1 ຊາມູເອນ 13:2 - ພຣະຄຳພີສັກສິ2 ກະສັດໂຊນໄດ້ເລືອກເອົາຊາຍສະກັນຊາວອິດສະຣາເອນສາມພັນຄົນ ໂດຍໄດ້ແບ່ງເອົາສອງພັນຄົນໃຫ້ຢູ່ກັບຕົນທີ່ມິກມາດ ແລະທີ່ເຂດເນີນພູຂອງເບັດເອນ, ແຕ່ທະຫານໜຶ່ງພັນຄົນນັ້ນ ເພິ່ນໃຫ້ໄປກັບໂຢນາທານລູກຊາຍຂອງຕົນ ທີ່ເມືອງກີເບອາໃນເຂດແດນຂອງເຜົ່າເບັນຢາມິນ. ສ່ວນທີ່ເຫຼືອນັ້ນ ເພິ່ນໄດ້ສັ່ງໃຫ້ກັບຄືນເມືອບ້ານເຮືອນຂອງໃຜລາວ. Uka jalj uñjjattʼäta |
ແລ້ວໂຢຊວຍກໍໄດ້ສົ່ງພວກເຂົາຄືນສູ່ຖິ່ນຖານ ພ້ອມຄຳອວຍພອນຂອງເພິ່ນ ແລະສັ່ງພວກເຂົາວ່າ, “ພວກເຈົ້າຄືນສູ່ຖິ່ນຖານດ້ວຍຄວາມອຸດົມສົມບູນ ໂດຍມີຝູງສັດຢ່າງມາກມາຍ, ຄຳ, ເງິນ, ທອງ, ເຫຼັກ ແລະເຄື່ອງນຸ່ງຫລາຍຢ່າງ. ສະນັ້ນ ພວກເຈົ້າຈົ່ງແບ່ງປັນສິ່ງທີ່ຢຶດມາໄດ້ຈາກເຫຼົ່າສັດຕູນັ້ນ ໃຫ້ພີ່ນ້ອງໃນຕະກຸນຂອງພວກເຈົ້າ.” ແລ້ວພວກເຂົາກໍໄດ້ພາກັນກັບເມືອ. ໂມເຊໄດ້ມອບດິນແດນທາງທິດຕາເວັນອອກຂອງແມ່ນໍ້າຈໍແດນໃຫ້ເຜົ່າມານາເຊເຄິ່ງເຜົ່າ ແລະອີກເຄິ່ງເຜົ່ານັ້ນ ໂຢຊວຍໄດ້ມອບດິນແດນທາງທິດຕາເວັນຕົກຂອງແມ່ນໍ້າຈໍແດນ ໃຫ້ພວກເຂົາຮ່ວມກັບເຜົ່າອື່ນໆ.