1 ຊາມູເອນ 11:13 - ພຣະຄຳພີສັກສິ13 ແຕ່ໂຊນເວົ້າວ່າ, “ມື້ນີ້ ຈະບໍ່ມີຜູ້ໃດຖືກປະຫານຊີວິດ ເພາະແມ່ນມື້ທີ່ພຣະເຈົ້າຢາເວຊ່ວຍກອບກູ້ເອົາຊາດອິດສະຣາເອນ.” Uka jalj uñjjattʼäta |
ແຕ່ໂດຍພຣະຄຸນຂອງພຣະເຈົ້າ ເຮົາຈຶ່ງເປັນຢູ່ຢ່າງນີ້ ແລະພຣະຄຸນທີ່ພຣະອົງໄດ້ໂຜດໃຫ້ແກ່ເຮົານັ້ນ ກໍບໍ່ໄດ້ໄຮ້ປະໂຫຍດ, ກົງກັນຂ້າມ ເຮົາໄດ້ເຮັດການຢ່າງໜັກໜ່ວງຫຼາຍກວ່າບັນດາອັກຄະສາວົກຄົນອື່ນໆ ຕາມທີ່ຈິງແລ້ວບໍ່ແມ່ນເຮົາເອງເຮັດ ແຕ່ແມ່ນພຣະຄຸນຂອງພຣະເຈົ້າທີ່ສະຖິດຢູ່ກັບເຮົາທີ່ເຮັດ.
ແຕ່ປະຊາຊົນເວົ້າຕໍ່ກະສັດໂຊນວ່າ, “ຈະໃຫ້ໂຢນາທານ ຜູ້ທີ່ນຳໄຊຊະນະອັນຍິ່ງໃຫຍ່ມາສູ່ຊາດອິດສະຣາເອນຖືກຂ້າຊັ້ນບໍ? ບໍ່ໄດ້ ພວກຂ້ານ້ອຍຂໍສັນຍາຕໍ່ພຣະເຈົ້າຢາເວອົງຊົງຊີວິດຢູ່ວ່າ ແມ່ນແຕ່ຜົມເສັ້ນໜຶ່ງທີ່ຫົວຂອງເພິ່ນຈະບໍ່ໃຫ້ສູນເສຍໄປ. ສິ່ງທີ່ເພິ່ນໄດ້ເຮັດໃນມື້ນີ້ ແມ່ນການຊ່ວຍເຫລືອຂອງພຣະເຈົ້າ.” ສະນັ້ນ ປະຊາຊົນຈຶ່ງຊ່ວຍໂຢນາທານບໍ່ໃຫ້ຖືກຂ້າ.