Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 12:4 - ພຣະຄຳພີສັກສິ

4 ປະຊາຊົນ​ພາກັນ​ຕອບ​ວ່າ, “ທ່ານ​ບໍ່ໄດ້​ສໍ້ໂກງ ຫລື​ຂົ່ມເຫັງ​ພວກ​ຂ້ານ້ອຍ​ແຕ່​ຢ່າງໃດ​ເລີຍ ແລະ​ທ່ານ​ກໍ​ບໍ່ໄດ້​ເອົາ​ສິ່ງໃດ​ສິ່ງໜຶ່ງ​ຈາກ​ຜູ້ໃດ​ຜູ້ໜຶ່ງ​ດ້ວຍ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 12:4
6 Jak'a apnaqawi uñst'ayäwi  

ແລ້ວ​ຜູ້​ກວດກາ ແລະ​ເຈົ້າແຂວງ​ຄົນອື່ນໆ ກໍ​ພະຍາຍາມ​ຊອກ​ຈັບ​ຜິດ​ດານີເອນ​ໃນ​ການ​ບໍລິຫານ​ອານາຈັກ; ແຕ່​ພວກເຂົາ​ຈັບ​ຜິດ​ບໍ່ໄດ້ ເພາະ​ດານີເອນ​ເປັນ​ຄົນ​ສັດຊື່​ທີ່ສຸດ​ແລະ​ບໍ່ໄດ້​ເຮັດ​ໃນ​ສິ່ງ​ທີ່​ຜິດ ຫລື​ໃນ​ສິ່ງ​ທີ່​ເສື່ອມເສຍ​ໃດໆ​ເລີຍ.


ເພາະ​ຄົນ​ເຫຼົ່ານີ້​ມີ​ຄວາມເຊື່ອ ພວກເພິ່ນ​ຈຶ່ງ​ໄດ້​ໄຊຊະນະ​ທົ່ວ​ທັງ​ດິນແດນ ພວກເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ​ໄດ້​ຮັບ​ຕາມ​ທີ່​ພຣະເຈົ້າ​ໄດ້​ຊົງ​ສັນຍາ​ໄວ້, ໄດ້​ງັບ​ປາກ​ສິງ,


ສ່ວນ​ເດເມທິໂອ​ນັ້ນ ທຸກຄົນ​ກໍ​ເປັນ​ພະຍານ​ວ່າ ເພິ່ນ​ເປັນ​ຄົນ​ດີ ແລະ​ຄວາມຈິງ​ເອງ​ກໍ​ເປັນ​ພະຍານ ຝ່າຍ​ເຮົາ​ກໍ​ເປັນ​ພະຍານ​ເໝືອນກັນ ແລະ​ເຈົ້າ​ຮູ້​ແລ້ວ​ວ່າ ຄຳ​ພະຍານ​ຂອງເຮົາ​ກໍ​ຈິງ.


ຂ້າພະເຈົ້າ​ຢູ່​ທີ່ນີ້​ແລ້ວ ສະນັ້ນ ຖ້າ​ຂ້າພະເຈົ້າ​ເຮັດ​ຜິດ​ປະການໃດ​ປະການໜຶ່ງ ຈົ່ງ​ໃຫ້​ພວກເຈົ້າ​ຮ້ອງຟ້ອງ​ຂ້າພະເຈົ້າ​ດຽວ​ນີ້ ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ແລະ​ກະສັດ​ທີ່​ພຣະອົງ​ໄດ້​ເລືອກ​ເອົາ. ຂ້າພະເຈົ້າ​ເຄີຍ​ໄດ້​ເອົາ​ງົວ​ແລະ​ລໍ​ຂອງ​ຜູ້ໃດ​ບໍ? ຂ້າພະເຈົ້າ​ໄດ້​ສໍ້ໂກງ​ແລະ​ກົດຂີ່​ຂົ່ມເຫັງ​ຜູ້ໃດ​ແດ່? ຂ້າພະເຈົ້າ​ໄດ້​ຮັບ​ສິນບົນ​ຈາກ​ຜູ້ໃດ​ບໍ? ຖ້າ​ຂ້າພະເຈົ້າ​ໄດ້​ເຮັດ​ສິ່ງໃດ​ສິ່ງໜຶ່ງ​ດັ່ງ​ທີ່​ໄດ້​ກ່າວ​ມາ​ນີ້ ຂ້າພະເຈົ້າ​ຍິນດີ​ຈ່າຍ​ຄືນ​ສິ່ງ​ທີ່​ຂ້າພະເຈົ້າ​ເອົາ​ໄປ​ນັ້ນ.”


ຊາມູເອນ​ຕອບ​ຄືນ​ວ່າ, “ມື້ນີ້ ພຣະເຈົ້າຢາເວ​ພ້ອມ​ກັບ​ກະສັດ​ທີ່​ພຣະອົງ​ເລືອກ​ເອົາ​ນັ້ນ ໄດ້​ເປັນ​ພະຍານ​ຕໍ່ໜ້າ​ພວກເຈົ້າ​ວ່າ ພວກເຈົ້າ​ບໍ່​ພົບ​ຄວາມຜິດ​ໃດໆ​ໃນ​ຕົວ​ຂ້າພະເຈົ້າ.” ພວກເຂົາ​ຕອບ​ວ່າ, “ແມ່ນແລ້ວ ພຣະອົງ​ເປັນ​ພະຍານ​ໃຫ້​ພວກ​ຂ້ານ້ອຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka