9 ເມື່ອໂຊນຈາກຊາມູເອນໄປແລ້ວ ພຣະເຈົ້າກໍປ່ຽນໂຊນເປັນຄົນໃໝ່. ທຸກໆສິ່ງທີ່ຊາມູເອນໄດ້ບອກໄວ້ກັບລາວກໍເກີດຂຶ້ນໃນມື້ນັ້ນ.
ເຮົາຈະໃຫ້ພວກເຈົ້າມີຄວາມຄິດ ແລະຈິດໃຈໃໝ່. ເຮົາຈະເອົາຈິດໃຈດື້ດ້ານທີ່ແຂງດັ່ງຫີນໜີໄປ ແລະຈະເອົາຈິດໃຈເປັນເນື້ອໜັງທີ່ເຊື່ອຟັງໃຫ້ພວກເຈົ້າ.
ສາວົກສອງຄົນຈຶ່ງໄດ້ອອກໄປ ແລະໄດ້ເຂົ້າໄປໃນເມືອງ, ພວກເພິ່ນໄດ້ພົບຕາມທີ່ພຣະເຢຊູເຈົ້າໄດ້ບອກໄວ້ທຸກປະການ ແລະພວກເພິ່ນກໍໄດ້ຈັດແຈ່ງອາຫານສຳລັບປັດສະຄາ.
ແລ້ວເທວະດາຂອງພຣະເຈົ້າຢາເວກໍເອົາປາຍໄມ້ເທົ້າຂອງຕົນ ແຕະຕ້ອງຊີ້ນແລະເຂົ້າຈີ່ນັ້ນ. ໃນທັນໃດ ໄຟກໍລຸກຂຶ້ນຈາກໂງ່ນຫີນ ແລະໄໝ້ຊີ້ນກັບເຂົ້າຈີ່ນັ້ນໝົດກ້ຽງ. ແລ້ວເທວະດາຂອງພຣະເຈົ້າຢາເວກໍຫາຍໄປຈາກສາຍຕາຂອງລາວ.
ເຈົ້າຈະໄດ້ຍິນວ່າພວກເຂົາກຳລັງເວົ້າຫຍັງແດ່ ແລ້ວເຈົ້າກໍຈະກ້າບຸກໂຈມຕີທີ່ໝັ້ນນັ້ນ.” ດັ່ງນັ້ນ ກີເດໂອນແລະປູຣາຄົນຮັບໃຊ້ຂອງຕົນ ຈຶ່ງລົງໄປທີ່ແຄມຄ້າຍຂອງສັດຕູ.
ຊາມູເອນເອົານໍ້າມັນສັກສິດຫົດສົງດາວິດຕໍ່ໜ້າພວກອ້າຍໆຂອງລາວ. ໃນທັນໃດນັ້ນ ພຣະວິນຍານຂອງພຣະເຈົ້າຢາເວກໍຄວບຄຸມດາວິດ ແລະສະຖິດຢູ່ກັບລາວນັບຕັ້ງແຕ່ມື້ນັ້ນມາ ຊາມູເອນກໍກັບຄືນເມືອບ້ານເມືອງຂອງຕົນທີ່ຣາມາ.
ເຮົາຈະເລືອກເອົາປະໂຣຫິດຜູ້ໜຶ່ງທີ່ສັດຊື່ຕໍ່ເຮົາ ແລະເຮົາຈະໃຫ້ລາວເຮັດທຸກໆສິ່ງທີ່ເຮົາຕ້ອງການ; ເຮົາຈະໃຫ້ລາວມີເຊື້ອສາຍເປັນຜູ້ບົວລະບັດຮັບໃຊ້ເຮົາຕະຫລອດໄປ ຢູ່ຕໍ່ໜ້າກະສັດທີ່ເຮົາເລືອກເອົາ.