Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 12:10 - ພຣະຄຳພີສັກສິ

10 ແລ້ວ​ພວກເຂົາ​ກໍ​ຮ້ອງ​ຫາ​ພຣະເຈົ້າຢາເວ ແລະ​ໄດ້ກ່າວ​ວ່າ, ‘ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ເພາະ​ພວກ​ຂ້ານ້ອຍ​ໄດ້​ຫັນ​ໜີໄປ​ຈາກ​ພຣະເຈົ້າຢາເວ ແລະ​ໄປ​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ຂອງ​ພະບາອານ​ແລະ​ຂອງ​ເຈົ້າແມ່​ອັດສະຕາກ. ບັດນີ້ ຂໍ​ພຣະອົງ​ໂຜດ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ມື​ຂອງ​ພວກ​ສັດຕູ​ແດ່ທ້ອນ ແລະ​ພວກ​ຂ້ານ້ອຍ​ຈະ​ຮັບໃຊ້​ພຣະອົງ.’

Uka jalj uñjjattʼäta Copia luraña




1 ຊາມູເອນ 12:10
18 Jak'a apnaqawi uñst'ayäwi  

ເຖິງປານນັ້ນ ພຣະອົງ​ກໍ​ຍັງ​ຟັງ​ສຽງ​ຮ້ອງທູນ​ຂອງ​ພວກເຂົາ, ຈຶ່ງ​ກັບ​ມາ​ສົນໃຈ​ໃນ​ຄວາມທຸກ​ຂອງ​ພວກເຂົາ


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ລົງໂທດ​ຄົນ​ຂອງ​ພຣະອົງ ພວກເຂົາ​ໄດ້​ພາວັນນາ​ອະທິຖານ​ດ້ວຍ​ຈິດໃຈ​ທີ່​ເຈັບປວດ.


ເຊືອກ​ກາງ​ຜ້າໃບ​ຂອງ​ເຮືອ​ກໍ​ບໍ່ມີ​ປະໂຫຍດ; ຜ້າໃບ​ແລ່ນ​ເຮືອ​ກໍ​ໃຊ້​ການ​ບໍ່ໄດ້ ພວກເຈົ້າ​ຈະ​ຢຶດ​ຊັບສົມບັດ​ອັນ​ມະຫາສານ​ຂອງ​ກອງທັບ​ເຫຼົ່າ​ສັດຕູ​ຈົນ​ໝົດ ແມ່ນແຕ່​ຄົນ​ຂາ​ພິການ​ກໍໄດ້​ຮັບ​ສ່ວນແບ່ງ. ເພາະ​ພຣະເຈົ້າຢາເວ​ເປັນ​ຜູ້ຕັດສິນ​ຂອງ​ພວກເຮົາ, ພຣະເຈົ້າຢາເວ​ເປັນ​ຜູ້​ໃຫ້​ກົດໝາຍ​ຂອງ​ພວກເຮົາ, ພຣະເຈົ້າຢາເວ​ເປັນ​ກະສັດ​ຂອງ​ພວກເຮົາ; ພຣະອົງ​ຈະ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ.


ຊຶ່ງ​ໄດ້​ກວມ​ເອົາ​ເຄິ່ງ​ໜຶ່ງ​ຂອງ​ກີເລອາດ, ອັດຊະຕາໂຣດ​ແລະ​ເອັດເຣອີ ແລະ​ເມືອງ​ໃຫຍ່ໆ​ໃນ​ອານາຈັກ​ຂອງ​ເຈົ້າໂອກ​ທີ່​ບາຊານ. ທັງໝົດ​ນີ້​ແມ່ນ​ໄດ້​ຖືກ​ມອບໝາຍ​ໃຫ້​ຄອບຄົວ​ຕ່າງໆ ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ມາກີ​ລູກຊາຍ​ຂອງ​ມານາເຊ.


ແລ້ວ​ຊາວ​ອິດສະຣາເອນ​ກໍ​ຮ້ອງ​ຫາ​ພຣະເຈົ້າຢາເວ​ວ່າ, “ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ ດ້ວຍວ່າ​ພວກ​ຂ້ານ້ອຍ​ໄດ້​ໜີໄປ​ຈາກ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ແລະ​ໄປ​ຂາບໄຫວ້​ພະບາອານ.”


ແລ້ວ​ຊາວ​ອິດສະຣາເອນ​ກໍໄດ້​ເລີ່ມ​ເຮັດ​ບາບ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າຢາເວ ໂດຍ​ເລີ່ມ​ບົວລະບັດ​ຮັບໃຊ້​ພະບາອານ.


ພວກເຂົາ​ປະຖິ້ມ​ພຣະເຈົ້າຢາເວ ແລະ​ໄປ​ບົວລະບັດ​ຮັບໃຊ້​ພະບາອານ​ແລະ​ເຈົ້າແມ່​ອັດສະຕາກ.


ແລ້ວ​ຊາວ​ອິດສະຣາເອນ​ກໍ​ຮ້ອງ​ຫາ​ພຣະເຈົ້າຢາເວ​ອີກ ແລະ​ພຣະເຈົ້າຢາເວ​ໄດ້​ສົ່ງ​ຊາຍ​ຄົນ​ໜຶ່ງ​ມາ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ. ຊາຍ​ຄົນ​ນີ້​ແມ່ນ​ເອຮຸດ ຄົນ​ແຮງ​ກໍ້າ​ຊ້າຍ​ຜູ້​ທີ່​ເປັນ​ລູກຊາຍ​ຂອງ​ເກຣາ​ຈາກ​ເຜົ່າ​ເບັນຢາມິນ. ປະຊາຊົນ​ອິດສະຣາເອນ​ໄດ້​ໃຊ້​ເອຮຸດ​ນຳ​ເອົາ​ຂອງຂວັນ ໄປ​ມອບ​ໃຫ້​ກະສັດ​ເອກໂລນ​ແຫ່ງ​ໂມອາບ.


ປະຊາຊົນ​ອິດສະຣາເອນ​ໄດ້​ລືມໄລ​ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ພວກ​ຕົນ; ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າຢາເວ ແລະ​ຂາບໄຫວ້​ຮູບເຄົາຣົບ​ບາອານ​ແລະ​ເຈົ້າແມ່​ອາເຊຣາ.


ແລ້ວ​ຊາວ​ອິດສະຣາເອນ​ກໍໄດ້​ຮ້ອງ​ຫາ​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ໄດ້​ສົ່ງ​ຊາຍ​ຜູ້ໜຶ່ງ​ມາ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ. ຊາຍ​ຜູ້​ນີ້​ແມ່ນ​ໂອດນີເອນ ລູກຊາຍ​ຂອງ​ເກນາດ​ຜູ້​ທີ່​ເປັນ​ນ້ອງຊາຍ​ຂອງ​ກາເລັບ.


ເຈົ້າ​ຢາບິນ​ມີ​ລົດຮົບ​ເຫຼັກ​ເກົ້າຮ້ອຍ​ຄັນ ແລະ​ເພິ່ນ​ໄດ້​ປົກຄອງ​ປະຊາຊົນ​ອິດສະຣາເອນ ໂດຍ​ການ​ບີບບັງຄັບ​ຢ່າງໜັກ​ເປັນ​ເວລາ​ຊາວ​ປີ. ແລ້ວ​ປະຊາຊົນ​ອິດສະຣາເອນ​ກໍໄດ້​ຮ້ອງ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ.


ເມື່ອ​ປະຊາຊົນ​ອິດສະຣາເອນ​ຮ້ອງ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ ເພື່ອ​ຈະ​ຕໍ່ສູ້​ພວກ​ມີດີອານ.


ຫີບ​ນັ້ນ​ຢູ່​ໃນ​ເມືອງ​ກີຣີອາດ​ເຢອາຣີມ ເປັນ​ເວລາ​ດົນນານ​ເຖິງ​ຊາວ​ປີ. ໃນ​ເວລາ​ນັ້ນ ຊາວ​ອິດສະຣາເອນ​ທຸກຄົນ​ໄດ້​ຮ້ອງ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ.


ດັ່ງນັ້ນ ພວກເຂົາ​ທຸກຄົນ​ຈຶ່ງ​ໄປ​ເຕົ້າໂຮມ​ກັນ​ທີ່​ເມືອງ​ມີຊະປາ. ພວກເຂົາ​ຕັກ​ເອົາ​ນໍ້າ​ແລະ​ຖອກ​ລົງ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ໃນ​ວັນນັ້ນ ພວກເຂົາ​ໄດ້ຖືສິນ​ອົດ​ອາຫານ​ຕະຫລອດ. ພວກເຂົາ​ເວົ້າ​ວ່າ, “ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ.” (ແມ່ນ​ໃນ​ເມືອງ​ມີຊະປາ​ນີ້​ເອງ ທີ່​ຊາມູເອນ​ໄດ້​ຕັດສິນ​ປະຊາຊົນ​ອິດສະຣາເອນ).


Jiwasaru arktasipxañani:

Anuncios ukanaka


Anuncios ukanaka