14 ຜູ້ເປັນລູງເຫັນໂຊນກັບຄົນຮັບໃຊ້ຂອງລາວ ຈຶ່ງຖາມວ່າ, “ພວກເຈົ້າພາກັນໄປໃສມາ?” ໂຊນຕອບວ່າ, “ໄປຊອກຫາລໍມາ ເມື່ອພວກຂ້ອຍບໍ່ພົບລໍຈຶ່ງໄປຫາຊາມູເອນ.”
ເມື່ອເກຮາຊິກັບເຂົ້າມາໃນເຮືອນແລະຢືນຢູ່ຕໍ່ໜ້ານາຍຂອງຕົນ ເອລີຊາຈຶ່ງຖາມລາວວ່າ, “ເຈົ້າມາແຕ່ໃສ?” ລາວຕອບວ່າ, “ໂອ ບໍ່ໄດ້ໄປໃສມາດອກ ທ່ານເອີຍ.”
ເມື່ອໂຊນເຊົາຟ້ອນແລະເຊົາຮ້ອງໂຮແລ້ວ ລາວກໍໄດ້ໄປທີ່ແທ່ນບູຊາຢູ່ເທິງເນີນພູ.
ລູງຂອງໂຊນຖາມວ່າ, “ເພິ່ນບອກພວກເຈົ້າຫຍັງແດ່?”
ເມຍຂອງກະສັດໂຊນຊື່ວ່າ ອາຮີໂນອາມລູກສາວຂອງອາຮີມາອາດ; ຜູ້ບັນຊາການກອງທັບແມ່ນຍາດຕິພີ່ນ້ອງຂອງເພິ່ນຊື່ວ່າ ອັບເນ; ລາວແມ່ນລູກຊາຍຂອງເນຣະຜູ້ເປັນລູງຂອງໂຊນ.