Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 13:11 - ພຣະຄຳພີສັກສິ

11 ແຕ່​ຊາມູເອນ​ຖາມ​ວ່າ, “ເຈົ້າ​ໄດ້​ເຮັດ​ຫຍັງ​ລົງ​ໄປ​ນັ້ນ?” ກະສັດ​ໂຊນ​ຈຶ່ງ​ຕອບ​ວ່າ, “ປະຊາຊົນ​ກຳລັງ​ໜີໄປ​ຈາກ​ຂ້າພະເຈົ້າ ແລະ​ທ່ານ​ເອງ​ກໍ​ບໍ່​ທັນ​ມາ​ຕາມ​ທີ່​ໄດ້​ກ່າວ​ໄວ້; ນອກຈາກນີ້​ອີກ ພວກ​ຟີລິດສະຕິນ​ກຳລັງ​ທ້ອນໂຮມກັນ​ຢູ່​ທີ່​ມິກມາດ.

Uka jalj uñjjattʼäta Copia luraña




1 ຊາມູເອນ 13:11
12 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ພຣະເຈົ້າ​ຖາມ​ຍິງ​ນັ້ນ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ແນວ​ນັ້ນ?” ນາງ​ຕອບ​ວ່າ, “ງູ​ໄດ້​ລໍ້ລວງ​ຂ້ານ້ອຍ​ໃຫ້​ກິນ.”


ແລ້ວ​ພຣະເຈົ້າຢາເວ​ກໍ​ຖາມ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ເລື່ອງ​ອັນ​ໂຫດຮ້າຍ​ເຊັ່ນນີ້? ເລືອດ​ນ້ອງຊາຍ​ຂອງ​ເຈົ້າ​ຟ້ອງຮ້ອງ​ຂຶ້ນ​ມາ​ຫາ​ເຮົາ ດັ່ງ​ສຽງ​ຂໍຮ້ອງ​ແກ້ແຄ້ນ.


ດັ່ງນັ້ນ ໂຢອາບ​ຈຶ່ງ​ໄປ​ຖາມ​ກະສັດ​ວ່າ, “ອັບເນ​ໄດ້​ມາ​ຫາ​ທ່ານ ເປັນຫຍັງ​ທ່ານ​ຈຶ່ງ​ປ່ອຍ​ໃຫ້​ລາວ​ກັບຄືນ​ໄປ​ຢ່າງ​ນັ້ນ? ເປັນຫຍັງ​ທ່ານ​ຈຶ່ງ​ເຮັດ​ເຊັ່ນນີ້?


ເມື່ອ​ເກຮາຊິ​ກັບ​ເຂົ້າ​ມາ​ໃນ​ເຮືອນ​ແລະ​ຢືນຢູ່​ຕໍ່ໜ້າ​ນາຍ​ຂອງຕົນ ເອລີຊາ​ຈຶ່ງ​ຖາມ​ລາວ​ວ່າ, “ເຈົ້າ​ມາ​ແຕ່​ໃສ?” ລາວ​ຕອບ​ວ່າ, “ໂອ ບໍ່ໄດ້​ໄປ​ໃສ​ມາ​ດອກ ທ່ານເອີຍ.”


ກອງທັບ​ຂອງ​ສັດຕູ​ຕີ​ເອົາ​ເມືອງ​ອາອີ ໄດ້​ແລ້ວ ພວກເຂົາ​ໄດ້​ຜ່ານ​ເມືອງ​ມິກໂຣນ ພວກເຂົາ​ໄດ້​ປະ​ສະບຽງ​ອາຫານ​ຂອງ​ພວກເຂົາ​ໄວ້​ທີ່​ເມືອງ​ມິກມາດ


ສະນັ້ນ ໂຢຊວຍ​ຈຶ່ງ​ໄດ້​ກ່າວ​ແກ່​ອາການ​ວ່າ, “ລູກ​ເອີຍ ຂໍ​ໃຫ້​ເຈົ້າ​ຈົ່ງ​ຖວາຍ​ສະຫງ່າຣາສີ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ແລະ​ສາລະພາບ​ຜິດບາບ​ຕໍ່​ພຣະອົງ​ສາ. ຈົ່ງ​ບອກ​ເຮົາ​ມາ​ດຽວ​ນີ້​ວ່າ​ເຈົ້າ​ໄດ້​ເຮັດ​ຫຍັງ​ແດ່? ຢ່າ​ພະຍາຍາມ​ປິດບັງ​ເຮົາ​ເລີຍ.”


ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ຄິດ​ວ່າ, ‘ຊາວ​ຟີລິດສະຕິນ​ຈະ​ມາ​ໂຈມຕີ​ທີ່​ເມືອງ​ກິນການ​ນີ້ ແລະ​ເຮົາ​ກໍ​ບໍ່ໄດ້​ຂໍ​ຄວາມ​ເຫັນ​ຈາກ​ພຣະເຈົ້າຢາເວ​ກ່ອນ.’ ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ຖວາຍ​ເຄື່ອງ​ບູຊາ​ດ້ວຍໄຟ​ຕາມ​ທີ່​ຕົນ​ຮູ້ສຶກ.”


ກະສັດ​ໂຊນ​ກັບ​ໂຢນາທານ​ລູກຊາຍ​ຂອງຕົນ​ແລະ​ພວກ​ທະຫານ ໄດ້​ຕັ້ງ​ຄ້າຍ​ຢູ່​ທີ່​ເມືອງ​ເກບາ​ໃນ​ເຂດແດນ​ເບັນຢາມິນ. ສ່ວນ​ພວກ​ຟີລິດສະຕິນ​ນັ້ນ​ໄດ້​ຕັ້ງ​ຄ້າຍ​ຢູ່​ທີ່​ມິກມາດ.


ກະສັດ​ໂຊນ​ໄດ້​ເລືອກ​ເອົາ​ຊາຍ​ສະກັນ​ຊາວ​ອິດສະຣາເອນ​ສາມພັນ​ຄົນ ໂດຍ​ໄດ້​ແບ່ງ​ເອົາ​ສອງພັນ​ຄົນ​ໃຫ້​ຢູ່​ກັບ​ຕົນ​ທີ່​ມິກມາດ ແລະ​ທີ່​ເຂດ​ເນີນພູ​ຂອງ​ເບັດເອນ, ແຕ່​ທະຫານ​ໜຶ່ງພັນ​ຄົນ​ນັ້ນ ເພິ່ນ​ໃຫ້​ໄປ​ກັບ​ໂຢນາທານ​ລູກຊາຍ​ຂອງຕົນ ທີ່​ເມືອງ​ກີເບອາ​ໃນ​ເຂດແດນ​ຂອງ​ເຜົ່າ​ເບັນຢາມິນ. ສ່ວນ​ທີ່​ເຫຼືອ​ນັ້ນ ເພິ່ນ​ໄດ້​ສັ່ງ​ໃຫ້​ກັບຄືນ​ເມືອ​ບ້ານ​ເຮືອນ​ຂອງ​ໃຜ​ລາວ.


ພວກ​ຟີລິດສະຕິນ​ໄດ້​ສົ່ງ​ທະຫານ​ໝວດ​ໜຶ່ງ ໄປ​ທີ່​ຊ່ອງແຄບ​ມິກມາດ​ເພື່ອ​ປ້ອງກັນ​ທີ່​ນັ້ນ​ໄວ້.


ພວກ​ຟີລິດສະຕິນ​ໄດ້​ທ້ອນໂຮມ​ກຳລັງ​ກັນ​ມາ​ຕໍ່ສູ້​ພວກ​ອິດສະຣາເອນ. ພວກເຂົາ​ມີ​ລົດຮົບ​ສາມສິບພັນ​ຄັນ, ທະຫານ​ມ້າ​ຫົກພັນ​ຄົນ ແລະ​ມີ​ທະຫານ​ຫລວງຫລາຍ​ດັ່ງ​ເມັດ​ດິນ​ຊາຍ​ທີ່​ຝັ່ງ​ທະເລ. ພວກເຂົາ​ໄດ້​ໄປ​ສູ່​ມິກມາດ​ທີ່​ທາງ​ຕາເວັນອອກ​ຂອງ​ເບັດອາເວນ ແລະ​ຕັ້ງຄ້າຍ​ຢູ່​ທີ່​ນັ້ນ.


ໂງ່ນ​ທີ​ໜຶ່ງ​ຢູ່​ທາງ​ເບື້ອງເໜືອ​ຂອງ​ຊ່ອງແຄບ​ຊຶ່ງ​ກົງກັບ​ມິກມາດ ແລະ​ໂງ່ນ​ໜຶ່ງ​ອີກ​ຢູ່​ທາງ​ເບື້ອງໃຕ້​ຊຶ່ງ​ກົງກັບ​ເກບາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka