Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 12:2 - ພຣະຄຳພີສັກສິ

2 ແລະ​ດຽວ​ນີ້​ພວກເຈົ້າ​ກໍ​ມີ​ກະສັດ​ໂຊນ​ເປັນ​ຜູ້​ນຳພາ. ສຳລັບ​ຂ້າພະເຈົ້າ​ເອງ​ນັ້ນ​ເຖົ້າແກ່​ແລະ​ຜົມ​ກໍ​ຫງອກ​ຫລາຍ​ແລ້ວ ແລະ​ພວກ​ລູກຊາຍ​ຂອງ​ຂ້າພະເຈົ້າ​ກໍ​ຍັງ​ຢູ່​ນຳ​ພວກເຈົ້າ. ຂ້າພະເຈົ້າ​ເປັນ​ຜູ້ນຳ​ຂອງ​ພວກເຈົ້າ​ແຕ່​ຍັງ​ໜຸ່ມ​ຈົນເຖິງ​ດຽວນີ້.

Uka jalj uñjjattʼäta Copia luraña




1 ຊາມູເອນ 12:2
17 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າ​ເອີຍ ບັດນີ້​ຂ້ານ້ອຍ​ເຖົ້າແກ່ ແລະ​ຜົມ​ຫງອກ​ກໍ​ຫລາຍ​ແລ້ວ ຂໍ​ຢ່າ​ປະຖິ້ມ​ຂ້ານ້ອຍ​ໄປເລີຍ ໃນ​ຂະນະທີ່​ຂ້ານ້ອຍ​ປະກາດ​ເຖິງ​ຣິດອຳນາດ ແລະ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ​ແກ່​ຄົນ​ລຸ້ນ​ຕໍ່ໄປ​ຟັງ ຂໍ​ພຣະອົງ​ຢູ່​ນຳ​ຂ້ານ້ອຍ​ດ້ວຍ.


ແລະ​ສາມາດ​ບັນຊາ​ພວກເຂົາ​ເຂົ້າ​ສູ້ຮົບ​ໄດ້ ເພື່ອ​ວ່າ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ຈະ​ບໍ່​ເປັນ​ດັ່ງ​ຝູງແກະ​ທີ່​ຂາດ​ຜູ້​ລ້ຽງ.”


ສຳລັບ​ເຮົາ​ນັ້ນ ເຖິງ​ເວລາ​ແລ້ວ​ທີ່​ຈະ​ຕົກ​ເປັນ​ເຄື່ອງ​ບູຊາ ແລະ​ເຖິງ​ເວລາ​ແລ້ວ​ທີ່​ເຮົາ​ຕ້ອງ​ຈາກ​ໂລກນີ້​ໄປ.


ຕໍ່ມາ​ອີກ​ເປັນ​ເວລາ​ດົນນານ ພຣະເຈົ້າຢາເວ​ໄດ້​ໃຫ້​ຊາດ​ອິດສະຣາເອນ ຢູ່​ຢ່າງ​ສະຫງົບສຸກ​ຈາກ​ເຫຼົ່າ​ສັດຕູ​ທີ່​ຢູ່​ອ້ອມແອ້ມ​ພວກເຂົາ. ໃນ​ເວລາ​ນັ້ນ​ໂຢຊວຍ​ກໍ​ເຖົ້າແກ່​ຫລາຍ​ແລ້ວ


ສະນັ້ນ ເພິ່ນ​ຈຶ່ງ​ເອີ້ນ​ຊາວ​ອິດສະຣາເອນ​ທຸກຄົນ​ມາ ມີ​ດັ່ງນີ້: ພວກ​ເຖົ້າແກ່, ພວກຫົວໜ້າ, ພວກ​ຜູ້ປົກຄອງ ແລະ​ພວກ​ເຈົ້າໜ້າທີ່​ຂອງ​ປະຊາຊົນ. ເພິ່ນ​ບອກ​ພວກເຂົາ​ວ່າ, “ດຽວ​ນີ້​ຂ້າພະເຈົ້າ​ກໍ​ເຖົ້າແກ່​ຫລາຍ​ແລ້ວ


ເພາະ​ຂ້າພະເຈົ້າ​ຮູ້​ຢູ່​ວ່າ ອີກ​ບໍ່​ດົນ ຂ້າພະເຈົ້າ​ກໍ​ຈະ​ປະຖິ້ມ​ຮ່າງກາຍ​ນີ້​ເສຍ ເໝືອນ​ດັ່ງ​ທີ່​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ໄດ້​ຊົງ​ສຳແດງ​ແກ່​ຂ້າພະເຈົ້າ​ແລ້ວ.


ບັດນີ້ ເອລີ​ກໍ​ເຖົ້າແກ່​ຫລາຍ​ແລ້ວ ເພິ່ນ​ໄດ້ຍິນ​ເລື່ອງ​ຕ່າງໆ​ທີ່​ລູກຊາຍ​ຂອງຕົນ​ໄດ້​ເຮັດ​ຕໍ່​ຊາວ​ອິດສະຣາເອນ ລວມທັງ​ເລື່ອງ​ທີ່​ພວກເຂົາ​ເປັນຊູ້​ກັບ​ພວກຜູ້ຍິງ ທີ່​ມາ​ບົວລະບັດ​ຮັບໃຊ້​ຢູ່​ຕໍ່ໜ້າ​ຫໍເຕັນ​ບ່ອນ​ຊຸມນຸມ​ນັ້ນ​ດ້ວຍ.


