Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 13:16 - ພຣະຄຳພີສັກສິ

16 ກະສັດ​ໂຊນ​ກັບ​ໂຢນາທານ​ລູກຊາຍ​ຂອງຕົນ​ແລະ​ພວກ​ທະຫານ ໄດ້​ຕັ້ງ​ຄ້າຍ​ຢູ່​ທີ່​ເມືອງ​ເກບາ​ໃນ​ເຂດແດນ​ເບັນຢາມິນ. ສ່ວນ​ພວກ​ຟີລິດສະຕິນ​ນັ້ນ​ໄດ້​ຕັ້ງ​ຄ້າຍ​ຢູ່​ທີ່​ມິກມາດ.

Uka jalj uñjjattʼäta Copia luraña




1 ຊາມູເອນ 13:16
4 Jak'a apnaqawi uñst'ayäwi  

ພວກເຂົາ​ໄດ້​ຂ້າມ​ຊ່ອງແຄບ ແລະ​ກຳລັງ​ຄ້າງຄືນ​ຢູ່​ທີ່​ເກບາ ຊາວ​ເມືອງ​ຣາມາ​ຢ້ານກົວ​ໃຫຍ່ ແລະ​ປະຊາຊົນ​ທີ່​ເມືອງ​ກີເບອາ ບ້ານເກີດ​ເມືອງນອນ​ຂອງ​ກະສັດ​ໂຊນ​ກໍ​ປົບໜີໄປ.


ກະສັດ​ໂຊນ​ໄດ້​ເລືອກ​ເອົາ​ຊາຍ​ສະກັນ​ຊາວ​ອິດສະຣາເອນ​ສາມພັນ​ຄົນ ໂດຍ​ໄດ້​ແບ່ງ​ເອົາ​ສອງພັນ​ຄົນ​ໃຫ້​ຢູ່​ກັບ​ຕົນ​ທີ່​ມິກມາດ ແລະ​ທີ່​ເຂດ​ເນີນພູ​ຂອງ​ເບັດເອນ, ແຕ່​ທະຫານ​ໜຶ່ງພັນ​ຄົນ​ນັ້ນ ເພິ່ນ​ໃຫ້​ໄປ​ກັບ​ໂຢນາທານ​ລູກຊາຍ​ຂອງຕົນ ທີ່​ເມືອງ​ກີເບອາ​ໃນ​ເຂດແດນ​ຂອງ​ເຜົ່າ​ເບັນຢາມິນ. ສ່ວນ​ທີ່​ເຫຼືອ​ນັ້ນ ເພິ່ນ​ໄດ້​ສັ່ງ​ໃຫ້​ກັບຄືນ​ເມືອ​ບ້ານ​ເຮືອນ​ຂອງ​ໃຜ​ລາວ.


ໂຢນາທານ​ໄດ້​ຂ້າ​ຜູ້​ບັນຊາການ​ທະຫານ​ຟີລິດສະຕິນ ໃນ​ເມືອງ​ເກບາ ແລະ​ຊາວ​ຟີລິດສະຕິນ​ທັງໝົດ​ກໍ​ໄດ້​ຍິນ​ກ່ຽວກັບ​ເລື່ອງນີ້. ແລ້ວ​ກະສັດ​ໂຊນ​ກໍໄດ້​ສົ່ງ​ຄົນນຳຂ່າວ​ເປົ່າແກ​ໄປ​ທົ່ວ​ປະເທດ ເພື່ອ​ເກນ​ເອົາ​ຊາວ​ເຮັບເຣີ​ເຂົ້າ​ເຮັດ​ເສິກ.


ໃນ​ເວລາ​ນັ້ນ ເພິ່ນ​ໄດ້​ພັກ​ຢູ່​ກ້ອງ​ຕົ້ນ​ໝາກ​ພີລາ​ທີ່​ມິກໂຣນ ຊຶ່ງ​ບໍ່​ໄກ​ເທົ່າ​ໃດ​ຈາກ​ເມືອງ​ກີເບອາ; ເພິ່ນ​ມີ​ທະຫານ​ຢູ່​ນຳ​ປະມານ​ຫົກຮ້ອຍ​ຄົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka