1 ຊາມູເອນ 11:1 - ພຣະຄຳພີສັກສິ1 ປະມານໜຶ່ງເດືອນຕໍ່ມາ ເຈົ້ານາຮາດກະສັດແຫ່ງອຳໂມນໄດ້ຍົກທັບມາໂຈມຕີເມືອງຢາເບັດກີເລອາດ ແລະປິດລ້ອມເມືອງໄວ້. ຊາວເມືອງຢາເບັດຈຶ່ງເວົ້າກັບເຈົ້ານາຮາດວ່າ, “ຈົ່ງເຮັດສັນຍາກັບພວກຂ້ານ້ອຍສາ ແລ້ວພວກຂ້ານ້ອຍກໍຈະຮັບທ່ານເປັນຜູ້ປົກຄອງ.” Uka jalj uñjjattʼäta |
ກະສັດເບັນຮາດາດກ່າວແກ່ເພິ່ນວ່າ, “ຂ້າພະເຈົ້າຈະເອົາເມືອງທີ່ພໍ່ຂອງຂ້າພະເຈົ້າ ຢຶດເອົາຈາກພໍ່ຂອງທ່ານນັ້ນຄືນໃຫ້ທ່ານ ເພື່ອທ່ານຈະໄດ້ສ້າງສູນການຄ້າຂອງທ່ານໄວ້ໃນເມືອງດາມັສກັດ ດັ່ງທີ່ພໍ່ຂອງຂ້າພະເຈົ້າໄດ້ສ້າງໄວ້ທີ່ເມືອງຊາມາເຣຍ.” ກະສັດອາຮາບຕອບວ່າ, “ເພາະເງື່ອນໄຂນີ້ ຂ້າພະເຈົ້າຈະປ່ອຍທ່ານໄປ.” ເພິ່ນເຮັດຂໍ້ຕົກລົງກັບກະສັດເບັນຮາດາດ ແລ້ວກໍປ່ອຍເພິ່ນໄປ.