Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 13:15 - ພຣະຄຳພີສັກສິ

15 ຊາມູເອນ​ຈຶ່ງ​ຈາກ​ເມືອງ​ກິນການ​ໄປ​ຕາມ​ທາງ​ຂອງຕົນ. ສ່ວນ​ປະຊາຊົນ​ທີ່​ຍັງເຫລືອ​ຢູ່​ກໍ​ຕິດຕາມ​ໂຊນ​ໄປ​ສົມທົບ​ກັບ​ທະຫານ​ຂອງ​ເພິ່ນ. ພວກເຂົາ​ໄດ້​ອອກ​ຈາກ​ເມືອງ​ກິນການ​ໄປ ຈົນ​ຮອດ​ເມືອງ​ກີເບອາ​ໃນ​ເຂດແດນ​ເບັນຢາມິນ. ກະສັດ​ໂຊນ​ໄດ້​ກວດກາ​ເບິ່ງ​ທະຫານ​ຂອງຕົນ ຈຶ່ງ​ເຫັນ​ວ່າ​ມີ​ຢູ່​ປະມານ​ຫົກຮ້ອຍ​ຄົນ.

Uka jalj uñjjattʼäta Copia luraña




1 ຊາມູເອນ 13:15
4 Jak'a apnaqawi uñst'ayäwi  

ກະສັດ​ໂຊນ​ໄດ້​ເລືອກ​ເອົາ​ຊາຍ​ສະກັນ​ຊາວ​ອິດສະຣາເອນ​ສາມພັນ​ຄົນ ໂດຍ​ໄດ້​ແບ່ງ​ເອົາ​ສອງພັນ​ຄົນ​ໃຫ້​ຢູ່​ກັບ​ຕົນ​ທີ່​ມິກມາດ ແລະ​ທີ່​ເຂດ​ເນີນພູ​ຂອງ​ເບັດເອນ, ແຕ່​ທະຫານ​ໜຶ່ງພັນ​ຄົນ​ນັ້ນ ເພິ່ນ​ໃຫ້​ໄປ​ກັບ​ໂຢນາທານ​ລູກຊາຍ​ຂອງຕົນ ທີ່​ເມືອງ​ກີເບອາ​ໃນ​ເຂດແດນ​ຂອງ​ເຜົ່າ​ເບັນຢາມິນ. ສ່ວນ​ທີ່​ເຫຼືອ​ນັ້ນ ເພິ່ນ​ໄດ້​ສັ່ງ​ໃຫ້​ກັບຄືນ​ເມືອ​ບ້ານ​ເຮືອນ​ຂອງ​ໃຜ​ລາວ.


ໃນ​ເວລາ​ນັ້ນ ເພິ່ນ​ໄດ້​ພັກ​ຢູ່​ກ້ອງ​ຕົ້ນ​ໝາກ​ພີລາ​ທີ່​ມິກໂຣນ ຊຶ່ງ​ບໍ່​ໄກ​ເທົ່າ​ໃດ​ຈາກ​ເມືອງ​ກີເບອາ; ເພິ່ນ​ມີ​ທະຫານ​ຢູ່​ນຳ​ປະມານ​ຫົກຮ້ອຍ​ຄົນ.


ມື້​ຕໍ່ມາ ເພິ່ນ​ໄດ້​ອອກ​ໄປ​ພົບ​ກະສັດ​ໂຊນ​ແຕ່​ເຊົ້າໆ ແຕ່​ເພິ່ນ​ໄດ້ຍິນ​ຂ່າວ​ວ່າ ກະສັດ​ໂຊນ​ໄດ້​ໄປ​ທີ່​ເມືອງ​ກາເມນ​ແລ້ວ ບ່ອນ​ທີ່​ເພິ່ນ​ກໍ່ສ້າງ​ອະນຸສາວະລີ​ສຳລັບ​ຕົນເອງ ແລ້ວ​ໄດ້​ເລີຍ​ໄປ​ທີ່​ເມືອງ​ກິນການ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka