Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 10:19 - ພຣະຄຳພີສັກສິ

19 ແຕ່​ໃນ​ມື້ນີ້ ພວກເຈົ້າ​ໄດ້​ປະຖິ້ມ​ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ຊ່ວຍ​ເອົາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ຄວາມ​ລຳບາກ ຕະຫລອດ​ທັງ​ຄວາມ​ຫຍຸ້ງຍາກ​ທຸກຢ່າງ ແລະ​ຂໍຮ້ອງ​ເຮົາ​ໃຫ້​ແຕ່ງຕັ້ງ​ກະສັດ​ຄົນ​ໜຶ່ງ​ໃຫ້​ພວກເຈົ້າ ດີ​ແລ້ວ ຖ້າດັ່ງນັ້ນ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເປັນເຜົ່າ​ແລະ​ເປັນ​ຕະກຸນ​ຊ້ອງໜ້າ​ພຣະເຈົ້າຢາເວ.”’

Uka jalj uñjjattʼäta Copia luraña




1 ຊາມູເອນ 10:19
18 Jak'a apnaqawi uñst'ayäwi  

ມະນຸດ​ໃຊ້​ສະຫລາກ​ຢາກ​ຮູ້​ພຣະປະສົງ, ແຕ່​ແມ່ນ​ພຣະເຈົ້າຢາເວ​ເອງ​ທີ່​ເປັນ​ຜູ້​ໃຫ້​ຄຳ​ຊີ້ຂາດ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເບັດເລເຮັມ​ເອຟຣາທາ​ເອີຍ ເຈົ້າ​ເປັນ​ເມືອງ​ໜຶ່ງ​ທີ່​ນ້ອຍ​ທີ່ສຸດ ໃນ​ເມືອງ​ທັງຫລາຍ​ຂອງ​ຢູດາຍ ແຕ່​ເຮົາ​ຈະ​ໃຫ້​ມີ​ຜູ້ປົກຄອງ​ຄົນ​ໜຶ່ງ ອອກ​ມາ​ຈາກ​ເຈົ້າ​ສຳລັບ​ຊາດ​ອິດສະຣາເອນ ຊຶ່ງ​ໜໍ່ແນວ​ເຊື້ອສາຍ​ສືບມາ​ຈາກ​ສະໄໝ​ເດີມ.”


ແຕ່​ຈະ​ມີ​ກິນ​ໜຶ່ງ​ເດືອນ​ເຕັມ ຈົນ​ມັນ​ລົ້ນ​ອອກ​ມາ​ທາງ​ຮູ​ດັງ ຈົນ​ພວກເຈົ້າ​ເບື່ອໜ່າຍ​ມັນ. ເລື່ອງ​ນີ້​ຈະ​ເກີດຂຶ້ນ​ເພາະວ່າ​ພວກເຈົ້າ​ບໍ່ໄດ້​ຍອມ​ຮັບ​ເອົາ​ພຣະເຈົ້າຢາເວ ອົງ​ທີ່​ໄດ້​ສະຖິດ​ຢູ່​ທີ່​ນີ້​ທ່າມກາງ​ພວກເຈົ້າ ແລະ​ພວກເຈົ້າ​ຍັງ​ໄດ້​ຈົ່ມ​ຕໍ່ວ່າ​ຕໍ່ຂານ​ໃສ່​ພຣະອົງ​ວ່າ ພວກເຈົ້າ​ບໍ່ຄວນ​ອອກ​ມາ​ຈາກ​ປະເທດ​ເອຢິບ​ກໍດີກວ່າ.”’


“ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ໃຫ້​ເອົາ​ໄມ້ຄ້ອນເທົ້າ​ສິບສອງ​ອັນ​ມາ​ໃຫ້​ເຈົ້າ​ຄື: ໄມ້ຄ້ອນເທົ້າ​ອັນ​ໜຶ່ງ​ຈາກ​ຜູ້ນຳ​ແຕ່ລະເຜົ່າ. ຈົ່ງ​ຂຽນ​ຊື່​ຂອງ​ຜູ້ນຳ​ເຜົ່າ​ໃສ່​ໄມ້ຄ້ອນເທົ້າ​ແຕ່ລະອັນ


“ຫລັງຈາກ​ພວກເຈົ້າ​ໄດ້​ກຳມະສິດ​ໃນ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ມອບ​ໃຫ້​ພວກເຈົ້າ ແລະ​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ​ແລ້ວ ຕໍ່ໄປ​ພວກເຈົ້າ​ກໍ​ຈະ​ຕັດສິນໃຈ​ຢາກ​ມີ​ກະສັດ ເໝືອນ​ດັ່ງ​ຊາດ​ອື່ນໆ​ທີ່​ຢູ່​ອ້ອມຮອບ​ພວກເຈົ້າ.


ຕໍ່ມາ ໂຢຊວຍ​ໄດ້​ເອີ້ນ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ເຂົ້າ​ມາ​ເຕົ້າໂຮມ​ກັນ​ທີ່​ເມືອງ​ຊີເຄມ. ເພິ່ນ​ໄດ້​ເອີ້ນ​ເອົາ​ພວກ​ເຖົ້າແກ່, ພວກ​ຫົວໜ້າ, ພວກ​ຜູ້ປົກຄອງ ແລະ​ບັນດາ​ເຈົ້າໜ້າທີ່​ຂອງ​ຊາດ​ອິດສະຣາເອນ ມາ​ຢູ່​ຊ້ອງໜ້າ​ພຣະເຈົ້າ.


ກີເດໂອນ​ຕອບ​ວ່າ, “ຂ້ອຍ​ແລະ​ລູກຊາຍ​ຂອງຂ້ອຍ​ຈະ​ບໍ່​ເປັນ​ຜູ້ນຳ​ຂອງ​ພວກເຈົ້າ. ພຣະເຈົ້າຢາເວ​ຈະ​ເປັນ​ຜູ້ນຳ​ຂອງ​ພວກເຈົ້າ.”


ແລ້ວ​ຊາມູເອນ​ກໍ​ເອົາ​ແຕ່ລະເຜົ່າ​ໄປ​ຂ້າງໜ້າ ແລະ​ເຜົ່າ​ເບັນຢາມິນ​ໄດ້​ຖືກ​ເລືອກ.


ແຕ່​ເມື່ອ​ພວກເຈົ້າ​ເຫັນ​ວ່າ ເຈົ້າ​ນາຮາດ​ກະສັດ​ແຫ່ງ​ອຳໂມນ​ກຳລັງ​ມາ​ໂຈມຕີ​ພວກເຈົ້າ ພວກເຈົ້າ​ຈຶ່ງ​ປະຖິ້ມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ອົງ​ເປັນ​ກະສັດ​ຂອງ​ພວກເຈົ້າ ໂດຍ​ໄດ້​ເວົ້າ​ກັບ​ຂ້າພະເຈົ້າ​ວ່າ, ‘ພວກເຮົາ​ຢາກ​ໄດ້​ກະສັດ​ອົງ​ໜຶ່ງ​ມາ​ປົກຄອງ.’


ໂດຍ​ຕາມລ່າ​ສັດຕູ​ຈົນ​ກາຍ​ເມືອງ​ເບັດອາເວນ. ພຣະເຈົ້າຢາເວ​ໄດ້​ຊ່ວຍເຫລືອ​ຊາວ​ອິດສະຣາເອນ​ໃຫ້​ພົ້ນ​ໃນ​ມື້​ນັ້ນ.


ກະສັດ​ໂຊນ​ຈຶ່ງ​ກ່າວ​ແກ່​ບັນດາ​ຜູ້ນຳ​ຂອງ​ປະຊາຊົນ​ວ່າ, “ຈົ່ງ​ພາກັນ​ມາ​ທີ່​ນີ້ ແລະ​ໄປ​ສອບ​ຖາມ​ເບິ່ງ​ວ່າ​ໃນ​ມື້ນີ້​ມີ​ຜູ້ໃດ​ເຮັດ​ຜິດ​ຫຍັງແດ່?


ໃນ​ເມືອງ​ຊີໂລ ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ປາກົດ​ຕໍ່​ຊາມູເອນ​ແລະ​ກ່າວ​ແກ່​ລາວ​ນັ້ນ ພຣະເຈົ້າຢາເວ​ກໍ​ສືບຕໍ່​ປາກົດ​ແກ່​ຊາມູເອນ​ໂດຍ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ.


ໃນ​ເວລາ​ນັ້ນ ພວກ​ຟີລິດສະຕິນ​ໄດ້​ທ້ອນໂຮມກັນ ເຮັດ​ເສິກ​ຕໍ່ສູ້​ຊົນຊາດ​ອິດສະຣາເອນ. ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ຍົກທັບ​ອອກ​ໄປ​ສູ້ຮົບ​ພວກເຂົາ. ພວກ​ອິດສະຣາເອນ​ຕັ້ງ​ຄ້າຍ​ຢູ່​ທີ່​ເມືອງ​ເອເບັນເອເຊ ສ່ວນ​ພວກ​ຟີລິດສະຕິນ​ນັ້ນ​ຕັ້ງ​ຄ້າຍ​ຢູ່​ທີ່​ເມືອງ​ອາເຟັກ.


ຝ່າຍ​ປະຊາຊົນ​ບໍ່​ສົນໃຈ​ຕໍ່​ຄຳເວົ້າ​ຂອງ​ຊາມູເອນ​ເລີຍ ແຕ່​ກັບ​ຕອບ​ວ່າ, “ບໍ່! ພວກ​ຂ້ານ້ອຍ​ຕ້ອງການ​ກະສັດ


ພວກເຂົາ​ເວົ້າ​ກັບ​ເພິ່ນ​ວ່າ, “ທ່ານເອີຍ ທ່ານ​ກໍ​ເຖົ້າແກ່​ແລ້ວ; ພວກ​ລູກຊາຍ​ຂອງທ່ານ​ບໍ່ໄດ້​ປະພຶດ​ຕາມ​ແບບຢ່າງ​ຂອງທ່ານ​ເລີຍ. ສະນັ້ນ ຂໍ​ທ່ານ​ຈົ່ງ​ແຕ່ງຕັ້ງ​ກະສັດ​ໃຫ້​ເປັນ​ຜູ້ປົກຄອງ​ພວກ​ຂ້ານ້ອຍ​ສາ ເພື່ອ​ພວກ​ຂ້ານ້ອຍ​ຈະ​ມີ​ກະສັດ​ປົກຄອງ​ດັ່ງ​ປະເທດ​ອື່ນໆ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka