1 ຊາມູເອນ 13:5 - ພຣະຄຳພີສັກສິ5 ພວກຟີລິດສະຕິນໄດ້ທ້ອນໂຮມກຳລັງກັນມາຕໍ່ສູ້ພວກອິດສະຣາເອນ. ພວກເຂົາມີລົດຮົບສາມສິບພັນຄັນ, ທະຫານມ້າຫົກພັນຄົນ ແລະມີທະຫານຫລວງຫລາຍດັ່ງເມັດດິນຊາຍທີ່ຝັ່ງທະເລ. ພວກເຂົາໄດ້ໄປສູ່ມິກມາດທີ່ທາງຕາເວັນອອກຂອງເບັດອາເວນ ແລະຕັ້ງຄ້າຍຢູ່ທີ່ນັ້ນ. Uka jalj uñjjattʼäta |
ກະສັດໂຊນໄດ້ເລືອກເອົາຊາຍສະກັນຊາວອິດສະຣາເອນສາມພັນຄົນ ໂດຍໄດ້ແບ່ງເອົາສອງພັນຄົນໃຫ້ຢູ່ກັບຕົນທີ່ມິກມາດ ແລະທີ່ເຂດເນີນພູຂອງເບັດເອນ, ແຕ່ທະຫານໜຶ່ງພັນຄົນນັ້ນ ເພິ່ນໃຫ້ໄປກັບໂຢນາທານລູກຊາຍຂອງຕົນ ທີ່ເມືອງກີເບອາໃນເຂດແດນຂອງເຜົ່າເບັນຢາມິນ. ສ່ວນທີ່ເຫຼືອນັ້ນ ເພິ່ນໄດ້ສັ່ງໃຫ້ກັບຄືນເມືອບ້ານເຮືອນຂອງໃຜລາວ.