Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 11:8 - ພຣະຄຳພີສັກສິ

8 ໂຊນ​ໃຫ້​ພວກເຂົາ​ເຕົ້າໂຮມ​ກັນ​ຢູ່​ທີ່​ເມືອງ​ເບເຊັກ ໂດຍ​ມີ​ຈຳນວນພົນ​ດັ່ງນີ້: ຊາວ​ອິດສະຣາເອນ​ສາມແສນ​ຄົນ ແລະ​ຊາວ​ຢູດາ​ສາມສິບພັນ​ຄົນ.

Uka jalj uñjjattʼäta Copia luraña




1 ຊາມູເອນ 11:8
8 Jak'a apnaqawi uñst'ayäwi  

ພວກເຂົາ​ໄດ້​ລາຍງານ​ຕໍ່​ກະສັດ​ຈຳນວນ​ປະຊາຊົນ​ທັງໝົດ​ທີ່​ເປັນ​ທະຫານ​ໄດ້ ມີ​ດັ່ງນີ້: ແປດແສນ​ຄົນ ໃນ​ດິນແດນ​ອິດສະຣາເອນ​ແລະ ຫ້າແສນ​ຄົນ​ໃນ​ດິນແດນ​ຢູດາຍ.


ກະສັດ​ໂຢຣາມ​ຈຶ່ງ​ອອກ​ຈາກ​ນະຄອນ​ຊາມາເຣຍ​ໄປ​ທັນທີ ເພື່ອ​ທ້ອນໂຮມ​ເອົາ​ທະຫານ​ທັງໝົດ​ຂອງ​ເພິ່ນ.


ບັນດາ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ທຸກ​ເຜົ່າ ໄດ້​ມີ​ໜ້າ​ໃນ​ທີ່​ປະຊຸມ​ປະຊາຊົນ​ຂອງ​ພຣະເຈົ້າ ໂດຍ​ມີ​ທະຫານ​ຍ່າງ​ສີ່ແສນ​ຄົນ.


ພວກເຂົາ​ບອກ​ຄົນນຳຂ່າວ​ມາ​ຈາກ​ຢາເບັດ​ກີເລອາດ​ນັ້ນ​ວ່າ, “ຈົ່ງ​ບອກ​ປະຊາຊົນ​ຂອງ​ພວກເຈົ້າ​ວ່າ ມື້ອື່ນ​ເຊົ້າ​ກ່ອນ​ທ່ຽງ ພວກຂ້ອຍ​ຈະ​ໄປ​ຊ່ວຍ​ກອບກູ້​ເອົາ​ພວກເຈົ້າ.” ເມື່ອ​ຊາວ​ຢາເບັດ​ໄດ້​ຮັບ​ຂ່າວ​ນັ້ນ ພວກເຂົາ​ກໍ​ຊົມຊື່ນ​ຍິນດີ​ຫຼາຍ ແລະ​ເວົ້າ​ຕໍ່​ເຈົ້າ​ນາຮາດ​ວ່າ,


ຊາມູເອນ​ຈຶ່ງ​ຈາກ​ເມືອງ​ກິນການ​ໄປ​ຕາມ​ທາງ​ຂອງຕົນ. ສ່ວນ​ປະຊາຊົນ​ທີ່​ຍັງເຫລືອ​ຢູ່​ກໍ​ຕິດຕາມ​ໂຊນ​ໄປ​ສົມທົບ​ກັບ​ທະຫານ​ຂອງ​ເພິ່ນ. ພວກເຂົາ​ໄດ້​ອອກ​ຈາກ​ເມືອງ​ກິນການ​ໄປ ຈົນ​ຮອດ​ເມືອງ​ກີເບອາ​ໃນ​ເຂດແດນ​ເບັນຢາມິນ. ກະສັດ​ໂຊນ​ໄດ້​ກວດກາ​ເບິ່ງ​ທະຫານ​ຂອງຕົນ ຈຶ່ງ​ເຫັນ​ວ່າ​ມີ​ຢູ່​ປະມານ​ຫົກຮ້ອຍ​ຄົນ.


ແລ້ວ​ກະສັດ​ໂຊນ​ກໍ​ສັ່ງ​ໃຫ້​ທະຫານ​ຂອງຕົນ​ທຸກ​ກອງ​ເຂົ້າ​ມາ​ເຕົ້າໂຮມ​ກັນ ແລະ​ກວດກາ​ເບິ່ງ​ພົນຮົບ​ທີ່​ເຕເລັມ ມີ​ດັ່ງນີ້: ທະຫານ​ຊາວ​ອິດສະຣາເອນ​ມີ​ສອງຮ້ອຍ​ພັນ​ຄົນ ແລະ​ທະຫານ​ຊາວ​ຢູດາ​ມີ​ສິບພັນ​ຄົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka