ເມືອງ.


ເມື່ອ​ພວກ​ຟີລິດສະຕິນ​ໄດ້ຍິນ​ຂ່າວ​ວ່າ ພວກ​ອິດສະຣາເອນ​ໄດ້​ມາ​ເຕົ້າໂຮມ​ກັນ​ຢູ່​ເມືອງ​ມີຊະປາ; ກະສັດ​ຊາວ​ຟີລິດສະຕິນ​ທັງ​ຫ້າ​ຄົນ​ພ້ອມ​ກັບ​ທະຫານ​ຈຳນວນ​ໜຶ່ງ ຈຶ່ງ​ຕຽມຕົວ​ອອກ​ໄປ​ໂຈມຕີ​ພວກເຂົາ. ເມື່ອ​ພວກ​ອິດສະຣາເອນ​ໄດ້ຍິນ​ຂ່າວ​ນີ້ ພວກເຂົາ​ກໍ​ເກີດ​ຢ້ານກົວ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka