7 ເມື່ອເຫດການຢ່າງນີ້ເກີດຂຶ້ນ ຈົ່ງກະທຳຕາມທີ່ພຣະເຈົ້ານຳພາເຈົ້າກະທຳ.
ພຣະເຈົ້າຢູ່ນຳເດັກຊາຍຜູ້ນີ້ ຈົນລາວຈະເລີນເຕີບໂຕໃຫຍ່ຂຶ້ນ; ລາວອາໄສຢູ່ທີ່ຖິ່ນແຫ້ງແລ້ງກັນດານປາຣານ ແລະກາຍເປັນນາຍພານຜູ້ສະຫລາດແລະຊຳນິຊຳນານ.
ນາທານຈຶ່ງຕອບເພິ່ນວ່າ, “ຈົ່ງເຮັດຕາມທີ່ທ່ານຄິດເຫັນເທີ້ນ ເພາະພຣະເຈົ້າຢາເວສະຖິດຢູ່ກັບທ່ານ.”
ຂ້ອຍບໍ່ໄດ້ຊົມຊື່ນຍ້ອນຊັບສົມບັດທີ່ຂ້ອຍມີ ຄືໃນເຄື່ອງຂອງທັງຫລາຍທີ່ຂ້ອຍມີຢູ່ນັ້ນ.
ພຣະເຈົ້າຢາເວຊົງກ່າວວ່າ, “ຖ້າພວກເຂົາບໍ່ຍອມເຊື່ອຟັງເຈົ້າ ຫລືບໍ່ສົນໃຈໝາຍສຳຄັນການອັດສະຈັນເທື່ອທີໜຶ່ງ, ແລ້ວເທື່ອທີສອງນີ້ກໍຈະເຮັດໃຫ້ພວກເຂົາເຊື່ອຟັງ.
ບໍ່ວ່າຈະເຮັດສິ່ງໃດກໍຕາມ ຈົ່ງເຮັດສິ່ງນັ້ນຢ່າງເຕັມກຳລັງ ເພາະໃນແດນຂອງຄົນຕາຍນັ້ນຈະບໍ່ມີການກະທຳ, ບໍ່ມີຄວາມຄິດ, ບໍ່ມີຄວາມຮູ້, ບໍ່ມີປັນຍາໃດໆ ແລະໃນບ່ອນນັ້ນແຫລະທີ່ພວກເຈົ້າຈະໄປ.
ເພາະສະນັ້ນ ອົງພຣະຜູ້ເປັນເຈົ້າຈະໃຫ້ເຈົ້າເຫັນໝາຍສຳຄັນຢ່າງໜຶ່ງ ຄືຍິງສາວຜູ້ໜຶ່ງ ຈະຖືພາແລະຈະອອກລູກເປັນຜູ້ຊາຍແລະຈະມີຊື່ວ່າ, ‘ເອມານູເອນ’
“ຍິງພົມມະຈາຣີຜູ້ໜຶ່ງຈະຖືພາ ແລະຈະເກີດລູກຊາຍຄົນໜຶ່ງ ເຂົາຈະເອີ້ນຊື່ລູກນັ້ນວ່າ, ເອມານູເອນ.” (ໝາຍຄວາມວ່າ, “ພຣະເຈົ້າສະຖິດຢູ່ກັບເຮົາທັງຫລາຍ.”)
ສັ່ງສອນພວກເຂົາໃຫ້ຖືຮັກສາທຸກໆສິ່ງທີ່ເຮົາໄດ້ສັ່ງພວກເຈົ້າໄວ້ແລ້ວນັ້ນ ນີ້ແຫຼະ ເຮົາຢູ່ກັບເຈົ້າທັງຫລາຍທຸກໆວັນຈົນສິ້ນໂລກນີ້.”
ນີ້ແຫຼະ ຈະເປັນໝາຍສຳຄັນແກ່ພວກເຈົ້າ ຄືພວກເຈົ້າຈະໄດ້ພົບພຣະກຸມມານອົງໜຶ່ງ ພັນຜ້າອ້ອມນອນຢູ່ໃນຮາງຫຍ້າ.”
ເມື່ອຄົນທັງຫລາຍໄດ້ເຫັນໝາຍສຳຄັນການອັດສະຈັນ ທີ່ພຣະອົງເຮັດ ພວກເຂົາຈຶ່ງເວົ້າວ່າ, “ແນ່ນອນຜູ້ນີ້ຕ້ອງແມ່ນຜູ້ທຳນວາຍ ທີ່ຕ້ອງກຳນົດວ່າຈະມາໃນໂລກນີ້.”
“ເມື່ອອອກໄປສູ້ຮົບສັດຕູແລະເຫັນລົດຮົບພ້ອມກັບມ້າເສິກທັງກອງທັບ ທີ່ມີກຳລັງຫລາຍກວ່າພວກເຈົ້າ ຢ່າຢ້ານພວກເຂົາ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ອົງທີ່ໄດ້ນຳພາພວກເຈົ້າອອກມາຈາກປະເທດເອຢິບນັ້ນ ກໍສະຖິດຢູ່ນຳພວກເຈົ້າ.
ຈົ່ງໃຫ້ການດຳເນີນຊີວິດຂອງພວກເຈົ້າ ເວັ້ນຈາກການຮັກເງິນຮັກຄຳ. ຈົ່ງພໍໃຈໃນສິ່ງທີ່ຕົນມີຢູ່ ເພາະພຣະເຈົ້າເອງຊົງກ່າວວ່າ, “ເຮົາຈະບໍ່ປະເຈົ້າ ຫລືຖິ້ມເຈົ້າເສຍຈັກເທື່ອ.”
ໂຢຊວຍເອີຍ ຕາບໃດທີ່ເຈົ້າຍັງມີຊີວິດຢູ່ ຈະບໍ່ມີໃຜຊະນະເຈົ້າໄດ້. ເຮົາຈະຢູ່ກັບເຈົ້າດັ່ງທີ່ເຮົາໄດ້ຢູ່ກັບໂມເຊ ເຮົາຈະຢູ່ກັບເຈົ້າເລື້ອຍໄປ ເຮົາຈະບໍ່ປະຖິ້ມເຈົ້າ.
ຈົ່ງຈົດຈຳວ່າເຮົາໄດ້ສັ່ງເຈົ້າ ຈົ່ງມີໃຈເດັດດ່ຽວແລະກ້າຫານ ຢ່າຢ້ານຫລືທໍ້ຖອຍກຳລັງໃຈ ເພາະເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ຢູ່ກັບເຈົ້າໃນທຸກໆບ່ອນທີ່ເຈົ້າໄປ.”
ເທວະດາຂອງພຣະເຈົ້າຢາເວໄດ້ປາກົດຕໍ່ລາວ ແລະເວົ້າວ່າ, “ຊາຍຜູ້ອົງອາດກ້າຫານເອີຍ ພຣະເຈົ້າຢາເວສະຖິດຢູ່ກັບເຈົ້າ.”
ໃນມື້ອື່ນເຊົ້າ ພໍຕາເວັນຂຶ້ນແລ້ວໃຫ້ໂຈມຕີເມືອງໃນທັນທີ. ເມື່ອກາອານແລະພັກພວກຂອງລາວອອກມາຕໍ່ສູ້ ໃຫ້ທ່ານຈັດການຢ່າງເຕັມກຳລັງກັບພວກເຂົາໂລດ.”
ການນີ້ຈະເປັນໝາຍສຳຄັນແກ່ເຈົ້າ ເມື່ອໂຮຟະນີແລະຟີເນຮາລູກຊາຍທັງສອງຂອງເຈົ້າຕາຍໄປໃນວັນດຽວກັນ.
ຖ້າເພິ່ນຍັງມີເຈດຕະນາທຳຮ້າຍເຈົ້າ ແລະຖ້າຂ້ອຍບໍ່ສົ່ງຂ່າວມາບອກໃຫ້ເຈົ້າໜີໄປຢ່າງປອດໄພ ກໍຂໍໃຫ້ພຣະເຈົ້າຢາເວລົງໂທດຂ້ອຍເຖິງຕາຍ. ຂໍໃຫ້ພຣະເຈົ້າຢາເວສະຖິດຢູ່ກັບເຈົ້າ ດັ່ງທີ່ພຣະອົງເຄີຍສະຖິດຢູ່ນຳພໍ່ຂອງຂ້ອຍເຖີດ.
ໃນຂະນະທີ່ຊາມູເອນເຕີບໃຫຍ່ຂຶ້ນນັ້ນ ພຣະເຈົ້າຢາເວກໍສະຖິດຢູ່ນຳລາວ ທັງເຮັດໃຫ້ທຸກສິ່ງທີ່ຊາມູເອນເວົ້ານັ້ນເປັນຄວາມຈິງ.