Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 12:15 - ພຣະຄຳພີສັກສິ

15 ແຕ່​ຖ້າ​ພວກເຈົ້າ​ບໍ່​ເຊື່ອຟັງ​ພຣະເຈົ້າຢາເວ ແລະ​ທັງ​ບໍ່​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ. ແລ້ວ​ມື​ຂອງ​ພຣະເຈົ້າຢາເວ​ຈະ​ຕໍ່ສູ້​ພວກເຈົ້າ​ແລະ​ກະສັດ​ຂອງ​ພວກເຈົ້າ​ດ້ວຍ.

Uka jalj uñjjattʼäta Copia luraña




1 ຊາມູເອນ 12:15
12 Jak'a apnaqawi uñst'ayäwi  

ແລະ​ລາວ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ອາສາ. ລາວ​ຮ້ອງ​ຂຶ້ນ​ວ່າ, “ຂ້າແດ່​ພະຣາຊາ ແລະ​ພວກທ່ານ​ທີ່​ເປັນ​ຊາວ​ຢູດາ​ແລະ​ຊາວ​ເບັນຢາມິນ​ເອີຍ ຈົ່ງ​ຟັງ​ຂ້ານ້ອຍ​ເຖີດ ພຣະເຈົ້າຢາເວ​ຈະ​ສະຖິດ​ຢູ່​ນຳ​ພວກທ່ານ ຕາບໃດ​ທີ່​ພວກທ່ານ​ຢູ່​ກັບ​ພຣະອົງ. ຖ້າ​ພວກທ່ານ​ຊອກ​ຫາ​ພຣະອົງ ພຣະອົງ​ກໍ​ຈະ​ໃຫ້​ພວກທ່ານ​ໄດ້​ພົບ​ພຣະອົງ; ແຕ່​ຖ້າ​ພວກທ່ານ​ຫັນໜີ​ຈາກ​ພຣະອົງ ພຣະອົງ​ກໍ​ຈະ​ປະຖິ້ມ​ພວກທ່ານ.


ແຕ່​ຖ້າ​ພວກເຈົ້າ​ປະຕິເສດ​ແລະ​ກະບົດ ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ. ເພາະວ່າ​ປາກ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວໄວ້.”


ແຕ່​ຄົນຊົ່ວຊ້າ ພັດ​ໄດ້​ຮັບ​ຄວາມ​ຫາຍຍະນະ; ສິ່ງ​ທີ່​ພວກເຂົາ​ໄດ້​ກະທຳ​ໃຫ້​ຜູ້​ອື່ນ​ນັ້ນ ບັດນີ້ ສິ່ງ​ນັ້ນ​ໄດ້​ຕາມ​ມາ​ສະໜອງ​ພວກເຂົາ​ເອງ.


ແຕ່​ພຣະເຈົ້າຢາເວ​ຊົງ​ຊອບທຳ ເພາະ​ຂ້ອຍ​ບໍ່ໄດ້​ເຊື່ອຟັງ​ພຣະອົງ​ຈຶ່ງ​ເປັນ​ຢູ່​ຢ່າງນີ້. ຈົ່ງ​ຟັງ​ຂ້ອຍ​ເທີ້ນ ປະຊາຊົນ​ທົ່ວ​ທຸກບ່ອນ​ເອີຍ ຈົ່ງ​ຫລຽວ​ເບິ່ງດູ​ຄວາມ​ເຈັບປວດ​ຂອງຂ້ອຍ. ຊາຍໜຸ່ມ​ແລະ​ຍິງສາວ​ທີ່​ຂ້ອຍ​ມີ​ຢູ່​ທັງໝົດ ກໍ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ທັງສິ້ນ.


ຂ້າພະເຈົ້າ​ຮູ້​ວ່າ​ພວກເຂົາ​ດື້ດຶງ​ແລະ​ຄິດຄົດ​ທໍລະຍົດ​ເທົ່າໃດ. ພວກເຂົາ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ​ໃນ​ລະຫວ່າງ​ທີ່​ຂ້າພະເຈົ້າ​ຍັງ​ມີ​ຊີວິດ​ຢູ່ ແລະ​ພວກເຂົາ​ກໍ​ຈະ​ກະບົດ​ຕໍ່ສູ້​ພຣະອົງ​ຫລາຍກວ່າ​ນີ້​ອີກ ຫລັງຈາກ​ທີ່​ຂ້າພະເຈົ້າ​ຕາຍໄປ​ແລ້ວ.


ແລະ​ຖ້າ​ພວກເຈົ້າ​ປະຖິ້ມ​ພຣະເຈົ້າຢາເວ​ໄປ​ບົວລະບັດ​ຮັບໃຊ້​ບັນດາ​ພະ​ຂອງ​ຕ່າງຊາດ​ແລ້ວ ພຣະອົງ​ກໍ​ຈະ​ຫັນ​ມາ​ຕໍ່ສູ້ ແລະ​ລົງໂທດ​ພວກເຈົ້າ. ພຣະອົງ​ຈະ​ທຳລາຍ​ພວກເຈົ້າ ເຖິງ​ແມ່ນ​ວ່າ​ພຣະອົງ​ໄດ້​ເຮັດ​ດີ​ຕໍ່​ພວກເຈົ້າ​ກໍຕາມ.”


ເທື່ອໃດ​ທີ່​ພວກເຂົາ​ອອກ​ສູ້ຮົບ ພຣະເຈົ້າຢາເວ​ກໍ​ຕໍ່ສູ້​ພວກເຂົາ​ເທື່ອນັ້ນ ຕາມ​ທີ່​ພຣະອົງ​ໄດ້​ບອກ​ໄວ້. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຕົກ​ຢູ່​ໃນ​ສະພາບ​ເດືອດຮ້ອນ​ທີ່ສຸດ.


ແຕ່​ປະຊາຊົນ​ຊໍ້າ​ພັດ​ໄດ້​ລືມໄລ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ; ສະນັ້ນ ພຣະອົງ​ຈຶ່ງ​ໃຫ້​ພວກ​ຟີລິດສະຕິນ​ກັບ​ກະສັດ​ແຫ່ງ​ໂມອາບ​ແລະ​ສີເສຣາ ແມ່ທັບ​ຂອງ​ເມືອງ​ຮາໂຊ​ມາ​ຕໍ່ສູ້ ແລະ​ພວກເຂົາ​ໄດ້​ເອົາ​ຊະນະ​ບັນພະບຸລຸດ​ຂອງ​ພວກເຈົ້າ.


ແຕ່​ພໍ​ຫີບ​ໄປ​ເຖິງ​ທີ່​ນັ້ນ​ແລ້ວ ພຣະເຈົ້າຢາເວ​ກໍ​ລົງໂທດ​ຊາວ​ເມືອງ​ນີ້​ເຊັ່ນກັນ ຄື​ເຮັດ​ໃຫ້​ພວກເຂົາ​ສັບສົນ​ວຸ້ນວາຍ​ຫຼາຍ. ພຣະອົງ​ໄດ້​ລົງໂທດ​ພວກເຂົາ​ໃຫ້​ເກີດ​ຕຸ່ມຝີ​ທັງ​ຜູ້ໜຸ່ມ​ແລະ​ຜູ້ເຖົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka