Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 12:12 - ພຣະຄຳພີສັກສິ

12 ແຕ່​ເມື່ອ​ພວກເຈົ້າ​ເຫັນ​ວ່າ ເຈົ້າ​ນາຮາດ​ກະສັດ​ແຫ່ງ​ອຳໂມນ​ກຳລັງ​ມາ​ໂຈມຕີ​ພວກເຈົ້າ ພວກເຈົ້າ​ຈຶ່ງ​ປະຖິ້ມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ອົງ​ເປັນ​ກະສັດ​ຂອງ​ພວກເຈົ້າ ໂດຍ​ໄດ້​ເວົ້າ​ກັບ​ຂ້າພະເຈົ້າ​ວ່າ, ‘ພວກເຮົາ​ຢາກ​ໄດ້​ກະສັດ​ອົງ​ໜຶ່ງ​ມາ​ປົກຄອງ.’

Uka jalj uñjjattʼäta Copia luraña




1 ຊາມູເອນ 12:12
15 Jak'a apnaqawi uñst'ayäwi  

ເຮົາ​ຈະ​ຕັ້ງ​ພັນທະສັນຍາ​ລະຫວ່າງ​ເຮົາ ກັບ​ເຈົ້າ ແລະ​ເຊື້ອສາຍ​ຂອງ​ເຈົ້າ ໃຫ້​ເປັນ​ພັນທະສັນຍາ​ສືບ​ໄປ​ສຳລັບ​ຄົນ​ເຊັ່ນ​ຕໍ່ໆໄປ. ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ເຈົ້າ ແລະ​ພຣະເຈົ້າ​ຂອງ​ເຊື້ອສາຍ​ຂອງ​ເຈົ້າ.


ພຣະອົງ​ຄື​ກະສັດ​ຂອງ​ພວກ​ຂ້ານ້ອຍ​ແຕ່​ເດີມ ພຣະອົງ​ໄດ້​ໃຫ້​ຄວາມ​ພົ້ນ​ເທິງ​ແຜ່ນດິນ​ໂລກ.


ເຊືອກ​ກາງ​ຜ້າໃບ​ຂອງ​ເຮືອ​ກໍ​ບໍ່ມີ​ປະໂຫຍດ; ຜ້າໃບ​ແລ່ນ​ເຮືອ​ກໍ​ໃຊ້​ການ​ບໍ່ໄດ້ ພວກເຈົ້າ​ຈະ​ຢຶດ​ຊັບສົມບັດ​ອັນ​ມະຫາສານ​ຂອງ​ກອງທັບ​ເຫຼົ່າ​ສັດຕູ​ຈົນ​ໝົດ ແມ່ນແຕ່​ຄົນ​ຂາ​ພິການ​ກໍໄດ້​ຮັບ​ສ່ວນແບ່ງ. ເພາະ​ພຣະເຈົ້າຢາເວ​ເປັນ​ຜູ້ຕັດສິນ​ຂອງ​ພວກເຮົາ, ພຣະເຈົ້າຢາເວ​ເປັນ​ຜູ້​ໃຫ້​ກົດໝາຍ​ຂອງ​ພວກເຮົາ, ພຣະເຈົ້າຢາເວ​ເປັນ​ກະສັດ​ຂອງ​ພວກເຮົາ; ພຣະອົງ​ຈະ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ.


ໃນຂະນະ​ດຽວກັນ​ນັ້ນ ຊາວ​ອິດສະຣາເອນ​ທັງໝົດ​ທີ່​ໄດ້​ອາໄສ​ຢູ່​ໃນ​ໂມອາບ, ອຳໂມນ, ເອໂດມ ແລະ​ດິນແດນ​ອື່ນ​ອີກ​ໄດ້ຍິນ​ວ່າ ກະສັດ​ແຫ່ງ​ບາບີໂລນ​ໄດ້​ອະນຸຍາດ​ໃຫ້​ຊາວ​ອິດສະຣາເອນ​ບາງຄົນ​ອາໄສ​ຢູ່​ໃນ​ຢູດາຍ​ໄດ້ ແລະ​ເພິ່ນ​ແຕ່ງຕັ້ງ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ ແລະ​ຫລານຊາຍ​ຂອງ​ຊາຟານ​ໃຫ້​ເປັນ​ຜູ້​ສຳເລັດ​ຣາຊການ​ຂອງ​ພວກເຂົາ.


ພວກເຈົ້າ​ໄດ້​ຮ້ອງຂໍ​ເອົາ​ກະສັດ​ແລະ​ບັນດາ​ຜູ້ນຳ; ແຕ່​ພວກເຂົາ​ຈະ​ຊ່ວຍ​ປະເທດ​ໃຫ້​ພົ້ນໄພ​ໄດ້​ຢ່າງໃດ?


ຂ້າພະເຈົ້າ​ຫຼິງ​ເຫັນ​ວ່າ ອະນາຄົດ​ຂອງ​ຊາດ​ອິດສະຣາເອນ ຈະ​ບໍ່​ນຳ​ໂຊກຮ້າຍ​ໃດໆ ຫລື​ຄວາມ​ລຳບາກ​ມາ​ສູ່​ພວກເຂົາ​ຈັກດີ້. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ກໍ​ສະຖິດ​ຢູ່​ນຳ​ພວກເຂົາ ພວກເຂົາ​ປະກາດ​ວ່າ​ພຣະອົງ ເປັນ​ກະສັດ​ຂອງ​ພວກ​ເຂົາເຈົ້າ.


ກີເດໂອນ​ຕອບ​ວ່າ, “ຂ້ອຍ​ແລະ​ລູກຊາຍ​ຂອງຂ້ອຍ​ຈະ​ບໍ່​ເປັນ​ຜູ້ນຳ​ຂອງ​ພວກເຈົ້າ. ພຣະເຈົ້າຢາເວ​ຈະ​ເປັນ​ຜູ້ນຳ​ຂອງ​ພວກເຈົ້າ.”


ແຕ່​ມື້ນີ້ ພວກເຈົ້າ​ໄດ້​ຫັນ​ມາ​ຕໍ່ສູ້​ຄອບຄົວ​ຂອງ​ພໍ່​ຂ້ອຍ. ພວກເຈົ້າ​ຂ້າ​ລູກຊາຍ​ເຈັດສິບ​ຄົນ ຂອງ​ເພິ່ນ​ທີ່​ເທິງ​ຫີນ​ກ້ອນ​ດຽວ ເພາະ​ອາບີເມເຫຼັກ​ລູກຊາຍ​ທີ່​ເກີດ​ຈາກ​ສາວໃຊ້​ຂອງ​ເພິ່ນ ເປັນ​ພີ່ນ້ອງ​ຂອງ​ພວກເຈົ້າ ພວກເຈົ້າ​ຈຶ່ງ​ໄດ້​ແຕ່ງຕັ້ງ​ລາວ​ໃຫ້​ຂຶ້ນ​ເປັນ​ກະສັດ​ຂອງ​ເມືອງ​ຊີເຄມ.


ແຕ່​ໃນ​ມື້ນີ້ ພວກເຈົ້າ​ໄດ້​ປະຖິ້ມ​ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ຊ່ວຍ​ເອົາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ຄວາມ​ລຳບາກ ຕະຫລອດ​ທັງ​ຄວາມ​ຫຍຸ້ງຍາກ​ທຸກຢ່າງ ແລະ​ຂໍຮ້ອງ​ເຮົາ​ໃຫ້​ແຕ່ງຕັ້ງ​ກະສັດ​ຄົນ​ໜຶ່ງ​ໃຫ້​ພວກເຈົ້າ ດີ​ແລ້ວ ຖ້າດັ່ງນັ້ນ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເປັນເຜົ່າ​ແລະ​ເປັນ​ຕະກຸນ​ຊ້ອງໜ້າ​ພຣະເຈົ້າຢາເວ.”’


ແຕ່​ພວກເຂົາ​ບໍ່ໄດ້​ປະພຶດ​ຕາມ​ແບບຢ່າງ​ຂອງ​ພໍ່ ພວກເຂົາ​ສົນໃຈ​ນຳ​ແຕ່​ເງິນຄຳ​ເທົ່ານັ້ນ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຮັບ​ສິນບົນ​ແລະ​ບໍ່ໄດ້​ຕັດສິນ​ຢ່າງ​ສັດຊື່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka