Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 10:18 - ພຣະຄຳພີສັກສິ

18 ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, ‘ເຮົາ​ໄດ້​ພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ແລະ​ຊ່ວຍ​ກູ້​ເອົາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ຊາວ​ເອຢິບ ແລະ​ຊົນຊາດ​ອື່ນໆ​ທີ່​ຂົ່ມເຫັງ​ພວກເຈົ້າ.

Uka jalj uñjjattʼäta Copia luraña




1 ຊາມູເອນ 10:18
7 Jak'a apnaqawi uñst'ayäwi  

ພວກເຂົາ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ຜູ້​ໄດ້​ນຳພາ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ກໍ​ເພື່ອ​ເຮົາ​ຈະ​ຢູ່​ທ່າມກາງ​ພວກເຂົາ. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.”


ເມື່ອ​ອອກ​ໄປ​ເຮັດ​ເສິກ​ໃນ​ດິນແດນ​ຂອງ​ພວກເຈົ້າ​ທີ່​ສັດຕູ​ເຂົ້າ​ມາ​ໂຈມຕີ ຈົ່ງ​ເປົ່າແກ​ນີ້​ເປັນ​ສັນຍານ​ສູ້ຮົບ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ລະນຶກ​ຄິດເຖິງ​ພວກເຈົ້າ ແລະ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ເຫຼົ່າ​ສັດຕູ​ທັງຫລາຍ.


ຢູ່​ຕໍ່ມາ ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ຈາກ​ເມືອງ​ກິນການ ໄປ​ທີ່​ເມືອງ​ໂບກິມ. ເທວະດາ​ຕົນ​ນີ້​ໄດ້​ກ່າວ​ແກ່​ຊາວ​ອິດສະຣາເອນ​ວ່າ, “ເຮົາ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ແລະ​ພາ​ພວກເຈົ້າ​ເຂົ້າ​ໄປ​ໃນ​ດິນແດນ ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຈົ້າ. ເຮົາ​ໄດ້​ບອກ​ພວກເຈົ້າ​ວ່າ ‘ເຮົາ​ຈະ​ບໍ່​ລຶບລ້າງ​ພັນທະສັນຍາ​ທີ່​ມີ​ໄວ້​ກັບ​ພວກເຈົ້າ​ຈັກເທື່ອ.


ເມື່ອ​ຢາໂຄບ​ແລະ​ຄອບຄົວ​ຂອງ​ເພິ່ນ​ໄດ້​ໄປ​ທີ່​ປະເທດ​ເອຢິບ ຊາວ​ເອຢິບ​ໄດ້​ຂົ່ມເຫັງ​ພວກເພິ່ນ. ຝ່າຍ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ກໍໄດ້​ຮ້ອງ​ຂໍ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ ແລະ​ພຣະເຈົ້າຢາເວ​ໄດ້​ສົ່ງ​ໂມເຊ​ແລະ​ອາໂຣນ​ໃຫ້​ນຳພາ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ຈົນ​ພວກເຂົາ​ໄດ້​ມາ​ຕັ້ງ​ຖິ່ນຖານ​ຢູ່​ໃນ​ດິນແດນ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka