13 ເມື່ອໂຊນເຊົາຟ້ອນແລະເຊົາຮ້ອງໂຮແລ້ວ ລາວກໍໄດ້ໄປທີ່ແທ່ນບູຊາຢູ່ເທິງເນີນພູ.
ມີຊາຍຄົນໜຶ່ງທີ່ອາໄສຢູ່ໃນທີ່ນັ້ນຖາມວ່າ, “ຜູ້ທຳນວາຍຄົນອື່ນໆເດເປັນຈັ່ງໃດ? ພໍ່ຂອງພວກເຂົາເປັນຜູ້ໃດ?” ດັ່ງນັ້ນ ຈຶ່ງມີຄຳເວົ້າສືບຕໍ່ກັນມາວ່າ, “ໂຊນກາຍເປັນຜູ້ທຳນວາຍແລ້ວບໍ?”
ຜູ້ເປັນລູງເຫັນໂຊນກັບຄົນຮັບໃຊ້ຂອງລາວ ຈຶ່ງຖາມວ່າ, “ພວກເຈົ້າພາກັນໄປໃສມາ?” ໂຊນຕອບວ່າ, “ໄປຊອກຫາລໍມາ ເມື່ອພວກຂ້ອຍບໍ່ພົບລໍຈຶ່ງໄປຫາຊາມູເອນ.”