10 ແລະພໍໝົດພິທີແລ້ວ ຊາມູເອນກໍມາເຖິງ. ກະສັດໂຊນຈຶ່ງອອກໄປຕ້ອນຮັບເພິ່ນ
ບໍ່ມີຜູ້ໃດຈັກຄົນທີ່ກ້າວຍ່າງກາຍໄປ ຈະສາມາດກ່າວຕໍ່ພວກເຂົາໄດ້ວ່າ, “ຂໍໃຫ້ພຣະເຈົ້າຢາເວອວຍພອນພວກເຈົ້າເດີ ເຮົາຂໍອວຍພອນພວກເຈົ້າໃນພຣະນາມຂອງພຣະເຈົ້າຢາເວ.”
ເວລາຕໍ່ມາ ໂບອາດເອງໄດ້ມາຈາກເມືອງເບັດເລເຮັມ ເພື່ອຖາມຄວາມສຸກທຸກຂອງຄົນງານ. ເພິ່ນເວົ້າວ່າ, “ຂໍພຣະເຈົ້າຢາເວສະຖິດຢູ່ນຳພວກເຈົ້າເທີ້ນ.” ພວກເຂົາຕອບວ່າ, “ຂໍພຣະເຈົ້າຢາເວອວຍພອນທ່ານເຖີດ.”
ເມື່ອຊາມູເອນໄປຮອດ ກະສັດໂຊນໄດ້ສະແດງຄວາມຄຳນັບຕໍ່ເພິ່ນ ແລະເວົ້າວ່າ, “ທ່ານຊາມູເອນເອີຍ ຂໍພຣະເຈົ້າຢາເວອວຍພອນທ່ານເທີ້ນ ຂ້າພະເຈົ້າໄດ້ປະຕິບັດຕາມຄຳສັ່ງຂອງພຣະເຈົ້າຢາເວແລ້ວ.”
ຕໍ່ມາ ຄົນຮັບໃຊ້ນາບານຜູ້ໜຶ່ງໄດ້ມາບອກອາບີກາຍເມຍຂອງນາບານວ່າ, “ຍານາງໄດ້ຍິນບໍວ່າ ດາວິດໄດ້ສົ່ງຄົນຂອງເພິ່ນມາແຕ່ຖິ່ນແຫ້ງແລ້ງກັນດານ ເພື່ອນຳເອົາຄວາມຢື້ຢາມຖາມຂ່າວມາເຖິງນາຍຂອງພວກເຮົາ, ແຕ່ເພິ່ນຊໍ້າພັດໝິ່ນປະໝາດພວກເຂົາ.