ແລ້ວ​ເປັນຫຍັງ​ເຈົ້າ​ຈຶ່ງ​ເບິ່ງ​ເຄື່ອງບູຊາ​ແລະ​ເຄື່ອງຖວາຍ ທີ່​ເຮົາ​ຮຽກຮ້ອງ​ເອົາ​ນຳ​ປະຊາຊົນ​ນັ້ນ​ດ້ວຍ​ໃຈ​ໂລບມາກ. ເອລີ ເປັນຫຍັງ​ເຈົ້າ​ຈຶ່ງ​ໃຫ້ກຽດ​ພວກ​ລູກຊາຍ​ຂອງ​ເຈົ້າ​ຫລາຍກວ່າ​ເຮົາ? ໂດຍ​ປ່ອຍ​ໃຫ້​ພວກເຂົາ​ຕຸ້ຍພີ​ຂຶ້ນ ຍ້ອນ​ສ່ວນ​ດີທີ່ສຸດ​ຂອງ​ເຄື່ອງບູຊາ​ທັງໝົດ ຊຶ່ງ​ປະຊາຊົນ​ນຳ​ມາ​ຖວາຍ​ນັ້ນ?’


ພຣະເຈົ້າຢາເວ​ໄດ້​ມາ​ຢືນ​ຢູ່​ໃນ​ບ່ອນ​ນັ້ນ ແລະ​ເອີ້ນ​ເໝືອນ​ດັ່ງ​ແຕ່​ກ່ອນ​ວ່າ, “ຊາມູເອນ ຊາມູເອນ​ເອີຍ!” ຊາມູເອນ​ຕອບ​ວ່າ, “ຜູ້ຮັບໃຊ້​ຂອງ​ພຣະອົງ​ກຳລັງ​ຟັງ​ຢູ່ ຂໍ​ພຣະອົງ​ສັ່ງ​ມາ​ເຖີດ.”


ເຮົາ​ໄດ້​ບອກ​ລາວ​ແລ້ວ​ວ່າ ເຮົາ​ຈະ​ລົງໂທດ​ຄອບຄົວ​ຂອງ​ລາວ​ຕະຫລອດໄປ ເພາະ​ພວກ​ລູກຊາຍ​ຂອງ​ລາວ​ໄດ້​ກ່າວ​ຄຳ​ຊົ່ວຊ້າ​ຕໍ່ສູ້​ເຮົາ. ສ່ວນ​ເອລີ​ເອງ​ກໍ​ຮູ້ຈັກ​ວ່າ​ພວກເຂົາ​ເວົ້າ​ດັ່ງນັ້ນ ແຕ່​ລາວ​ບໍ່ໄດ້​ຫ້າມ​ພວກເຂົາ.


ເອລີ​ຈຶ່ງ​ເອີ້ນ​ຫາ​ລາວ​ວ່າ, “ຊາມູເອນ ລູກເອີຍ.” ຊາມູເອນ​ຕອບ​ວ່າ, “ຂ້ານ້ອຍ​ຢູ່​ທີ່ນີ້”.


ເມື່ອ​ຊາມູເອນ​ເຖົ້າແກ່​ແລ້ວ ເພິ່ນ​ໄດ້​ໃຫ້​ພວກ​ລູກຊາຍ​ຂອງຕົນ ຂຶ້ນ​ເປັນ​ຜູ້ປົກຄອງ​ຊາດ​ອິດສະຣາເອນ​ແທນ​ຕົນ.


ເພື່ອ​ວ່າ​ພວກ​ຂ້ານ້ອຍ​ຈະ​ເປັນ​ດັ່ງ​ຊົນຊາດ​ອື່ນໆ ໂດຍ​ມີ​ກະສັດ​ຂອງ​ຕົນເອງ​ເພື່ອ​ປົກຄອງ​ພວກ​ຂ້ານ້ອຍ ແລະ​ເພື່ອ​ນຳໜ້າ​ພວກ​ຂ້ານ້ອຍ​ອອກ​ໄປ​ສູ່​ສະໜາມຮົບ.”


ແຕ່​ພວກເຂົາ​ບໍ່ໄດ້​ປະພຶດ​ຕາມ​ແບບຢ່າງ​ຂອງ​ພໍ່ ພວກເຂົາ​ສົນໃຈ​ນຳ​ແຕ່​ເງິນຄຳ​ເທົ່ານັ້ນ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຮັບ​ສິນບົນ​ແລະ​ບໍ່ໄດ້​ຕັດສິນ​ຢ່າງ​ສັດຊື່.


ພວກເຂົາ​ເວົ້າ​ກັບ​ເພິ່ນ​ວ່າ, “ທ່ານເອີຍ ທ່ານ​ກໍ​ເຖົ້າແກ່​ແລ້ວ; ພວກ​ລູກຊາຍ​ຂອງທ່ານ​ບໍ່ໄດ້​ປະພຶດ​ຕາມ​ແບບຢ່າງ​ຂອງທ່ານ​ເລີຍ. ສະນັ້ນ ຂໍ​ທ່ານ​ຈົ່ງ​ແຕ່ງຕັ້ງ​ກະສັດ​ໃຫ້​ເປັນ​ຜູ້ປົກຄອງ​ພວກ​ຂ້ານ້ອຍ​ສາ ເພື່ອ​ພວກ​ຂ້ານ້ອຍ​ຈະ​ມີ​ກະສັດ​ປົກຄອງ​ດັ່ງ​ປະເທດ​ອື່ນໆ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka