1 ຊາມູເອນ 10:3 - ພຣະຄຳພີສັກສິ3 ຈາກບ່ອນນີ້ ເຈົ້າຈະໄປຮອດຕົ້ນໄມ້ສັກສິດທີ່ຕາໂບ; ໃນທີ່ນັ້ນ ເຈົ້າຈະພົບຊາຍສາມຄົນ; ພວກເຂົາກຳລັງເດີນທາງໄປຖວາຍເຄື່ອງບູຊາແກ່ພຣະເຈົ້າທີ່ເມືອງເບັດເອນ. ຄົນໜຶ່ງໃນພວກເຂົານັ້ນຈູງແບ້ນ້ອຍສາມໂຕ; ຄົນໜຶ່ງອີກມີເຂົ້າຈີ່ສາມກ້ອນແລະຜູ້ທີສາມມີຖົງເຫຼົ້າອະງຸ່ນ. Uka jalj uñjjattʼäta |
(ໃນຕອນນັ້ນ ຫີບພັນທະສັນຍາຂອງພຣະເຈົ້າຢູ່ທີ່ເບັດເອນ ຊຶ່ງຟີເນຮາລູກຊາຍຂອງເອເລອາຊາແລະຫລານຊາຍຂອງອາໂຣນເປັນຜູ້ກຳກັບ.) ຊາວອິດສະຣາເອນໄດ້ຖາມພຣະເຈົ້າຢາເວວ່າ, “ພວກຂ້ານ້ອຍຄວນຈະອອກໄປສູ້ຮົບພວກເບັນຢາມິນ ພີ່ນ້ອງຂອງພວກຂ້ານ້ອຍອີກຫລືບໍ່? ຫລືໃຫ້ຍອມແພ້?” ພຣະເຈົ້າຢາເວຕອບວ່າ, “ຈົ່ງອອກໄປສູ້ຮົບ ມື້ອື່ນເຮົາຈະມອບພວກເຂົາໃຫ້ຢູ່ໃນມືຂອງພວກເຈົ້າ.”
ຢູ່ມາມື້ໜຶ່ງ ນາງເດໂບຣາໄດ້ໃຊ້ຄົນໄປຫາບາຣັກລູກຊາຍຂອງອາບີໂນອາມ ທີ່ເມືອງເກເດັດໃນເຂດແດນເນັບທາລີ ແລະກ່າວຕໍ່ລາວວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ໃຫ້ຄຳສັ່ງແກ່ເຈົ້າດັ່ງນີ້: ‘ຈົ່ງເກນຜູ້ຊາຍສິບພັນຄົນຈາກເຜົ່າເນັບທາລີແລະເຜົ່າເຊບູໂລນ ແລະນຳພາພວກເຂົາໄປທີ່ພູເຂົາຕາໂບ.