Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 13:12 - ພຣະຄຳພີສັກສິ

12 ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ຄິດ​ວ່າ, ‘ຊາວ​ຟີລິດສະຕິນ​ຈະ​ມາ​ໂຈມຕີ​ທີ່​ເມືອງ​ກິນການ​ນີ້ ແລະ​ເຮົາ​ກໍ​ບໍ່ໄດ້​ຂໍ​ຄວາມ​ເຫັນ​ຈາກ​ພຣະເຈົ້າຢາເວ​ກ່ອນ.’ ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ຖວາຍ​ເຄື່ອງ​ບູຊາ​ດ້ວຍໄຟ​ຕາມ​ທີ່​ຕົນ​ຮູ້ສຶກ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 13:12
9 Jak'a apnaqawi uñst'ayäwi  

ຈົ່ງ​ເວົ້າ​ຕໍ່​ພຣະເຈົ້າ​ວ່າ, “ສິ່ງ​ທີ່​ພຣະອົງ​ກະທຳ​ນັ້ນ​ກໍ​ອັດສະຈັນ​ທີ່ສຸດ ຄື​ຣິດທານຸພາບ​ຍິ່ງໃຫຍ່ ຈົນ​ສັດຕູ​ກົ້ມຂາບ​ຕໍ່ໜ້າ​ພຣະອົງ​ດ້ວຍ​ຄວາມຢ້ານ.


ຍັງ​ດົນ​ປານໃດ​ວັນ​ຊະບາໂຕ​ຈະ​ໝົດ​ໄປ ເພື່ອ​ວ່າ​ພວກເຮົາ​ຈະ​ເລີ່ມ​ຂາຍ​ເຂົ້າ​ສາລີ​ໄດ້? ແລ້ວ​ພວກເຮົາ​ກໍ​ຈະ​ຄິດຄ່າ​ເກີນກວ່າ​ລາຄາ, ໃຊ້​ເຄື່ອງ​ຜອງ​ບໍ່​ຖືກຕ້ອງ ແລະ​ດັດແປງ​ຊິງ​ເພື່ອ​ສໍ້ໂກງ​ລູກຄ້າ​ຂອງ​ພວກເຮົາ.


ທຸກຄົນ​ຈົ່ງ​ໃຫ້​ຕາມ​ທີ່​ຕົນ​ໄດ້​ຄິດໝາຍ​ໄວ້​ໃນ​ໃຈ ບໍ່ແມ່ນ​ໃຫ້​ດ້ວຍ​ຄິດ​ເສຍດາຍ ຫລື​ດ້ວຍ​ຂືນໃຈ​ໃຫ້ ເຫດ​ວ່າ​ພຣະເຈົ້າ​ຊົງ​ຮັກ​ຄົນ​ນັ້ນ ທີ່​ໃຫ້​ດ້ວຍ​ຊື່ນໃຈ​ຍິນດີ.


ແຕ່​ຊາມູເອນ​ຖາມ​ວ່າ, “ເຈົ້າ​ໄດ້​ເຮັດ​ຫຍັງ​ລົງ​ໄປ​ນັ້ນ?” ກະສັດ​ໂຊນ​ຈຶ່ງ​ຕອບ​ວ່າ, “ປະຊາຊົນ​ກຳລັງ​ໜີໄປ​ຈາກ​ຂ້າພະເຈົ້າ ແລະ​ທ່ານ​ເອງ​ກໍ​ບໍ່​ທັນ​ມາ​ຕາມ​ທີ່​ໄດ້​ກ່າວ​ໄວ້; ນອກຈາກນີ້​ອີກ ພວກ​ຟີລິດສະຕິນ​ກຳລັງ​ທ້ອນໂຮມກັນ​ຢູ່​ທີ່​ມິກມາດ.


ຊາມູເອນ​ຕອບ​ວ່າ, “ເປັນ​ການ​ໂງ່ຈ້າ​ທີ່ສຸດ​ທີ່​ເຮັດ​ເຊັ່ນນັ້ນ ເຈົ້າ​ບໍ່ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງເຈົ້າ​ທີ່​ໄດ້​ໃຫ້​ແກ່​ເຈົ້າ. ຖ້າ​ເຈົ້າ​ເຊື່ອຟັງ​ແລ້ວ ພຣະເຈົ້າຢາເວ​ກໍ​ຈະ​ໃຫ້​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ເຈົ້າ ໄດ້​ປົກຄອງ​ຊາດ​ອິດສະຣາເອນ​ຕະຫລອດໄປ.


ມື້​ຕໍ່ມາ ເພິ່ນ​ໄດ້​ອອກ​ໄປ​ພົບ​ກະສັດ​ໂຊນ​ແຕ່​ເຊົ້າໆ ແຕ່​ເພິ່ນ​ໄດ້ຍິນ​ຂ່າວ​ວ່າ ກະສັດ​ໂຊນ​ໄດ້​ໄປ​ທີ່​ເມືອງ​ກາເມນ​ແລ້ວ ບ່ອນ​ທີ່​ເພິ່ນ​ກໍ່ສ້າງ​ອະນຸສາວະລີ​ສຳລັບ​ຕົນເອງ ແລ້ວ​ໄດ້​ເລີຍ​ໄປ​ທີ່​ເມືອງ​ກິນການ.


ຊາມູເອນ​ກ່າວ​ວ່າ, “ແມ່ນ​ສິ່ງໃດ​ທີ່​ພຣະເຈົ້າຢາເວ​ຕ້ອງການ​ຫລາຍກວ່າ: ການ​ເຊື່ອຟັງ ຫລື​ຂອງ​ຖວາຍ ແລະ​ເຄື່ອງ​ບູຊາ? ການ​ເຊື່ອຟັງ​ພຣະເຈົ້າຢາເວ ກໍ​ດີກວ່າ​ຖວາຍ​ແກະ​ໂຕ​ດີທີ່ສຸດ​ເປັນ​ເຄື່ອງ​ບູຊາ​ແກ່​ພຣະອົງ.


ໃນ​ມື້​ນັ້ນ ໂດເອັກ ຄົນ​ເອໂດມ​ຫົວໜ້າ​ຄົນລ້ຽງແກະ​ຂອງ​ກະສັດ​ໂຊນ​ກໍ​ຢູ່​ໃນ​ທີ່ນັ້ນ ເພື່ອ​ປະຕິບັດ​ໜ້າທີ່​ຕໍ່ໜ້າ​ພຣະເຈົ້າຢາເວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka