1 ຊາມູເອນ 13:13 - ພຣະຄຳພີສັກສິ13 ຊາມູເອນຕອບວ່າ, “ເປັນການໂງ່ຈ້າທີ່ສຸດທີ່ເຮັດເຊັ່ນນັ້ນ ເຈົ້າບໍ່ໄດ້ເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າທີ່ໄດ້ໃຫ້ແກ່ເຈົ້າ. ຖ້າເຈົ້າເຊື່ອຟັງແລ້ວ ພຣະເຈົ້າຢາເວກໍຈະໃຫ້ເຈົ້າແລະເຊື້ອສາຍຂອງເຈົ້າ ໄດ້ປົກຄອງຊາດອິດສະຣາເອນຕະຫລອດໄປ. Uka jalj uñjjattʼäta |
ແຕ່ຫລັງຈາກກະສັດດາວິດໄດ້ສຳຫລວດເບິ່ງຈຳນວນປະຊາຊົນແລ້ວ ເພິ່ນກໍເປັນທຸກໃຈຫລາຍ. ສະນັ້ນ ເພິ່ນຈຶ່ງໄດ້ພາວັນນາອະທິຖານຕໍ່ພຣະເຈົ້າຢາເວວ່າ, “ຂ້ານ້ອຍເຮັດຜິດຢ່າງຮ້າຍແຮງທີ່ໄດ້ກະທຳເຊັ່ນນີ້. ແຕ່ບັດນີ້ ຂ້າແດ່ພຣະເຈົ້າຢາເວ ຂໍພຣະອົງຍົກໂທດໃຫ້ຂ້ານ້ອຍຜູ້ຮັບໃຊ້ຂອງພຣະອົງດ້ວຍເທີ້ນ ເພາະຂ້ານ້ອຍໄດ້ເຮັດໄປຢ່າງໂງ່ຈ້າທີ່ສຸດ.”