Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 12:6 - ພຣະຄຳພີສັກສິ

6 ຊາມູເອນ​ກ່າວ​ຕໍ່ໄປ​ອີກ​ວ່າ, “ແມ່ນ​ພຣະເຈົ້າຢາເວ​ທີ່​ໄດ້​ເລືອກ​ເອົາ​ໂມເຊ​ກັບ​ອາໂຣນ ແລະ​ເປັນ​ຜູ້​ນຳພາ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ.

Uka jalj uñjjattʼäta Copia luraña




1 ຊາມູເອນ 12:6
11 Jak'a apnaqawi uñst'ayäwi  

ແລ້ວ​ພຣະອົງ​ກໍໄດ້​ສົ່ງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໄປ ແລະ​ສົ່ງ​ອາໂຣນ​ຜູ້​ທີ່​ພຣະອົງ​ໄດ້​ເລືອກໄວ້.


ພຣະອົງ​ໄດ້​ແຍກ​ຫີນ ແລະ​ນໍ້າ​ໄດ້​ໄຫລພຸ້ງ​ອອກ​ມາ ມັນ​ໄຫລ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ​ເໝືອນ​ດັ່ງ​ແມ່ນໍ້າ.


ທັງ​ໂມເຊ​ແລະ​ອາໂຣນ​ຕ່າງ​ກໍ​ເປັນ​ປະໂຣຫິດ ແລະ​ຊາມູເອນ​ກໍໄດ້​ເປັນ​ຜູ້ໜຶ່ງ​ທີ່​ພາວັນນາ​ອະທິຖານ​ຕໍ່​ນາມຊື່​ຂອງ​ພຣະອົງ, ຕ່າງ​ກໍໄດ້​ຮ້ອງຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍຊູ ຝ່າຍ​ພຣະອົງ​ກໍໄດ້​ຕອບ​ພວກເພິ່ນ.


ແມ່ນ​ອາໂຣນ ແລະ​ໂມເຊ​ນີ້​ເອງ ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ວ່າ, “ຈົ່ງ​ນຳພາ​ຄົນ​ໃນ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ອອກ​ໄປ​ຈາກ​ປະເທດ​ເອຢິບ.”


ແມ່ນ​ສອງ​ຄົນ​ນີ້​ແຫຼະ ທີ່​ໄດ້​ບອກ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ປ່ອຍ​ປະຊາຊົນ​ອິດສະຣາເອນ​ໃຫ້​ເປັນ​ອິດສະຫລະ.


ພຣະເຈົ້າຢາເວ​ໄດ້​ໃຊ້​ຜູ້ທຳນວາຍ​ຄົນ​ໜຶ່ງ ມາ​ຊ່ວຍກູ້​ເອົາ​ຊາວ​ອິດສະຣາເອນ​ອອກ​ຈາກ​ການ​ເປັນ​ທາດຮັບໃຊ້​ໃນ​ປະເທດ​ເອຢິບ ແລະ​ເພື່ອ​ດູແລ​ພວກເຂົາ.


ເຮົາ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ; ເຮົາ​ໄດ້​ກອບກູ້​ເອົາ​ພວກເຈົ້າ​ໃຫ້​ອອກ​ມາ​ຈາກ​ການ​ເປັນ​ທາດຮັບໃຊ້ ເຮົາ​ໄດ້​ໃຊ້​ໂມເຊ, ອາໂຣນ ແລະ​ມີຣີອາມ ໃຫ້​ນຳພາ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka