Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 10:16 - ພຣະຄຳພີສັກສິ

16 ໂຊນ​ຕອບ​ວ່າ, “ເພິ່ນ​ໄດ້​ບອກ​ພວກຂ້ອຍ​ວ່າ ລໍ​ນັ້ນ​ໄດ້​ພົບແລ້ວ.” ສ່ວນ​ເລື່ອງ​ທີ່​ຊາມູເອນ​ບອກ​ວ່າ, ລາວ​ຈະ​ຂຶ້ນ​ເປັນ​ກະສັດ​ນັ້ນ ລາວ​ບໍ່ໄດ້​ບອກ​ໃຫ້​ລູງ​ຮູ້ຈັກ​ນຳ.

Uka jalj uñjjattʼäta Copia luraña




1 ຊາມູເອນ 10:16
9 Jak'a apnaqawi uñst'ayäwi  

ຫລັງຈາກ​ນັ້ນ ໂມເຊ​ໄດ້​ກັບຄືນ​ເມືອ​ຫາ​ເຢທະໂຣ​ພໍ່ເຖົ້າ​ຂອງຕົນ ແລະ​ໄດ້​ບອກ​ເພິ່ນ​ວ່າ, “ກະລຸນາ​ໃຫ້​ລູກ​ກັບ​ເມືອ​ຢ້ຽມຢາມ​ພີ່ນ້ອງ​ຢູ່​ໃນ​ປະເທດ​ເອຢິບ ເພື່ອ​ເບິ່ງ​ວ່າ​ພວກເຂົາ​ຍັງ​ມີ​ຊີວິດ​ຢູ່​ຫລື​ບໍ່.” ເຢທະໂຣ​ໄດ້​ອະນຸຍາດ​ໃຫ້​ໂມເຊ​ກັບ​ເມືອ ພ້ອມ​ທັງ​ອວຍພອນ​ໃຫ້​ລາວ​ກັບ​ໄປ​ໂດຍ​ດີ.


ຄົນມີ​ປັນຍາ​ເກັບກຳ​ຄວາມຮູ້​ຢ່າງ​ງຽບໆ​ສຳລັບ​ຕົນ, ແຕ່​ຄົນ​ອັບ​ປັນຍາ​ສະແດງ​ຄວາມ​ໂງ່ຈ້າ​ຂອງຕົນ​ອອກ​ມາ​ໃຫ້​ຮູ້.


ຄົນ​ໂງ່ຈ້າ​ເປັ່ງ​ຄວາມ​ໂມໂຫ​ອອກ​ມາ, ແຕ່​ວ່າ​ຄົນ​ທີ່​ຢັ້ງຄິດ​ກໍ​ທົນທານ​ແລະ​ອົດທົນ​ໄວ້​ໄດ້.


ເວລາ​ສຳລັບ​ຈີກ ແລະ​ເວລາ​ສຳລັບ​ຫຍິບ ເວລາ​ສຳລັບ​ມິດງຽບ ແລະ​ເວລາ​ສຳລັບ​ເວົ້າຈາ.


ໃນທັນໃດ ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ແຊມຊັນ​ມີ​ກຳລັງ​ຂຶ້ນ ລາວ​ຈຶ່ງ​ໃຊ້​ມື​ຈີກ​ສິງ​ໂຕ​ນັ້ນ​ເໝືອນ​ກັບ​ຈີກ​ແບ້​ໂຕ​ນ້ອຍໆ. ແຕ່​ແຊມຊັນ​ບໍ່ໄດ້​ບອກ​ສິ່ງ​ທີ່​ຕົນ​ໄດ້​ເຮັດ​ໃຫ້​ພໍ່​ແມ່​ຂອງຕົນ​ຮູ້ນຳ.


ລາວ​ບີບ​ເອົາ​ນໍ້າເຜິ້ງ​ໃສ່​ມື​ແລະ​ກິນ​ໄປ​ຕາມ​ທາງ. ເມື່ອ​ໄປ​ທັນ​ພໍ່​ແມ່​ແລ້ວ ລາວ​ຈຶ່ງ​ແບ່ງ​ນໍ້າເຜິ້ງ​ນັ້ນ​ໃຫ້​ພໍ່​ແມ່​ກິນ​ນຳ. ພວກເພິ່ນ​ກໍ​ກິນ, ແຕ່​ແຊມຊັນ​ບໍ່ໄດ້​ບອກ​ວ່າ ລາວ​ໄດ້​ນໍ້າເຜິ້ງ​ນັ້ນ​ມາ​ຈາກ​ຊາກ​ສິງ.


ລູງ​ຂອງ​ໂຊນ​ຖາມ​ວ່າ, “ເພິ່ນ​ບອກ​ພວກເຈົ້າ​ຫຍັງ​ແດ່?”


ສ່ວນ​ລໍ​ທີ່​ເສຍ​ໄປ​ນັ້ນ ຢ່າ​ຄິດ​ເປັນຫ່ວງ​ນຳ​ມັນ​ເລີຍ ເພາະ​ພວກເຂົາ​ໄດ້​ພົບ​ມັນ​ແລ້ວ. ແຕ່​ຜູ້​ທີ່​ປະຊາຊົນ​ອິດສະຣາເອນ​ຕ້ອງການ​ຫລາຍ​ທີ່ສຸດ ນັ້ນ​ແມ່ນ​ຕົວ​ເຈົ້າ​ເອງ​ແລະ​ຄອບຄົວ​ພໍ່​ແມ່​ຂອງ​ເຈົ້າ.”


ເມື່ອ​ມາ​ຮອດ​ແຄມ​ເມືອງ ຊາມູເອນ​ກໍ​ກ່າວ​ແກ່​ໂຊນ​ວ່າ, “ຈົ່ງ​ບອກ​ຄົນ​ຮັບໃຊ້​ໃຫ້​ໄປ​ກ່ອນ​ເຈົ້າ​ສາ.” ຄົນ​ຮັບໃຊ້​ຈຶ່ງ​ອອກ​ເດີນທາງ​ໄປ​ກ່ອນ. ຊາມູເອນ​ກ່າວ​ຕໍ່ໄປ​ວ່າ, “ຢຸດ​ຢູ່​ນີ້​ຈັກ​ໜ້ອຍ​ກ່ອນ​ເທາະ ແລ້ວ​ຂ້ອຍ​ຈະ​ບອກ​ເຈົ້າ​ຮູ້​ຖ້ອຍຄຳ​ຂອງ​ພຣະເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka