Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 11:9 - ພຣະຄຳພີສັກສິ

9 ພວກເຂົາ​ບອກ​ຄົນນຳຂ່າວ​ມາ​ຈາກ​ຢາເບັດ​ກີເລອາດ​ນັ້ນ​ວ່າ, “ຈົ່ງ​ບອກ​ປະຊາຊົນ​ຂອງ​ພວກເຈົ້າ​ວ່າ ມື້ອື່ນ​ເຊົ້າ​ກ່ອນ​ທ່ຽງ ພວກຂ້ອຍ​ຈະ​ໄປ​ຊ່ວຍ​ກອບກູ້​ເອົາ​ພວກເຈົ້າ.” ເມື່ອ​ຊາວ​ຢາເບັດ​ໄດ້​ຮັບ​ຂ່າວ​ນັ້ນ ພວກເຂົາ​ກໍ​ຊົມຊື່ນ​ຍິນດີ​ຫຼາຍ ແລະ​ເວົ້າ​ຕໍ່​ເຈົ້າ​ນາຮາດ​ວ່າ,

Uka jalj uñjjattʼäta Copia luraña




1 ຊາມູເອນ 11:9
7 Jak'a apnaqawi uñst'ayäwi  

ເພິ່ນ​ຈຶ່ງ​ສົ່ງ​ບາງຄົນ​ໄປ​ທີ່​ນັ້ນ ເພື່ອ​ນຳ​ຂ່າວ​ໄປ​ບອກ​ຊາວ​ຢາເບັດ​ກີເລອາດ​ວ່າ, “ຂໍ​ໃຫ້​ພຣະເຈົ້າຢາເວ​ອວຍພອນ​ພວກທ່ານ ສຳລັບ​ຄວາມ​ຈົງຮັກ​ພັກດີ ທີ່​ມີ​ຕໍ່​ກະສັດ​ຂອງ​ພວກທ່ານ​ໂດຍ​ໄດ້​ຝັງ​ຊາກສົບ​ຂອງ​ເພິ່ນ​ໄວ້.


ບັນດາ​ທະຫານ​ຜູ້​ເກັ່ງກ້າ​ທີ່ສຸດ​ກໍໄດ້​ໄປ​ເອົາ​ຊາກສົບ​ຂອງ​ກະສັດ​ໂຊນ ແລະ​ຊາກສົບ​ຂອງ​ພວກ​ລູກຊາຍ​ຂອງ​ເພິ່ນ​ກັບຄືນ​ມາ​ທີ່​ຢາເບັດ. ພວກເຂົາ​ໄດ້​ຝັງ​ຊາກສົບ​ເຫຼົ່ານັ້ນ​ໄວ້​ຢູ່​ກ້ອງ​ຕົ້ນໂອກ​ແລະ​ຖືສິນ​ອົດອາຫານ​ເຈັດ​ວັນ.


ພຣະອົງ​ຊ່ວຍກູ້​ຂ້ານ້ອຍ​ຈາກ​ສັດຕູ​ທີ່​ມີ​ອຳນາດ​ຫລາຍ ທັງ​ແຂງແຮງ​ກວ່າ​ແລະ​ກຽດຊັງ​ຂ້ານ້ອຍ.


ເມື່ອ​ພວກເຂົາ​ຖາມ​ກັນ​ວ່າ ມີ​ໝວດ​ໃດ​ແດ່​ໃນ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ ທີ່​ບໍ່ໄດ້​ໄປ​ຮ່ວມ​ປະຊຸມ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ​ທີ່​ມີຊະປາ​ນັ້ນ. ພວກເຂົາ​ຈຶ່ງ​ພົບ​ວ່າ ບໍ່ມີ​ຜູ້ໃດ​ຈາກ​ຢາເບັດ​ກີເລອາດ ມາ​ຮ່ວມ​ໃນ​ທີ່​ປະຊຸມ​ນັ້ນ.


“ມື້ອື່ນ ພວກເຮົາ​ຈະ​ຍອມ​ຈຳນົນ​ຕໍ່​ທ່ານ ທ່ານ​ຈະ​ເຮັດ​ກັບ​ພວກເຮົາ​ຢ່າງ​ໃດ​ກໍໄດ້ ຕາມ​ທີ່​ທ່ານ​ຕ້ອງການ.”


ໂຊນ​ໃຫ້​ພວກເຂົາ​ເຕົ້າໂຮມ​ກັນ​ຢູ່​ທີ່​ເມືອງ​ເບເຊັກ ໂດຍ​ມີ​ຈຳນວນພົນ​ດັ່ງນີ້: ຊາວ​ອິດສະຣາເອນ​ສາມແສນ​ຄົນ ແລະ​ຊາວ​ຢູດາ​ສາມສິບພັນ​ຄົນ.


ເມື່ອ​ຊາວເມືອງ​ຢາເບັດ​ກີເລອາດ​ໄດ້ຍິນ​ວ່າ ພວກ​ຟີລິດສະຕິນ​ໄດ້​ປະຕິບັດ​ຕໍ່​ກະສັດ​ໂຊນ​ເຊັ່ນນັ້ນ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka