Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 12:7 - ພຣະຄຳພີສັກສິ

7 ບັດນີ້ ຈົ່ງ​ຢືນ​ຢູ່​ກັບ​ທີ່​ຂອງ​ພວກເຈົ້າ​ນັ້ນ​ແຫຼະ ແລະ​ຂ້າພະເຈົ້າ​ຈະ​ຟ້ອງ​ພວກເຈົ້າ​ຕໍ່​ພຣະເຈົ້າຢາເວ ໂດຍ​ຕັກເຕືອນ​ພວກເຈົ້າ ໃຫ້​ຈົດຈຳ​ພາລະກິດ​ອັນ​ຍິ່ງໃຫຍ່​ທັງໝົດ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ​ນັ້ນ ເພື່ອ​ຊ່ວຍ​ພວກເຈົ້າ​ແລະ​ປູ່ຍ່າຕາຍາຍ​ໃຫ້​ພົ້ນ.

Uka jalj uñjjattʼäta Copia luraña




1 ຊາມູເອນ 12:7
7 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ກ່າວ​ວ່າ, “ບັດນີ້ ຈົ່ງ​ມາ​ຕົກລົງ​ເລື່ອງລາວ​ກັນເທາະ. ເຖິງ​ແມ່ນ​ວ່າ​ບາບ​ຂອງ​ພວກເຈົ້າ​ນັ້ນ​ເປັນ​ສີແດງເຂັ້ມ ແຕ່​ເຮົາ​ກໍ​ຈະ​ຊຳລະ​ໃຫ້​ຂາວ​ສະອາດ​ດັ່ງ​ຫິມະ ເຖິງ​ແມ່ນ​ວ່າ​ຮອຍ​ເປິເປື້ອນ​ຈະ​ແດງເຂັ້ມ ພວກເຈົ້າ​ກໍ​ຈະ​ຂາວ​ສະອາດ​ດັ່ງ​ຂົນແກະ.


ເຮົາ​ຈະ​ນຳ​ພວກເຈົ້າ​ໄປ​ໃນ ຖິ່ນ​ແຫ້ງແລ້ງ​ກັນດານ​ຂອງ​ຊົນຊາດ​ທັງຫລາຍ ແລະ​ໃນ​ບ່ອນ​ນັ້ນ​ເຮົາ​ຈະ​ກ່າວໂທດ​ພວກເຈົ້າ​ຕໍ່ໜ້າຕໍ່ຕາ.


ໂດຍ​ອະທິບາຍ ແລະ​ພິສູດ​ຈາກ​ຂໍ້​ພຣະຄຳພີ​ໃຫ້​ພວກເຂົາ​ເຫັນ​ວ່າ, ພຣະຄຣິດ​ຕ້ອງ​ທົນທຸກ​ທໍລະມານ ແລະ​ເປັນ​ຄືນ​ມາ​ຈາກ​ຕາຍ. ໂປໂລ​ກ່າວ​ວ່າ, “ພຣະເຢຊູເຈົ້າ​ຜູ້​ທີ່​ຂ້າພະເຈົ້າ​ປະກາດ​ແກ່​ທ່ານ​ທັງຫລາຍ ຜູ້​ນີ້​ແຫຼະ ເປັນ​ພຣະຄຣິດ.”


ຈົ່ງ​ຟັງແມ ຢູ່​ອ້ອມແອ້ມ​ນໍ້າສ້າງ​ພຸ້ນ ມີ​ສຽງ​ໂຮຮ້ອງ​ອັນ​ຍິ່ງໃຫຍ່ ບອກ​ເຖິງ​ໄຊຊະນະ​ຂອງ​ພຣະເຈົ້າຢາເວ ຄື​ໄຊຊະນະ​ຂອງ​ຊົນຊາດ​ອິດສະຣາເອນ. ແລ້ວ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ ກໍ​ຕຽມ​ອອກ​ເດີນທາງ ຍົກທັບ​ຂອງ​ພວກເຂົາ​ລົງ​ມາ​ຈາກ ເມືອງຕ່າງໆ​ຂອງ​ພວກເຂົາ​ພຸ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka