Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 12:9 - ພຣະຄຳພີສັກສິ

9 ແຕ່​ປະຊາຊົນ​ຊໍ້າ​ພັດ​ໄດ້​ລືມໄລ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ; ສະນັ້ນ ພຣະອົງ​ຈຶ່ງ​ໃຫ້​ພວກ​ຟີລິດສະຕິນ​ກັບ​ກະສັດ​ແຫ່ງ​ໂມອາບ​ແລະ​ສີເສຣາ ແມ່ທັບ​ຂອງ​ເມືອງ​ຮາໂຊ​ມາ​ຕໍ່ສູ້ ແລະ​ພວກເຂົາ​ໄດ້​ເອົາ​ຊະນະ​ບັນພະບຸລຸດ​ຂອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña




1 ຊາມູເອນ 12:9
15 Jak'a apnaqawi uñst'ayäwi  

ນັບ​ຕັ້ງແຕ່​ເວລາ​ທີ່​ເຮົາ​ໄດ້​ແຕ່ງຕັ້ງ​ໃຫ້​ມີ​ຜູ້ປົກຄອງ​ເໜືອ​ຊາວ​ອິດສະຣາເອນ​ປະຊາກອນ​ຂອງເຮົາ; ເຮົາ​ຈະ​ໃຫ້​ເຈົ້າ​ພົ້ນ​ຈາກ​ເຫຼົ່າ​ສັດຕູ​ທັງປວງ​ຂອງ​ເຈົ້າ. ຫລາຍກວ່າ​ນັ້ນ ພຣະເຈົ້າຢາເວ​ກ່າວ​ແກ່​ເຈົ້າ​ວ່າ​ພຣະເຈົ້າຢາເວ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລາຍ​ຄົນ.


ພວກເຂົາ​ໄດ້​ລືມໄລ​ພຣະເຈົ້າ​ຜູ້​ທີ່​ຊ່ວຍ​ໃຫ້​ພົ້ນໄພ ດ້ວຍ​ຣິດທານຸພາບ​ໃນ​ເອຢິບ​ນັ້ນ.


ແຕ່​ພວກເຂົາ​ໄດ້​ກະບົດ​ຕໍ່​ພຣະອົງ ແລະ​ເຮັດ​ໃຫ້​ພຣະວິນຍານ​ຂອງ​ພຣະອົງ​ເສົ້າໝອງ. ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ໄດ້​ກາຍເປັນ​ສັດຕູ​ຂອງ​ພວກເຂົາ ແລະ​ຕໍ່ສູ້​ພວກເຂົາ.


ຍິງສາວ​ລືມ​ເຄື່ອງເອ້​ຂອງຕົນ​ໄດ້​ບໍ? ຫລື​ເຈົ້າສາວ​ລືມ​ຊຸດ​ແຕ່ງງານ​ຂອງຕົນ​ໄດ້​ບໍ? ແຕ່​ປະຊາຊົນ​ຂອງເຮົາ​ໄດ້​ລືມໄລ​ເຮົາ​ໄປ ຫລາຍຟ້າ​ຫລາຍປີ​ເຫຼືອ​ທີ່​ຈະນັບ​ໄດ້.


ພວກເຂົາ​ໄດ້​ລືມໄລ​ພຣະເຈົ້າ ພຣະ​ຜູ້ໂຜດຊ່ວຍ​ອົງ​ຍິ່ງໃຫຍ່​ຂອງ​ພວກເຂົາ ອົງ​ຊົງ​ຣິດອຳນາດ​ຫລາຍ ທີ່​ໃຫ້​ພວກເຂົາ​ມີ​ຊີວິດ​ຢູ່.


ເປັນຫຍັງ​ຄົນ​ຜູ້ດຽວ​ນັ້ນ ຈຶ່ງ​ຊະນະ​ຄົນ​ເປັນພັນ ແລະ​ເປັນຫຍັງ​ພຽງ​ສອງ​ຄົນ ຈຶ່ງ​ຊະນະ​ຄົນ​ເປັນ​ໝື່ນ? ກໍ​ເພາະວ່າ​ພຣະເຈົ້າ​ໄດ້​ປະຖິ້ມ​ພວກເຂົາ ພຣະເຈົ້າຢາເວ​ອົງ​ຍິ່ງໃຫຍ່​ໄດ້​ໃຫ້​ພວກເຂົາ​ພ່າຍແພ້.


ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຊາວ​ອິດສະຣາເອນ ແລະ​ໄດ້​ປ່ອຍ​ໃຫ້​ຊາວ​ຟີລິດສະຕິນ​ແລະ​ຊາວ​ອຳໂມນ​ຮົບ​ຊະນະ​ພວກເຂົາ.


ຕໍ່ມາ ຊາວ​ອິດສະຣາເອນ​ໄດ້​ເຮັດ​ບາບ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າຢາເວ​ອີກ; ແລະ​ພຣະເຈົ້າຢາເວ​ໄດ້​ປ່ອຍ​ໃຫ້​ຊາວ​ຟີລິດສະຕິນ​ປົກຄອງ​ພວກເຂົາ​ເປັນ​ເວລາ​ສີ່ສິບ​ປີ.


ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຊາດ​ອິດສະຣາເອນ​ຢ່າງໜັກ ແລະ​ພຣະອົງ​ໄດ້​ປ່ອຍ​ໃຫ້​ພວກ​ໂຈນ​ເຂົ້າ​ມາ​ໂຈມຕີ ປຸ້ນຈີ້​ແລະ​ເອົາ​ສິ່ງຂອງ​ຂອງ​ພວກເຂົາ. ພຣະອົງ​ຍັງ​ປ່ອຍ​ໃຫ້​ເຫຼົ່າ​ສັດຕູ​ທີ່​ຢູ່​ອ້ອມຮອບ​ນັ້ນ​ຊະນະ​ພວກເຂົາ ຈົນ​ຊາວ​ອິດສະຣາເອນ​ບໍ່​ສາມາດ​ປ້ອງກັນ​ຕົນເອງ​ໄດ້.


ຕໍ່ມາ ປະຊາຊົນ​ອິດສະຣາເອນ​ໄດ້​ພາກັນ​ເຮັດ​ບາບ​ຕໍ່​ສາຍຕາ​ພຣະເຈົ້າຢາເວ​ອີກ. ດ້ວຍເຫດນີ້​ພຣະເຈົ້າຢາເວ​ຈຶ່ງ​ໃຫ້​ເຈົ້າ​ເອກໂລນ​ກະສັດ​ແຫ່ງ​ໂມອາບ ມີ​ກຳລັງ​ເຂັ້ມແຂງ​ກວ່າ​ມາ​ຕໍ່ສູ້​ຊາດ​ອິດສະຣາເອນ, ຍ້ອນວ່າ ພວກເຂົາ​ໄດ້​ພາກັນ​ເຮັດ​ບາບ​ຕໍ່​ສາຍຕາ​ພຣະເຈົ້າຢາເວ.


ຜູ້ນຳ​ຄົນ​ຕໍ່ມາ​ແມ່ນ​ຊຳຄາ ລູກຊາຍ​ຂອງ​ອານາດ. ລາວ​ກໍ​ເປັນ​ຜູ້ໜຶ່ງ​ທີ່​ໄດ້​ຊ່ວຍ​ຊາວ​ອິດສະຣາເອນ​ໃຫ້​ພົ້ນ ແລະ​ໂດຍ​ໃຊ້​ໄມ້​ບັງຄັບງົວ​ຂ້າ​ພວກ​ຟີລິດສະຕິນ​ຈຳນວນ​ຫົກຮ້ອຍ​ຄົນ.


ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້ຂາຍ​ພວກເຂົາ​ໃຫ້​ຢູ່​ໃນ​ມື​ຂອງ​ເຈົ້າ​ຢາບິນ ກະສັດ​ຂອງ​ຊາວ​ການາອານ​ຜູ້​ທີ່​ປົກຄອງ​ຢູ່​ທີ່​ນະຄອນ​ຮາໂຊ. ແມ່ທັບ​ຂອງ​ເພິ່ນ​ຊື່​ວ່າ ສີເສຣາ. ລາວ​ເປັນ​ຊາວ​ເມືອງ​ຮາໂຣເຊັດ​ຂອງ​ຄົນຕ່າງຊາດ.


ແຕ່​ຖ້າ​ພວກເຈົ້າ​ບໍ່​ເຊື່ອຟັງ​ພຣະເຈົ້າຢາເວ ແລະ​ທັງ​ບໍ່​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ. ແລ້ວ​ມື​ຂອງ​ພຣະເຈົ້າຢາເວ​ຈະ​ຕໍ່ສູ້​ພວກເຈົ້າ​ແລະ​ກະສັດ​ຂອງ​ພວກເຈົ້າ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka