Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 12:21 - ພຣະຄຳພີສັກສິ

21 ຢ່າ​ຫລົງ​ໄຫລ​ໄປ​ນຳ​ພະທຽມ; ມັນ​ຊ່ວຍເຫລືອ​ຫຍັງ​ພວກເຈົ້າ​ບໍ່ໄດ້ ເພາະ​ມັນ​ບໍ່ແມ່ນ​ພຣະ​ແທ້.

Uka jalj uñjjattʼäta Copia luraña




1 ຊາມູເອນ 12:21
21 Jak'a apnaqawi uñst'ayäwi  

ພວກເຂົາ​ບໍ່​ເຊື່ອຟັງ​ຄຳແນະນຳ​ຂອງ​ພຣະອົງ, ພວກເຂົາ​ບໍ່​ຖື​ຮັກສາ​ພັນທະສັນຍາ ທີ່​ພຣະອົງ​ເຮັດ​ໄວ້​ກັບ​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ ແລະ​ພວກເຂົາ​ບໍ່​ເອົາໃຈໃສ່​ຕໍ່​ຄຳ​ຕັກເຕືອນ​ຂອງ​ພຣະອົງ. ພວກເຂົາ​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ທີ່​ໄຮ້​ຄ່າ​ຈົນ​ກາຍເປັນ​ຄົນ​ໄຮ້​ຄ່າ​ເອງ ແລະ​ພວກເຂົາ​ໄດ້​ເຮັດ​ຕາມ​ທຳນຽມ​ຂອງ​ຊົນຊາດ​ທີ່​ຢູ່​ອ້ອມຮອບ​ພວກເຂົາ ໂດຍ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ທີ່​ບໍ່​ໃຫ້​ເອົາ​ແບບຢ່າງ​ຂອງ​ຊົນຊາດ​ເຫຼົ່ານັ້ນ.


ບັນດາ​ພະ​ບໍ່​ມີ​ຄ່າ​ເຫຼົ່ານີ້​ເຮັດ​ຫຍັງ​ບໍ່ໄດ້​ເລີຍ ເປັນ​ຮູບພະ​ທີ່​ອ່ອນແອ ແລະ​ຂາດ​ຣິດອຳນາດ.”


ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ວ່າ, “ຈົ່ງ​ພາກັນ​ມາ​ເຖີດ ຊົນຊາດ​ທີ່​ລອດ​ຈາກ​ອານາຈັກ​ລົ້ມ​ທະລາຍ​ນັ້ນ; ສະເໜີ​ພວກເຈົ້າ​ສຳລັບ​ການ​ສອບສວນ​ຄະດີ​ເບິ່ງດູ ຜູ້​ທີ່​ແຫ່​ຂະບວນ​ກັບ​ຮູບເຄົາຣົບ​ໄມ້​ຂອງຕົນ​ນັ້ນ ທັງ​ພາວັນນາ​ອະທິຖານ​ຕໍ່​ບັນດາ​ພະ​ທີ່​ຊ່ວຍ​ຫຍັງ​ບໍ່ໄດ້​ເລີຍ ຄື​ພວກ​ທີ່​ບໍ່​ຮູ້ຈັກ​ເລື່ອງລາວ​ຫຍັງໝົດ.


ພວກເຂົາ​ຍົກ​ມັນ​ຂຶ້ນ​ໃສ່​ບ່າ ແລະ​ພາກັນ​ຫາມ​ໄປ ວາງ​ຮູບພະ​ລົງ​ຢູ່​ທີ່ໃດ ມັນ​ກໍ​ຢືນ​ຢູ່​ທີ່ນັ້ນ ມັນ​ເໜັງຕີງ​ຍ້າຍ​ໄປມາ​ບ່ອນໃດ​ບໍ່ໄດ້​ເລີຍ ຖ້າ​ຜູ້ໃດ​ຜູ້ໜຶ່ງ​ພາວັນນາ​ອະທິຖານ​ມັນ​ກໍ​ຕອບ​ຫຍັງ​ບໍ່ໄດ້ ຫລື​ບໍ່​ສາມາດ​ຊ່ວຍ​ຄົນໃດ​ຄົນໜຶ່ງ​ໄດ້​ເລີຍ ໃຫ້​ພົ້ນ​ຈາກ​ໄພພິບັດ​ທີ່​ມາ​ປະເຊີນ​ນັ້ນ.


ມັນ​ບໍ່ມີ​ຄຸນຄ່າ​ແລະ​ຕ້ອງ​ຖືກ​ຫຍໍ້ຫຍັນ ເມື່ອ​ພຣະອົງ​ມາ​ຈັດການ​ມັນ​ຈະ​ຖືກ​ທຳລາຍ.


ພວກເຂົາ​ທັງໝົດ​ນັ້ນ​ໂງ່ຈ້າ ແລະ​ງົມງາຍ ພວກເຂົາ​ຮຽນຮູ້​ຫຍັງ​ແດ່​ຈາກ​ຮູບເຄົາຣົບ​ທີ່​ເປັນ​ໄມ້?


ບໍ່ມີ​ຮູບເຄົາຣົບ​ຂອງ​ຊົນຊາດ​ໃດ​ເຮັດ​ໃຫ້​ຝົນ​ຕົກ​ມາ ຟ້າ​ສະຫວັນ​ກໍ​ເຮັດ​ໃຫ້​ຝົນ​ຫລັ່ງລິນ​ລົງ​ມາ​ບໍ່ໄດ້; ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ເພາະ​ແມ່ນ​ພຣະອົງ​ທີ່​ໄດ້​ກະທຳ​ທຸກສິ່ງ​ເຫຼົ່ານີ້.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ແມ່ນ​ຜູ້​ທີ່​ປົກປ້ອງ​ຄຸ້ມຄອງ​ຂອງ​ຂ້ານ້ອຍ ແລະ​ໃຫ້​ກຳລັງ​ວັງຊາ​ແກ່​ຂ້ານ້ອຍ; ພຣະອົງ​ໄດ້​ຊ່ວຍ​ຂ້ານ້ອຍ​ໃນ​ຍາມ​ເດືອດຮ້ອນ. ຊົນຊາດ​ທັງຫລາຍ​ຈະ​ມາ​ຫາ​ພຣະອົງ​ຈາກ​ສົ້ນສຸດ​ແຜ່ນດິນ​ໂລກ ແລະ​ກ່າວ​ວ່າ, “ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ບໍ່ມີ​ຫຍັງ​ເລີຍ; ມີ​ແຕ່​ພະປອມ​ເທົ່ານັ້ນ​ຄື​ຮູບເຄົາຣົບ​ທັງຫລາຍ​ທີ່​ບໍ່ມີ​ປະໂຫຍດ.


ປະຊາຊົນ​ຂອງເຮົາ​ໄດ້​ເຮັດ​ບາບ​ໄວ້​ສອງ​ປະການ ຄື​ພວກເຂົາ​ໄດ້​ຫັນໜີ​ໄປ​ຈາກ​ເຮົາ ຜູ້​ເປັນ​ບໍ່​ນໍ້າພຸ​ແຫ່ງ​ຊີວິດ ແລະ​ພວກເຂົາ​ໄດ້​ຂຸດ​ອ່າງນໍ້າ​ໄວ້​ສຳລັບ​ຕົນເອງ ເປັນ​ອ່າງ​ແຕກ​ທີ່​ບັນຈຸ​ນໍ້າ​ໄວ້​ບໍ່ໄດ້.


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ບັນພະບຸລຸດ​ຂອງ​ພວກເຈົ້າ​ມີ​ຂໍ້​ກ່າວຫາ ພວກເຂົາ​ມີ​ຂໍ້​ກ່າວຫາ​ຫຍັງ​ຕໍ່ສູ້​ເຮົາ​ຢ່າງນີ້​ນໍ ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ພວກເຂົາ​ຫັນໜີ​ຈາກ​ເຮົາ​ໄດ້? ພວກເຂົາ​ໄດ້​ຂາບໄຫວ້​ຮູບເຄົາຣົບ​ທີ່​ບໍ່ມີ​ປະໂຫຍດ​ຫຍັງ ແລະ​ພວກເຂົາ​ເອງ​ກໍໄດ້​ກາຍເປັນ​ຄົນ​ບໍ່ມີ​ປະໂຫຍດ.


ພວກ​ທີ່​ຂາບໄຫວ້​ຮູບເຄົາຣົບ​ອັນ​ບໍ່ມີ​ປະໂຫຍດ​ຫຍັງ ກໍໄດ້​ປະຖິ້ມ​ຄວາມສັດຊື່​ຕໍ່​ພຣະອົງ​ສາ​ແລ້ວ.


ແຕ່​ຂ້ານ້ອຍ​ຈະ​ຮ້ອງເພງ​ໂມທະນາ​ຂອບພຣະຄຸນ ແລະ​ຈະ​ຖວາຍ​ເຄື່ອງບູຊາ​ແກ່​ພຣະອົງ ແລະ​ເຮັດ​ຕາມ​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ສັນຍາ ຄວາມພົ້ນ​ມີມາ​ໂດຍ​ທາງ​ພຣະເຈົ້າຢາເວ.”


ຮູບເຄົາຣົບ​ໃຫ້​ຜົນປະໂຫຍດ​ຫຍັງ​ແດ່? ມັນ​ເປັນ​ພຽງແຕ່​ຮູບ​ທີ່​ມະນຸດ​ໄດ້​ສ້າງ​ຂຶ້ນ​ເທົ່ານັ້ນ ແລະ​ມັນ​ກໍ​ບໍ່​ບອກ​ຫຍັງ​ໃຫ້​ພວກເຈົ້າ​ຮູ້​ໄດ້ ເວັ້ນແຕ່​ຄຳຕົວະ​ເທົ່ານັ້ນ. ມີ​ດີ​ຫຍັງ​ແດ່​ທີ່​ຜູ້​ສ້າງ​ຮູບເຄົາຣົບ​ນັ້ນ​ປົງໃຈ​ໃນ​ມັນ ຄື​ຮູບ​ພະ​ທີ່​ປາກ​ບໍ່ໄດ້


“ທ່ານ​ທັງຫລາຍ​ເອີຍ ເປັນຫຍັງ​ຈຶ່ງ​ເຮັດ​ເຊັ່ນນີ້? ພວກເຮົາ​ທັງສອງ​ກໍ​ເປັນ​ມະນຸດ​ຢ່າງ​ດຽວກັນ​ກັບ​ພວກທ່ານ ແລະ​ມາ​ປະກາດ​ຂ່າວປະເສີດ​ໃຫ້​ພວກທ່ານ​ກັບໃຈ​ຈາກ​ສິ່ງ​ອັນ​ບໍ່ມີ​ປະໂຫຍດ​ເຫຼົ່ານີ້ ແລະ​ຫັນມາ​ຫາ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ຄື​ອົງ​ທີ່​ໄດ້​ສ້າງ​ສະຫວັນ, ແຜ່ນດິນ​ໂລກ, ນໍ້າ​ທະເລ ແລະ​ສັບພະທຸກສິ່ງ ຊຶ່ງ​ຢູ່​ໃນ​ທີ່ນັ້ນ.


ເລື່ອງ​ການ​ກິນ​ອາຫານ ທີ່​ເຂົາ​ເອົາ​ບູຊາ​ແກ່​ພະທຽມ​ນັ້ນ, ເຮົາ​ທັງຫລາຍ​ຮູ້​ຢູ່​ວ່າ, “ພະທຽມ​ນັ້ນ ບໍ່​ເປັນ​ຂອງ​ແທ້” ແລະ “ມີ​ພຣະເຈົ້າ​ແທ້​ແຕ່​ອົງ​ດຽວ.”


ຢ່າ​ໃຫ້​ຜູ້ໃດ​ໃນ​ພວກເຈົ້າ​ຖືກ​ນຳ​ໃຫ້​ຫັນ​ໜີ​ໄປ​ຂາບໄຫວ້ ແລະ​ຮັບໃຊ້​ບັນດາ​ພະອື່ນ.


ແຕ່​ຖ້າ​ພວກເຈົ້າ​ບໍ່​ເຊື່ອຟັງ​ແລະ​ປະຕິເສດ​ທີ່​ຈະ​ເຮັດ​ຕາມ ທັງ​ຍອມ​ໃຫ້​ຖືກ​ຊັກຊວນ​ໄປ​ຂາບໄຫວ້​ບັນດາ​ພະອື່ນ


ໂດຍ​ຮູບເຄົາຣົບ​ຂອງ​ພວກເຂົາ​ນັ້ນ ພວກເຂົາ​ແກ້ງເຮັດ​ໃຫ້​ເຮົາ​ໂມໂຫ ໂດຍ​ແກ້ງເຮັດ​ໃຫ້​ເຮົາ​ຫຶງຫວງ ຕໍ່​ສິ່ງ​ທີ່​ພວກເຂົາ​ເອີ້ນ​ວ່າ​ພະ​ຂອງ​ເຂົາເຈົ້າ​ນັ້ນ; ພະເກ້ໆ​ເຫຼົ່ານັ້ນ​ລ້ວນແຕ່​ເປັນ​ພະທຽມ ບໍ່ແມ່ນ​ພຣະເຈົ້າ​ແທ້​ຈັກດີ້. ສະນັ້ນ ເຮົາ​ຈຶ່ງ​ຈະ​ໃຊ້​ຊາດ​ໜຶ່ງ​ມາ​ເຮັດ​ໃຫ້ ພວກ​ເຂົາເຈົ້າ​ເກີດ​ໂມໂຫ; ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ເກີດ​ອິດສາ ຊົນຊາດ​ເບົາ​ປັນຍານີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka