5 ສ່ວນໂຊນນັ້ນກຳລັງຈູງງົວມາແຕ່ນາ ເພິ່ນຖາມວ່າ, “ມີຫຍັງເກີດຂຶ້ນ? ເປັນຫຍັງທຸກຄົນຈຶ່ງຮ້ອງໄຫ້?” ພວກເຂົາບອກເລື່ອງທີ່ຄົນນຳຂ່າວຈາກຢາເບັດໄດ້ມາລາຍງານນັ້ນສູ່ລາວຟັງ.
ພຣະເຈົ້າໄດ້ຍິນສຽງຂອງເດັກນ້ອຍຮ້ອງໄຫ້ ແລະເທວະດາຂອງພຣະເຈົ້າກໍໄດ້ເອີ້ນນາງຮາກາມາຈາກສະຫວັນວ່າ, “ຮາກາ ເຈົ້າມີຄວາມເດືອດຮ້ອນຫຍັງ? ຢ່າຢ້ານກົວເລີຍ. ພຣະເຈົ້າໄດ້ຍິນສຽງເດັກນ້ອຍຮ້ອງໄຫ້ແລ້ວ.
ເອລີຢາໄດ້ຈາກໄປ ແລະພົບເອລີຊາລູກຂອງຊາຟັດກຳລັງໄຖນາ; ໄດ້ມີງົວສິບເອັດຄູ່ຍ່າງອອກກ່ອນລາວ, ແຕ່ລາວເອງໄດ້ໃຊ້ງົວຄູ່ທີສິບສອງໄຖໄປຕາມຫລັງ. ເອລີຢາແກ້ເສື້ອຄຸມຂອງຕົນອອກ ແລະຫົ່ມໃຫ້ເອລີຊາ.
ຄືບ່ອນທີ່ເພິ່ນໄດ້ເຝົ້າເບິ່ງຝູງແກະຂອງເພິ່ນ ແລະພຣະອົງໄດ້ຫົດສົງຕັ້ງເພິ່ນໃຫ້ເປັນຜູ້ນຳ ຄືເປັນກະສັດຂອງຊາດອິດສະຣາເອນ ເປັນຜູ້ລ້ຽງດູປະຊາຊົນຂອງພຣະເຈົ້າ.
ຕໍ່ໄປນີ້ແມ່ນຖ້ອຍຄຳກ່ຽວກັບຮ່ອມພູນິມິດ. ມີຫຍັງກຳລັງເກີດຂຶ້ນ? ເປັນຫຍັງຊາວເມືອງທັງໝົດຈຶ່ງສະເຫລີມສະຫລອງທີ່ເທິງຫລັງຄາເຮືອນຂອງຕົນ?
ແລະຮ້ອງໃສ່ພວກເຂົາ. ພວກດານຈຶ່ງຫັນຫລັງມາຮ້ອງຖາມຄືນວ່າ, “ມີເລື່ອງຫຍັງ ເປັນຫຍັງຈຶ່ງມີຄົນມາຫລວງຫລາຍຢ່າງນີ້?”
ຍັງມີຊາຍຮັ່ງມີແລະຊື່ສຽງດີຄົນໜຶ່ງຈາກເຜົ່າເບັນຢາມິນຊື່ວ່າ ກີເຊ ລາວເປັນລູກຊາຍຂອງອາບີເອນແລະຫລານຊາຍຂອງເຊໂຣເຣ ຄົນຢູ່ໃນຄອບຄົວຂອງເບໂກຣັດ ຊຶ່ງເປັນສ່ວນໜຶ່ງຂອງຕະກຸນອາຟີຢາ