Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 12:11 - ພຣະຄຳພີສັກສິ

11 ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ສົ່ງ​ຄົນ​ເຫຼົ່ານີ້​ມາ ມີ​ດັ່ງນີ້: ກີເດໂອນ, ບາຣັກ, ເຢັບທາ ແລະ​ຜູ້​ສຸດທ້າຍ​ແມ່ນ​ຂ້າພະເຈົ້າ​ເອງ. ພວກເຮົາ​ແຕ່ລະຄົນ​ໄດ້​ຊ່ວຍ​ກອບກູ້​ເອົາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ມື​ຂອງ​ພວກ​ສັດຕູ ແລະ​ພວກເຈົ້າ​ໄດ້​ຢູ່​ຢ່າງ​ປອດໄພ.

Uka jalj uñjjattʼäta Copia luraña




1 ຊາມູເອນ 12:11
13 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ໄດ້​ສົ່ງ​ຜູ້ນຳ​ຄົນ​ໜຶ່ງ​ມາ​ໃຫ້​ອານາຈັກ​ອິດສະຣາເອນ ເພື່ອ​ປົດປ່ອຍ​ພວກເຂົາ​ອອກ​ຈາກ​ກຳມື​ຂອງ​ຊາວ​ຊີເຣຍ. ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ຢູ່​ຢ່າງ​ສະຫງົບສຸກ​ເໝືອນດັ່ງ​ແຕ່​ກ່ອນ.


ແລະ​ອູລາມ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເບດານ. ບຸກຄົນ​ທັງໝົດ​ເຫຼົ່ານີ້​ແມ່ນ​ເຊື້ອສາຍ​ຂອງ​ກີເລອາດ ລູກຊາຍ​ຂອງ​ມາກີ​ແລະ​ຫລານຊາຍ​ຂອງ​ມານາເຊ.


ຢູ່ມາ​ມື້ໜຶ່ງ ນາງ​ເດໂບຣາ​ໄດ້​ໃຊ້​ຄົນ​ໄປ​ຫາ​ບາຣັກ​ລູກຊາຍ​ຂອງ​ອາບີໂນອາມ ທີ່​ເມືອງ​ເກເດັດ​ໃນ​ເຂດແດນ​ເນັບທາລີ ແລະ​ກ່າວ​ຕໍ່​ລາວ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ໃຫ້​ຄຳສັ່ງ​ແກ່​ເຈົ້າ​ດັ່ງນີ້: ‘ຈົ່ງ​ເກນ​ຜູ້ຊາຍ​ສິບພັນ​ຄົນ​ຈາກ​ເຜົ່າ​ເນັບທາລີ​ແລະ​ເຜົ່າ​ເຊບູໂລນ ແລະ​ນຳພາ​ພວກເຂົາ​ໄປ​ທີ່​ພູເຂົາ​ຕາໂບ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ຫັນກັບ​ມາຫາ​ລາວ​ແລະ​ໄດ້ກ່າວ​ວ່າ, “ຈົ່ງ​ໄປ​ຊ່ວຍ​ເອົາ​ຊາດ​ອິດສະຣາເອນ​ໃຫ້​ພົ້ນ​ຈາກ​ຊາວ​ມີດີອານ​ດ້ວຍ​ກຳລັງ​ອັນ​ເຂັ້ມແຂງ​ຂອງ​ເຈົ້າ. ເຮົາ​ເອງ​ເປັນ​ຜູ້​ໃຊ້​ເຈົ້າ​ໄປ.”


ແຕ່​ໂຢອາດ​ຕອບ​ທຸກຄົນ​ທີ່​ມາ​ປະເຊີນ​ໜ້າ​ນັ້ນ​ວ່າ, “ພວກເຈົ້າ​ມາ​ຕໍ່ວ່າ​ຕໍ່ຂານ​ກັບ​ຂ້ອຍ​ແທນ​ພະບາອານ​ຊັ້ນບໍ? ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຕໍ່​ວ່າ​ແທນ ຈະ​ຖືກ​ຂ້າ​ຖິ້ມ​ກ່ອນ​ຮຸ່ງ​ເຊົ້າ. ຖ້າ​ພະບາອານ​ເປັນ​ພະ​ຕົນໜຶ່ງ​ແທ້ ໃຫ້​ມັນ​ປ້ອງກັນ​ມັນ​ເອງ ເພາະ​ແມ່ນ​ແທ່ນບູຊາ​ຂອງ​ມັນ​ທີ່​ຖືກ​ຮື້​ຖິ້ມ.”


ແຕ່​ນັ້ນ​ມາ ຄົນ​ທັງຫລາຍ​ຈຶ່ງ​ເອີ້ນ​ກີເດໂອນ​ວ່າ ເຢຣຸບ​ບາອານ ຍ້ອນ​ໂຢອາດ​ເວົ້າ​ວ່າ, “ໃຫ້​ພະບາອານ​ປ້ອງກັນ​ມັນ​ເອງ ເພາະ​ແມ່ນ​ແທ່ນບູຊາ​ຂອງ​ມັນ​ທີ່​ຖືກ​ຮື້​ຖິ້ມ.”


ມື້ໜຶ່ງ ກີເດໂອນ​ພ້ອມ​ດ້ວຍ​ທະຫານ​ທັງໝົດ​ຂອງ​ລາວ​ໄດ້​ລຸກຂຶ້ນ​ແຕ່​ເຊົ້າໆ ແລ້ວ​ກໍ​ໄປ​ຕັ້ງ​ທີ່ໝັ້ນ​ຢູ່​ທາງ​ບໍ່​ນໍ້າ​ຮາໂຣດ. ສ່ວນ​ພວກ​ມີດີອານ​ນັ້ນ​ຕັ້ງ​ທີ່ໝັ້ນ​ຢູ່​ຮ່ອມພູ ທາງທິດເໜືອ​ໃກ້​ກັບ​ພູ​ໂມເຣ.


ຕໍ່ຈາກ​ນັ້ນ​ມາ ກີເດໂອນ​ລູກຊາຍ​ຂອງ​ໂຢອາດ​ໄດ້​ກັບຄືນ​ເມືອ​ຢູ່​ເຮືອນ​ຂອງຕົນເອງ.


ພວກເຂົາ​ບໍ່ໄດ້​ສຳນຶກ​ເຖິງ​ບຸນຄຸນ​ຂອງ​ຄອບຄົວ​ກີເດໂອນ ທີ່​ເຄີຍ​ສ້າງ​ຄຸນງາມ​ຄວາມດີ​ໄວ້​ກັບ​ຊາດ​ອິດສະຣາເອນ.


ດັ່ງນັ້ນ ປະຊາຊົນ​ອິດສະຣາເອນ​ທຸກຄົນ​ຕັ້ງແຕ່​ເມືອງ​ດານ​ທາງ​ພາກເໜືອ ຈົນເຖິງ​ເບເອນເຊບາ​ທາງ​ພາກໃຕ້ ໄດ້​ຮູ້ຈັກ​ວ່າ​ຊາມູເອນ​ເປັນ​ຜູ້ທຳນວາຍ​ແທ້​ຂອງ​ພຣະເຈົ້າຢາເວ.


ສະນັ້ນ ພວກ​ຟີລິດສະຕິນ​ຈຶ່ງ​ພ່າຍແພ້​ໄປ ແລະ​ພຣະເຈົ້າຢາເວ​ກໍ​ບໍ່ໄດ້​ໃຫ້​ພວກເຂົາ ບຸກລຸກ​ເຂດແດນ​ຂອງ​ຊາວ​ອິດສະຣາເອນ​ອີກ ຕາບໃດ​ທີ່​ຊາມູເອນ​ຍັງ​ມີ​ຊີວິດ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka