Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 11:7 - ພຣະຄຳພີສັກສິ

7 ລາວ​ໄດ້​ຂ້າ​ງົວເຖິກ​ສອງ​ໂຕ​ແລະ​ປາດ​ຊີ້ນ​ເປັນ​ຕ່ອນໆ ແລ້ວ​ໃຫ້​ຄົນນຳຂ່າວ​ມາ​ນັ້ນ​ຖື​ໄປ​ທົ່ວ​ດິນແດນ​ອິດສະຣາເອນ ພ້ອມ​ທັງ​ເຕືອນ​ວ່າ, “ຜູ້ໃດ​ກໍຕາມ​ທີ່​ບໍ່​ຕິດຕາມ​ໂຊນ​ແລະ​ຊາມູເອນ​ໄປ​ສູ່​ສະໜາມຮົບ ງົວເຖິກ​ຂອງ​ຜູ້ນັ້ນ​ຈະ​ຕ້ອງ​ຖືກ​ຂ້າ​ຢ່າງ​ດຽວກັນ​ນີ້​ແຫຼະ.” ປະຊາຊົນ​ອິດສະຣາເອນ​ເກີດ​ຢ້ານກົວ​ຕໍ່​ສິ່ງ​ທີ່​ພຣະເຈົ້າຢາເວ​ອາດ​ຈະ​ກະທຳ. ສະນັ້ນ ພວກເຂົາ​ໝົດ​ທຸກຄົນ​ຈຶ່ງ​ພ້ອມກັນ​ມາ​ໂດຍ​ບໍ່ມີ​ການ​ຍົກເວັ້ນ.

Uka jalj uñjjattʼäta Copia luraña




1 ຊາມູເອນ 11:7
8 Jak'a apnaqawi uñst'ayäwi  

ເມື່ອ​ຢາໂຄບ​ພ້ອມ​ກັບ​ລູກຊາຍ​ກຳລັງ​ອອກ​ເດີນທາງ​ໄປ​ນັ້ນ ຊາວ​ເມືອງ​ໃກ້ຄຽງ​ກໍ​ເກີດ​ຄວາມ​ຢ້ານກົວ​ຫຼາຍ ແລະ​ບໍ່​ກ້າ​ໄລ່​ຕິດຕາມ​ພວກເຂົາ​ໄປ.


ແລ້ວ​ພວກເຂົາ​ກໍ​ສາມາດ​ທຳລາຍ​ເມືອງຕ່າງໆ​ທີ່​ຢູ່​ອ້ອມແອ້ມ​ຂອບເຂດ​ເມືອງ​ເກຣາກ ເພາະ​ປະຊາຊົນ​ໃນ​ທີ່ນັ້ນ​ຢ້ານກົວ​ພຣະເຈົ້າຢາເວ​ຫລາຍ. ກອງທັບ​ປຸ້ນສະດົມ​ເມືອງ ແລະ​ຢຶດ​ສິ່ງຂອງ​ຕ່າງໆ​ມາ​ໄດ້​ຢ່າງ​ຫລວງຫລາຍ.


ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ອານາຈັກ​ຕ່າງໆ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ຢ້ານກົວ​ຈົນ​ບໍ່ກ້າ​ເຮັດ​ເສິກ​ຕໍ່ສູ້​ກະສັດ​ເຢໂຮຊາຟັດ.


ຈົ່ງ​ຢຳເກງ​ພຣະເຈົ້າຢາເວ ແລະ​ປະພຶດ​ຢ່າງ​ລະມັດ​ລະວັງ, ຍ້ອນ​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ບໍ່​ຜ່ອນຜັນ​ຄວາມຜິດ​ໃດໆ ຫລື​ຕັດສິນ​ເຂົ້າຂ້າງ ຫລື​ຮັບ​ສິນຈ້າງ​ລາງວັນ​ໃດໆ​ທັງສິ້ນ.”


ຈົ່ງ​ຈື່ຈຳ​ໄວ້​ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຊົງ​ບໍຣິສຸດ; ຈົ່ງ​ຢ້ານຢຳ​ແລະ​ຢ້ານກົວ​ພຣະອົງ​ເຖີດ.


ເມື່ອ​ມາເຖິງ​ເຮືອນ​ແລ້ວ ລາວ​ກໍ​ໃຊ້​ພ້າ​ຕັດ​ຮ່າງກາຍ​ຂອງ​ເມຍນ້ອຍ​ນັ້ນ ອອກ​ເປັນ​ສິບສອງ​ຕ່ອນ ແລະ​ຈັດ​ສົ່ງ​ໃຫ້​ແຕ່ລະເຜົ່າ​ໃນ​ສິບສອງ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ.


ດັ່ງນັ້ນ ຊາວ​ອິດສະຣາເອນ​ທຸກຄົນ​ຈາກ​ເມືອງ​ດານ​ທາງ​ພາກເໜືອ ຈົນເຖິງ​ເບເອນເຊບາ​ທາງ​ພາກໃຕ້ ຕະຫລອດ​ທັງ​ພວກ​ທີ່​ມາ​ຈາກ​ດິນແດນ​ກີເລອາດ ທາງພາກ​ຕາເວັນອອກ​ຈຶ່ງ​ໄດ້​ຕອບສະໜອງ​ຄຳ​ຮຽກຮ້ອງ. ພວກເຂົາ​ໄດ້​ມາ​ເຕົ້າໂຮມ​ກັນ​ເປັນ​ນໍ້າໜຶ່ງໃຈດຽວ ຊ້ອງໜ້າ​ພຣະເຈົ້າຢາເວ​ທີ່​ເມືອງ​ມີຊະປາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka