1 ຊາມູເອນ 13:18 - ພຣະຄຳພີສັກສິ18 ໝວດທີສອງໄປທາງເມືອງເບັດໂຮໂຣນ, ແລະໝວດທີສາມໄປທາງຊາຍແດນທີ່ຢູ່ຊື່ກັບຮ່ອມພູເຊບົວອິມແລະຖິ່ນແຫ້ງແລ້ງກັນດານ. Uka jalj uñjjattʼäta |
ເອຟຣາອິມເອີຍ ເຮົາຈະເຊົາກ່ຽວຂ້ອງກັບເຈົ້າໄດ້ຢ່າງໃດ? ຊາດອິດສະຣາເອນເອີຍ ເຮົາຈະປະຖິ້ມເຈົ້າໄປໄດ້ຢ່າງໃດ? ເຮົາຈະທຳລາຍເຈົ້າດັ່ງທຳລາຍອັດມາກໍບໍ່ໄດ້ ຫລືເຮັດຕໍ່ເຈົ້າດັ່ງທີ່ເຮັດຕໍ່ເຊບົວອິມນັ້ນ? ຈິດໃຈເຮົາບໍ່ຍອມໃຫ້ເຮົາເຮັດດັ່ງນັ້ນເລີຍ ຄວາມຮັກທີ່ເຮົາມີກໍແຮງທີ່ສຸດສຳລັບເຈົ້າ.
ພຣະເຈົ້າຢາເວໄດ້ເຮັດໃຫ້ພວກອາໂມແຕກຕື່ນ ແລະໜີໄປຕໍ່ໜ້າກອງທັບອິດສະຣາເອນ. ຝ່າຍພວກອິດສະຣາເອນ ກໍໄດ້ຂ້າພວກເຂົາເປັນຈຳນວນຫລວງຫລາຍຢູ່ໃນເມືອງກີເບໂອນ ແລະໄລ່ຕິດຕາມພວກທີ່ເຫຼືອຢູ່ ລົງໄປສູ່ຊ່ອງແຄບຂອງພູເຂົາທີ່ເມືອງເບັດໂຮໂຣນ ໂດຍສືບຕໍ່ໂຈມຕີພວກເຂົາໄປທາງໃຕ້ ຈົນເຖິງເມືອງອາເຊກາແລະເມືອງມັກເກດາ.