Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 10:12 - ພຣະຄຳພີສັກສິ

12 ມີ​ຊາຍ​ຄົນ​ໜຶ່ງ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ​ຖາມ​ວ່າ, “ຜູ້ທຳນວາຍ​ຄົນອື່ນໆ​ເດ​ເປັນ​ຈັ່ງ​ໃດ? ພໍ່​ຂອງ​ພວກເຂົາ​ເປັນ​ຜູ້ໃດ?” ດັ່ງນັ້ນ ຈຶ່ງ​ມີ​ຄຳ​ເວົ້າ​ສືບຕໍ່​ກັນ​ມາ​ວ່າ, “ໂຊນ​ກາຍເປັນ​ຜູ້ທຳນວາຍ​ແລ້ວ​ບໍ?”

Uka jalj uñjjattʼäta Copia luraña




1 ຊາມູເອນ 10:12
7 Jak'a apnaqawi uñst'ayäwi  

ສ່ວນ​ປະຊາຊົນ​ຂອງ​ເຈົ້າ​ເຮົາ​ຈະ​ສັ່ງສອນ​ພວກເຂົາ​ໂດຍ​ພຣະເຈົ້າຢາເວ ຈະ​ໃຫ້​ມີ​ສັນຕິສຸກ​ແລະ​ໃຫ້​ຈະເລີນ​ຮຸ່ງເຮືອງ​ດ້ວຍ.


ໃນ​ໜັງສື​ທຳນວາຍ​ມີ​ຄຳ​ຂຽນ​ໄວ້​ວ່າ, ‘ມະນຸດ​ທຸກຄົນ​ຈະ​ໄດ້​ຮັບ​ຄຳສັ່ງສອນ​ຈາກ​ພຣະເຈົ້າ’ ທຸກຄົນ​ທີ່​ໄດ້ຍິນ​ສຽງ​ພຣະບິດາ​ຂອງເຮົາ ແລະ​ໄດ້​ຮຽນຮູ້​ຈາກ​ພຣະອົງ​ກໍ​ມາ​ຫາ​ເຮົາ.


ພຣະເຢຊູເຈົ້າ​ຊົງ​ຕອບ​ພວກເຂົາ​ວ່າ, “ສິ່ງ​ທີ່​ເຮົາ​ສັ່ງສອນ​ບໍ່ແມ່ນ​ຂອງເຮົາ ແຕ່​ແມ່ນ​ຄຳສັ່ງສອນ​ຈາກ​ພຣະເຈົ້າ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ.


ຂອງ​ປະທານ​ອັນ​ດີ​ທຸກຢ່າງ ແລະ​ຂອງຂວັນ​ອັນ​ດີເລີດ​ທຸກຢ່າງ ຍ່ອມ​ມາ​ຈາກ​ທາງ​ເທິງ ແລະ​ລົງ​ມາ​ຈາກ​ພຣະບິດາເຈົ້າ​ແຫ່ງ​ບັນດາ​ດວງ​ສະຫວ່າງ. ໃນ​ພຣະບິດາເຈົ້າ​ນັ້ນ ບໍ່ມີ​ການ​ປ່ຽນແປງ ແລະ​ບໍ່ມີ​ເງົາ​ເນື່ອງ​ຈາກ​ການ​ຊົງ​ໝູນວຽນ.


ເມື່ອ​ໂຊນ​ເຊົາ​ຟ້ອນ​ແລະ​ເຊົາ​ຮ້ອງໂຮ​ແລ້ວ ລາວ​ກໍໄດ້​ໄປ​ທີ່​ແທ່ນບູຊາ​ຢູ່​ເທິງ​ເນີນພູ.


ໃນ​ຂະນະທີ່​ເພິ່ນ​ກຳລັງ​ເດີນທາງ​ໄປ​ນັ້ນ ວິນຍານ​ຂອງ​ພຣະເຈົ້າ​ເຂົ້າ​ຄວບຄຸມ​ເພິ່ນ​ຄືກັນ. ເພິ່ນ​ຈຶ່ງ​ຟ້ອນ​ແລະ​ໂຮຮ້ອງ​ໄປ​ສຸດ​ທາງ​ຈົນເຖິງ​ບ້ານ​ນາໂຢດ​ໃນ​ຣາມາ.


ເພິ່ນ​ແກ້​ເຄື່ອງນຸ່ງ​ອອກ, ຟ້ອນລຳ ແລະ​ຮ້ອງໂຮ​ຢູ່​ຕໍ່ໜ້າ​ຊາມູເອນ. ແລ້ວ​ເພິ່ນ​ກໍ​ນອນ​ເປືອຍກາຍ​ຢູ່​ຕະຫລອດ​ວັນ​ຕະຫລອດ​ຄືນ. (ຄົນ​ຈຶ່ງ​ເວົ້າ​ຊ່າລື​ກັນ​ໄປ​ວ່າ, “ໂຊນ​ໄດ້​ກາຍເປັນ​ຜູ້ທຳນວາຍ​ແລ້ວ​ຫລື​ນີ້?”)


Jiwasaru arktasipxañani:

Anuncios ukanaka


Anuncios ukanaka