1 ຊາມູເອນ 10:26 - ພຣະຄຳພີສັກສິ26 ສ່ວນໂຊນນັ້ນ ລາວໄດ້ກັບເມືອເຮືອນຂອງຕົນທີ່ເມືອງກີເບອາເຊັ່ນກັນ. ຊາຍບາງຄົນທີ່ມີອຳນາດ ຊຶ່ງໄດ້ຮັບການບັນດົນໃຈຈາກພຣະເຈົ້າກໍໄດ້ໄປນຳໂຊນ. Uka jalj uñjjattʼäta |
ກະສັດໂຊນໄດ້ເລືອກເອົາຊາຍສະກັນຊາວອິດສະຣາເອນສາມພັນຄົນ ໂດຍໄດ້ແບ່ງເອົາສອງພັນຄົນໃຫ້ຢູ່ກັບຕົນທີ່ມິກມາດ ແລະທີ່ເຂດເນີນພູຂອງເບັດເອນ, ແຕ່ທະຫານໜຶ່ງພັນຄົນນັ້ນ ເພິ່ນໃຫ້ໄປກັບໂຢນາທານລູກຊາຍຂອງຕົນ ທີ່ເມືອງກີເບອາໃນເຂດແດນຂອງເຜົ່າເບັນຢາມິນ. ສ່ວນທີ່ເຫຼືອນັ້ນ ເພິ່ນໄດ້ສັ່ງໃຫ້ກັບຄືນເມືອບ້ານເຮືອນຂອງໃຜລາວ.