1 ຊາມູເອນ 11:11 - ພຣະຄຳພີສັກສິ11 ມື້ໃໝ່ມາແຕ່ເດິກໆ ໂຊນໄດ້ແບ່ງທະຫານຂອງຕົນອອກເປັນສາມໝວດ. ເມື່ອເຊົ້າມາ ພວກເຂົາໄດ້ມຸ້ງໜ້າໄປສູ່ຄ້າຍຂອງພວກສັດຕູ ແລະໂຈມຕີຊາວອຳໂມນ. ພວກເຂົາໄດ້ຂ້າເປັນໝູ່ຊາວອຳໂມນຈົນຮອດທ່ຽງ. ສ່ວນພວກທີ່ລອດຊີວິດໄດ້ນັ້ນກໍແຕກຊະກັນໄປ ແຕ່ລະຄົນຕ່າງກໍແລ່ນໜີໄປເອົາຕົວລອດ. Uka jalj uñjjattʼäta |
ເຈົ້າອາໂດນີເບເຊັກຈຶ່ງຮ້ອງຂຶ້ນວ່າ, “ຍັງມີກະສັດເຈັດສິບຄົນ ທີ່ຖືກຕັດໂປ້ມືແລະໂປ້ຕີນ; ພວກເຂົາພາກັນເກັບເສດອາຫານຕາມກ້ອງໂຕະຂອງຂ້ອຍ. ບັດນີ້ ພຣະເຈົ້າໄດ້ເຮັດຕໍ່ຂ້ອຍດັ່ງທີ່ຂ້ອຍໄດ້ເຮັດຕໍ່ພວກເຂົານັ້ນ.” ຕໍ່ມາ ເຈົ້າອາໂດນີເບເຊັກໄດ້ຖືກນຳຕົວໄປທີ່ເມືອງເຢຣູຊາເລັມ ແລະເພິ່ນໄດ້ຕາຍຢູ່ທີ່ນັ້ນ.