Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 10:23 - ພຣະຄຳພີສັກສິ

23 ດັ່ງນັ້ນ ພວກເຂົາ​ຈຶ່ງ​ຟ້າວ​ໄປ​ນຳ​ເອົາ​ໂຊນ​ມາ​ຫາ​ປະຊາຊົນ ແລະ​ພວກເຂົາ​ກໍ​ເຫັນ​ວ່າ​ຫົວ​ລາວ​ສູງກວ່າ​ຄົນອື່ນໆ.

Uka jalj uñjjattʼäta Copia luraña




1 ຊາມູເອນ 10:23
5 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຈົ້າ​ຂັບໄລ່​ມະນຸດ​ອອກ​ຈາກ​ສວນ​ແລ້ວ ພຣະອົງ​ກໍ​ເອົາ​ເທວະດາ​ເຄຣຸບ ມາ​ເຝົ້າ​ສວນ​ຢູ່​ທາງທິດ​ຕາເວັນອອກ; ແລະ​ມີ​ດາບ​ທີ່​ລຸກ​ເປັນ​ແສງ​ໄຟ​ແກວ່ງ​ໄປມາ​ທົ່ວ​ທຸກ​ທິດ ເພື່ອ​ປ້ອງກັນ​ບໍ່​ໃຫ້​ເຂົ້າ​ໄປ​ໃກ້​ຕົ້ນໄມ້​ແຫ່ງ​ຊີວິດ​ນັ້ນ.


ແຕ່​ພຣະເຈົ້າຢາເວ​ກ່າວ​ຕໍ່​ເພິ່ນ​ວ່າ, “ຢ່າ​ໄດ້​ສົນໃຈ​ນຳ​ຄວາມສູງ ແລະ​ຄວາມງາມ​ຂອງ​ລາວ​ເລີຍ. ເຮົາ​ບໍ່​ຮັບ​ເອົາ​ລາວ​ເພາະ​ການ​ເບິ່ງ​ຂອງ​ພຣະເຈົ້າຢາເວ​ບໍ່​ຄື​ການ​ເບິ່ງ​ຂອງ​ມະນຸດ. ມະນຸດ​ເບິ່ງ​ພາຍນອກ​ແຕ່​ພຣະເຈົ້າຢາເວ​ເບິ່ງ​ພາຍໃນ​ຈິດໃຈ.”


ຍັງ​ມີ​ຊາຍ​ຈາກ​ເມືອງກາດ​ຄົນ​ໜຶ່ງ​ຊື່​ວ່າ ໂກລີອາດ; ລາວ​ໄດ້​ອອກ​ຈາກ​ຄ້າຍ​ຂອງ​ພວກ​ຟີລິດສະຕິນ​ມາ​ທ້າທາຍ​ພວກ​ອິດສະຣາເອນ. ລາວ​ເປັນ​ຄົນ​ສູງ​ໃຫຍ່​ເກືອບ​ເຖິງ​ສາມ​ແມັດ.


ຍັງ​ມີ​ຊາຍ​ຮັ່ງມີ​ແລະ​ຊື່ສຽງ​ດີ​ຄົນ​ໜຶ່ງ​ຈາກ​ເຜົ່າ​ເບັນຢາມິນ​ຊື່​ວ່າ ກີເຊ ລາວ​ເປັນ​ລູກຊາຍ​ຂອງ​ອາບີເອນ​ແລະ​ຫລານຊາຍ​ຂອງ​ເຊໂຣເຣ ຄົນ​ຢູ່​ໃນ​ຄອບຄົວ​ຂອງ​ເບໂກຣັດ ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ຕະກຸນ​ອາຟີຢາ


ກີເຊ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ໂຊນ. ໂຊນ​ເປັນ​ຊາຍ​ທີ່​ໜຸ່ມແໜ້ນ​ແລະ​ສະຫງ່າງາມ. ໃນ​ຊາດ​ອິດສະຣາເອນ​ບໍ່ມີ​ຜູ້ໃດ​ສູງ​ແລະ​ງາມ​ທໍ່​ລາວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka