1 ຊາມູເອນ 13:14 - ພຣະຄຳພີສັກສິ14 ແຕ່ບັດນີ້ ການປົກຄອງຂອງເຈົ້າຈະບໍ່ຍືນຍົງຕໍ່ໄປ ເພາະເຈົ້າບໍ່ເຊື່ອຟັງພຣະເຈົ້າຢາເວ. ພຣະເຈົ້າຢາເວຈະຊອກຫາຊາຍຄົນໜຶ່ງຕາມທີ່ພຣະອົງປະສົງ ແລະພຣະເຈົ້າຢາເວຈະແຕ່ງຕັ້ງລາວ ໃຫ້ເປັນຜູ້ປົກຄອງປະຊາຊົນຂອງພຣະອົງ.” Uka jalj uñjjattʼäta |
ເພາະສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນຈຶ່ງປະກາດວ່າ, ‘ເຮົາໄດ້ສັນຍາໄວ້ແລ້ວວ່າ ຄົນໃນຄອບຄົວຂອງເຈົ້າແລະໃນຕະກຸນຂອງເຈົ້າຈະໄດ້ເປັນປະໂຣຫິດ ບົວລະບັດຮັບໃຊ້ເຮົາຕະຫລອດໄປ,’ ແຕ່ມາບັດນີ້ ພຣະເຈົ້າຢາເວຈຶ່ງປະກາດວ່າ ‘ຂໍໃຫ້ຄວາມນີ້ຫ່າງໄກຈາກເຮົາເຖີດ ເຮົາຈະໃຫ້ກຽດຜູ້ທີ່ໃຫ້ກຽດເຮົາ ແລະເຮົາຈະໝິ່ນປະໝາດຜູ້ທີ່ໝິ່ນປະໝາດເຮົາ.
“ມື້ອື່ນ ໃນເວລາດຽວກັນນີ້ ເຮົາຈະສົ່ງຄົນໜຶ່ງຈາກເຜົ່າເບັນຢາມິນມາຫາເຈົ້າ; ຈົ່ງເອົານໍ້າມັນສັກສິດຫົດສົງລາວໃຫ້ເປັນກະສັດ ເພື່ອປົກຄອງປະຊາຊົນອິດສະຣາເອນຂອງເຮົາ; ແລະລາວຈະຊ່ວຍກອບກູ້ເອົາພວກເຂົາໃຫ້ພົ້ນຈາກພວກຟີລິດສະຕິນ. ເຮົາໄດ້ເຫັນຄວາມທົນທຸກຂອງພວກເຂົາ ແລະໄດ້ຍິນສຽງຮ້ອງຂໍໃຫ້ຊ່ວຍເຫລືອຂອງພວກເຂົາ.”