22 ພວກເຂົາຈຶ່ງທູນຖາມພຣະເຈົ້າຢາເວວ່າ, “ຍັງມີຄົນອື່ນອີກບໍ?” ພຣະເຈົ້າຢາເວຈຶ່ງຕອບວ່າ, “ໂຊນຢູ່ຫັ້ນເດ ພວມລີ້ຢູ່ທາງຫລັງເຄື່ອງຂອງ.”
ເມື່ອນາງຖືພາຢູ່ນັ້ນ ລູກຝາແຝດກໍບຽດກັນຢູ່ໃນທ້ອງ. ນາງເລີຍເວົ້າວ່າ “ຖ້າເປັນເຊັ່ນນີ້ ເປັນຫຍັງຂ້ອຍຈຶ່ງຢາກມີລູກ?” ດັ່ງນັ້ນ ນາງຈຶ່ງພາວັນນາອະທິຖານຖາມພຣະເຈົ້າຢາເວກ່ຽວກັບເລື່ອງນີ້.
ຫລັງຈາກນັ້ນແລ້ວ ດາວິດກໍຖາມພຣະເຈົ້າຢາເວວ່າ, “ຂ້ານ້ອຍຄວນໄປຢຶດເອົາເມືອງໜຶ່ງໃນຢູດາຍຫລືບໍ່?” ພຣະເຈົ້າຢາເວຕອບເພິ່ນວ່າ, “ໄປຢຶດເອົາ.” ດາວິດຖາມວ່າ, “ເມືອງໃດ?” ພຣະອົງກ່າວວ່າ, “ເມືອງເຮັບໂຣນ.”
ໃນຣາຊການຂອງກະສັດດາວິດນັ້ນ ການອຶດຢາກຢ່າງໜັກໄດ້ເກີດຂຶ້ນເປັນເວລາສາມປີເຕັມ. ດັ່ງນັ້ນ ກະສັດດາວິດຈຶ່ງຖາມພຣະເຈົ້າຢາເວກ່ຽວກັບເລື່ອງນີ້ ແລະພຣະເຈົ້າຢາເວໄດ້ຕອບເພິ່ນວ່າ, “ໂຊນແລະຄອບຄົວຂອງລາວມີຄວາມຜິດໃນຖານຂ້າຄົນ, ລາວໄດ້ຂ້າປະຊາຊົນກີເບໂອນ.” (
ລາວຈະເພິ່ງປະໂຣຫິດເອເລອາຊາ ຜູ້ທີ່ຈະຮຽນຮູ້ຄວາມປະສົງຂອງເຮົາ ໂດຍໃຊ້ອຸຣິມແລະທຸມມິມ ຕໍ່ໜ້າພຣະເຈົ້າຢາເວ ອັນນີ້ຈະແມ່ນວິທີທີ່ເອເລອາຊາ ນຳພາໂຢຊວຍ ແລະຊຸມຊົນອິດສະຣາເອນ ໃນວຽກການທັງໝົດຂອງພວກເຂົາ.”
ເພາະວ່າ, ທຸກຄົນທີ່ຍົກຕົວຂຶ້ນ ຈະຕ້ອງຖືກຖອຍລົງ ແລະຜູ້ທີ່ຖ່ອມຕົວລົງ ຈະໄດ້ຮັບການຍົກຂຶ້ນ.”
ຫລັງຈາກທີ່ໂຢຊວຍໄດ້ຕາຍໄປແລ້ວ ຊາວອິດສະຣາເອນກໍໄດ້ຖາມພຣະເຈົ້າຢາເວວ່າ, “ໃນພວກຂ້ານ້ອຍ ແມ່ນເຜົ່າໃດທີ່ຈະເປັນພວກທຳອິດໄປໂຈມຕີພວກການາອານກ່ອນ?”
ສ່ວນພວກອິດສະຣາເອນໄດ້ໄປບ່ອນນະມັດສະການທີ່ເບັດເອນ ແລະໃນທີ່ນັ້ນພວກເຂົາຖາມພຣະເຈົ້າວ່າ, “ພຣະອົງຈະໃຫ້ເຜົ່າໃດອອກໄປໂຈມຕີພວກເບັນຢາມິນກ່ອນ?” ພຣະເຈົ້າຢາເວຕອບວ່າ, “ເຜົ່າຢູດາໄປກ່ອນ.”
ຕໍ່ມາ ຊາມູເອນໄດ້ເອົາຄອບຄົວຕ່າງໆໃນເຜົ່າເບັນຢາມິນໄປຂ້າງໜ້າ ຄອບຄົວຂອງມາຕະຣີຈຶ່ງຖືກເລືອກ. ຕໍ່ມາອີກ ພວກຜູ້ຊາຍໃນຄອບຄົວມາຕະຣີໄດ້ຖືກນຳໄປຂ້າງໜ້າ ຈຶ່ງເລືອກຖືກໂຊນລູກຊາຍຂອງກີເຊ. ພວກເຂົາໄດ້ຊອກຫາລາວ, ແຕ່ເມື່ອຊອກບໍ່ພົບລາວ
ດັ່ງນັ້ນ ກະສັດໂຊນຈຶ່ງຖາມພຣະເຈົ້າວ່າ, “ພຣະອົງຈະໃຫ້ພວກຂ້ານ້ອຍໄປສູ້ຮົບພວກຟີລິດສະຕິນຫລືບໍ່? ພຣະອົງຈະໃຫ້ພວກຂ້ານ້ອຍຮົບຊະນະພວກເຂົາຫລືບໍ່?” ແຕ່ໃນມື້ນັ້ນ ພຣະອົງບໍ່ໄດ້ຕອບເພິ່ນ.
ຊາມູເອນກ່າວວ່າ, “ເຖິງແມ່ນເຈົ້າຖືຕົນເອງວ່າບໍ່ມີຄວາມສຳຄັນກໍຕາມ ແຕ່ເຈົ້າກໍເປັນຜູ້ນຳເຜົ່າຕ່າງໆຂອງຊາດອິດສະຣາເອນ. ພຣະເຈົ້າຢາເວໄດ້ໃຊ້ນໍ້າມັນສັກສິດຫົດສົງເຈົ້າໃຫ້ເປັນກະສັດຂອງຊາດອິດສະຣາເອນ
ອາຮີເມເຫຼັກໄດ້ຖາມພຣະເຈົ້າຢາເວໃຫ້ລາວວ່າ ລາວຄວນຈະເຮັດຢ່າງໃດ. ນອກຈາກນັ້ນ ເພິ່ນຍັງເອົາອາຫານແລະດາບຂອງໂກລີອາດ ຊາວຟີລິດສະຕິນໃຫ້ລາວດ້ວຍ.”
ເມື່ອດາວິດໄດ້ຍິນວ່າກະສັດໂຊນກຳລັງວາງແຜນໂຈມຕີຕົນ ເພິ່ນກໍສັ່ງປະໂຣຫິດອາບີອາທາວ່າ, “ເອົາເອໂຟດມາພີ້.”
ດາວິດເວົ້າກັບປະໂຣຫິດອາບີອາທາລູກຊາຍຂອງອາຮີເມເຫຼັກວ່າ, “ຈົ່ງເອົາເອໂຟດມາໃຫ້ຂ້ອຍ.” ອາບີອາທາກໍນຳເອົາມາໃຫ້ເພິ່ນ.
ດາວິດຖາມພຣະເຈົ້າຢາເວວ່າ, “ຂ້ານ້ອຍຄວນຈະໄລ່ຕິດຕາມພວກນັກປຸ້ນຫລືບໍ່? ຂ້ານ້ອຍຈະຕາມທັນພວກເຂົາຫລືບໍ່?” ພຣະອົງຕອບວ່າ, “ຈົ່ງໄລ່ຕິດຕາມພວກເຂົາໄປ ແລະເຈົ້າຈະຕາມທັນ ພ້ອມທັງຈະຊ່ວຍກອບກູ້ເອົາທຸກສິ່ງນັ້ນກັບຄືນມາ.”
ໂຊນຕອບວ່າ, “ຂ້ານ້ອຍຢູ່ໃນເຜົ່າເບັນຢາມິນ ຊຶ່ງເປັນເຜົ່ານ້ອຍທີ່ສຸດໃນຊາດອິດສະຣາເອນ ແລະຄອບຄົວຂອງຂ້ານ້ອຍກໍມີຄວາມສຳຄັນໜ້ອຍກວ່າໝູ່ໃນເຜົ່ານີ້. ແລ້ວເປັນຫຍັງທ່ານຈຶ່ງເວົ້າເຊັ່ນນີ້ກັບຂ້ານ້ອຍ?”