Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 13:3 - ພຣະຄຳພີສັກສິ

3 ໂຢນາທານ​ໄດ້​ຂ້າ​ຜູ້​ບັນຊາການ​ທະຫານ​ຟີລິດສະຕິນ ໃນ​ເມືອງ​ເກບາ ແລະ​ຊາວ​ຟີລິດສະຕິນ​ທັງໝົດ​ກໍ​ໄດ້​ຍິນ​ກ່ຽວກັບ​ເລື່ອງນີ້. ແລ້ວ​ກະສັດ​ໂຊນ​ກໍໄດ້​ສົ່ງ​ຄົນນຳຂ່າວ​ເປົ່າແກ​ໄປ​ທົ່ວ​ປະເທດ ເພື່ອ​ເກນ​ເອົາ​ຊາວ​ເຮັບເຣີ​ເຂົ້າ​ເຮັດ​ເສິກ.

Uka jalj uñjjattʼäta Copia luraña




1 ຊາມູເອນ 13:3
12 Jak'a apnaqawi uñst'ayäwi  

ແລ້ວ​ໂຢອາບ​ກໍ​ເປົ່າແກ​ສັນຍານ​ໃຫ້​ຄົນ​ຂອງຕົນ ເຊົາ​ໄລ່​ພວກ​ອິດສະຣາເອນ; ແລ້ວ​ການ​ສູ້ຮົບ​ກັນ​ກໍ​ຢຸດຕິ​ລົງ.


ຢູ່​ໃນ​ເມືອງ​ກິນການ​ຍັງ​ມີ​ຊາຍ​ບໍ່​ດີ​ຄົນ​ໜຶ່ງ​ຊື່​ວ່າ ເຊບາ; ລາວ​ເປັນ​ລູກຊາຍ​ຂອງ​ບີກຣີ ຄົນ​ໃນ​ເຜົ່າ​ເບັນຢາມິນ. ລາວ​ເປົ່າແກ​ແລະ​ຮ້ອງ​ວ່າ, “ພວກເຮົາ​ບໍ່​ມີສ່ວນ​ໃນ​ດາວິດ ບໍ່​ມີ​ສ່ວນ​ໃນ​ມໍຣະດົກ​ຂອງ​ລູກຊາຍ​ຂອງ​ເຢຊີ ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ພາກັນ​ກັບເມືອ​ບ້ານ​ເຖີດ.”


ໃນ​ເວລາ​ນັ້ນ ກະສັດ​ດາວິດ​ຢູ່​ທີ່​ເທິງ​ພູ​ບ່ອນ​ມີ​ປ້ອມ​ປ້ອງກັນ​ອັນ​ແໜ້ນໜາ ແລະ​ພວກ​ຟີລິດສະຕິນ​ອີກ​ໝວດ​ໜຶ່ງ​ກໍ​ຢຶດເອົາ​ເມືອງ​ເບັດເລເຮັມ​ໄວ້​ໄດ້.


ພວກເຂົາ​ໄດ້​ຂ້າມ​ຊ່ອງແຄບ ແລະ​ກຳລັງ​ຄ້າງຄືນ​ຢູ່​ທີ່​ເກບາ ຊາວ​ເມືອງ​ຣາມາ​ຢ້ານກົວ​ໃຫຍ່ ແລະ​ປະຊາຊົນ​ທີ່​ເມືອງ​ກີເບອາ ບ້ານເກີດ​ເມືອງນອນ​ຂອງ​ກະສັດ​ໂຊນ​ກໍ​ປົບໜີໄປ.


ຂົງເຂດ​ທັງໝົດ ແຕ່​ເກບາ​ທາງ​ທິດເໜືອ​ຫາ​ຣິມໂມນ​ທາງ​ທິດໃຕ້ ຈະ​ເປັນ​ບ່ອນ​ຮາບພຽງ. ນະຄອນ​ເຢຣູຊາເລັມ​ຈະ​ສູງ​ເດັ່ນ​ໃນ​ດິນແດນ​ທີ່​ອ້ອມຮອບ​ນັ້ນ; ນະຄອນ​ນີ້​ຈະ​ມີ​ອານາເຂດ​ຢຽດ​ອອກ​ໄປ ແຕ່​ປະຕູ​ເບັນຢາມິນ​ຈົນຮອດ​ປະຕູ​ແຈ ບ່ອນ​ທີ່​ປະຕູ​ເມືອງ​ແຕ່ກ່ອນ​ຕັ້ງ​ຢູ່ ແລະ​ຈາກ​ຫໍຄອຍ​ຮານາເນນ ເຖິງ​ບ່ອນ​ບີບ​ເຫຼົ້າ​ອະງຸ່ນ​ຂອງ​ກະສັດ.


ເກຟາອຳໂມນີ, ໂອຟະນີ ແລະ​ເກບາ. ລວມ​ທັງໝົດ​ມີ 12 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.


ຈາກ​ເຂດແດນ​ຂອງ​ເບັນຢາມິນ ພວກເຂົາ​ໄດ້​ຮັບ 4 ຕົວເມືອງ ມີ​ດັ່ງນີ້: ກີເບໂອນ, ເກບາ,


ເມື່ອ​ມາຮອດ​ເຂດ​ເນີນພູ​ເອຟຣາອິມ ລາວ​ຈຶ່ງ​ເປົ່າ​ແກ​ລະດົມພົນ​ເອົາ​ທະຫານ​ອິດສະຣາເອນ​ອອກ​ສູ້ຮົບ; ແລ້ວ​ລາວ​ກໍ​ນຳພາ​ພວກເຂົາ​ລົງຈາກ​ເນີນພູ​ໄປ.


ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ໄດ້​ລົງ​ມາ​ຄວບຄຸມ​ກີເດໂອນ. ສະນັ້ນ ລາວ​ຈຶ່ງ​ເປົ່າແກ​ເອີ້ນ​ເອົາ​ຊາຍ​ຢູ່​ໃນ​ຕະກຸນ​ອາບີເອເຊ​ໃຫ້​ຕິດຕາມ​ຕົນ​ໄປ.


ຕໍ່ຈາກນັ້ນ ເຈົ້າ​ຈະ​ໄປ​ເຖິງ​ເນີນພູ​ຂອງ​ພຣະເຈົ້າ​ທີ່​ເມືອງ​ກີເບອາ ບ່ອນ​ທີ່​ພວກ​ຟີລິດສະຕິນ​ຕັ້ງ​ຄ້າຍ​ຢູ່. ທີ່​ທາງ​ເຂົ້າ​ປະຕູ​ເມືອງ ເຈົ້າ​ຈະ​ພົບ​ຜູ້ທຳນວາຍ​ກຸ່ມ​ໜຶ່ງ​ທີ່​ກຳລັງ​ດີດພິນ, ຕີ​ກອງ ແລະ​ເປົ່າ​ຂຸ່ຍ ພວມ​ລົງ​ມາ​ແຕ່​ເນີນພູ​ບ່ອນ​ມີ​ແທ່ນບູຊາ. ພວກເຂົາ​ຈະ​ຟ້ອນ​ແລະ​ຮ້ອງ​ໂຮ​ດ້ວຍ​ສຽງດັງ.


ກະສັດ​ໂຊນ​ກັບ​ໂຢນາທານ​ລູກຊາຍ​ຂອງຕົນ​ແລະ​ພວກ​ທະຫານ ໄດ້​ຕັ້ງ​ຄ້າຍ​ຢູ່​ທີ່​ເມືອງ​ເກບາ​ໃນ​ເຂດແດນ​ເບັນຢາມິນ. ສ່ວນ​ພວກ​ຟີລິດສະຕິນ​ນັ້ນ​ໄດ້​ຕັ້ງ​ຄ້າຍ​ຢູ່​ທີ່​ມິກມາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka