1 ຊາມູເອນ 12:3 - ພຣະຄຳພີສັກສິ3 ຂ້າພະເຈົ້າຢູ່ທີ່ນີ້ແລ້ວ ສະນັ້ນ ຖ້າຂ້າພະເຈົ້າເຮັດຜິດປະການໃດປະການໜຶ່ງ ຈົ່ງໃຫ້ພວກເຈົ້າຮ້ອງຟ້ອງຂ້າພະເຈົ້າດຽວນີ້ ຢູ່ຊ້ອງໜ້າພຣະເຈົ້າຢາເວ ແລະກະສັດທີ່ພຣະອົງໄດ້ເລືອກເອົາ. ຂ້າພະເຈົ້າເຄີຍໄດ້ເອົາງົວແລະລໍຂອງຜູ້ໃດບໍ? ຂ້າພະເຈົ້າໄດ້ສໍ້ໂກງແລະກົດຂີ່ຂົ່ມເຫັງຜູ້ໃດແດ່? ຂ້າພະເຈົ້າໄດ້ຮັບສິນບົນຈາກຜູ້ໃດບໍ? ຖ້າຂ້າພະເຈົ້າໄດ້ເຮັດສິ່ງໃດສິ່ງໜຶ່ງດັ່ງທີ່ໄດ້ກ່າວມານີ້ ຂ້າພະເຈົ້າຍິນດີຈ່າຍຄືນສິ່ງທີ່ຂ້າພະເຈົ້າເອົາໄປນັ້ນ.” Uka jalj uñjjattʼäta |
ນີ້ແຫຼະ ເປັນເທື່ອທີສາມທີ່ເຮົາຕຽມພ້ອມທີ່ເຮົາຈະມາຫາເຈົ້າທັງຫລາຍ ແລະເຮົາຈະບໍ່ເປັນພາລະອັນໜັກແກ່ພວກເຈົ້າ ເພາະວ່າເຮົາບໍ່ຕ້ອງການສິ່ງໃດຈາກພວກເຈົ້າ, ແຕ່ວ່າຕ້ອງການຕົວພວກເຈົ້າ. ເຫດວ່າ, ທີ່ລູກຈະທ້ອນໂຮມຊັບໄວ້ສຳລັບພໍ່ແມ່ ກໍບໍ່ສົມຄວນ, ແຕ່ວ່າແມ່ນພໍ່ແມ່ເປັນຜູ້ທ້ອນໂຮມຊັບໄວ້ສຳລັບລູກ.
ແລ້ວຊາມູເອນກໍເອົາເຕົ້ານໍ້າມັນໝາກກອກເທດຖອກໃສ່ຫົວໂຊນ ແລະຈູບລາວ ແລະກ່າວວ່າ, “ພຣະເຈົ້າຢາເວໄດ້ຫົດສົງເຈົ້າໃຫ້ເປັນຜູ້ປົກຄອງຊາວອິດສະຣາເອນປະຊາຊົນຂອງພຣະອົງ. ເຈົ້າຈະປົກຄອງປະຊາຊົນຂອງພຣະເຈົ້າຢາເວ ແລະຊ່ວຍພວກເຂົາໃຫ້ພົ້ນຈາກສັດຕູທັງປວງຂອງພວກເຂົາ. ຂໍ້ພິສູດທີ່ພຣະເຈົ້າຢາເວໄດ້ເລືອກເອົາເຈົ້າ ໃຫ້ຂຶ້ນເປັນຜູ້ປົກຄອງປະຊາຊົນຂອງພຣະອົງ ແມ່ນດັ່ງນີ້:
ພໍ່ຂ້ານ້ອຍເອີຍ ເບິ່ງສົ້ນເສື້ອລ່າມຂອງທ່ານທີ່ຂ້ານ້ອຍພວມຖືຢູ່ນີ້ດູ ຂ້ານ້ອຍຄວນຂ້າທ່ານຖິ້ມເສຍແລ້ວ, ແຕ່ຂ້ານ້ອຍພຽງແຕ່ໄດ້ຕັດເອົາສົ້ນເສື້ອເທົ່ານັ້ນ. ອັນນີ້ກໍເຮັດໃຫ້ທ່ານແນ່ໃຈໄດ້ແລ້ວວ່າ ຂ້ານ້ອຍບໍ່ໄດ້ກະບົດຫລືຄິດທຳຮ້າຍທ່ານແຕ່ຢ່າງໃດ. ແມ່ນວ່າຂ້ານ້ອຍບໍ່ໄດ້ເຮັດຫຍັງຜິດຕໍ່ທ່ານກໍຕາມ ແຕ່ທ່ານກໍຍັງຕາມລ່າຂ້ານ້ອຍຢູ່.