Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 10:11 - ພຣະຄຳພີສັກສິ

11 ຜູ້ໃດ​ທີ່​ເຄີຍ​ຮູ້​ໂຊນ​ມາ​ກ່ອນ ເມື່ອ​ເຫັນ​ລາວ​ກຳລັງ​ເຮັດ​ຢ່າງ​ນັ້ນ​ຕ່າງ​ກໍ​ຖາມ​ກັນ​ວ່າ, “ມີ​ຫຍັງ​ເດ​ນໍ ທີ່​ເກີດຂຶ້ນ​ກັບ​ລູກຊາຍ​ຂອງ​ກີເຊ? ໂຊນ​ກາຍເປັນ​ຜູ້ທຳນວາຍ​ແລ້ວ​ບໍ?”

Uka jalj uñjjattʼäta Copia luraña




1 ຊາມູເອນ 10:11
10 Jak'a apnaqawi uñst'ayäwi  

ອາໂມດ​ຈຶ່ງ​ຕອບ​ວ່າ, “ຂ້ອຍ​ບໍ່ແມ່ນ​ຜູ້ທຳນວາຍ​ທີ່​ທຳນວາຍ​ຮັບຈ້າງ. ຂ້ອຍ​ເປັນ​ຄົນ​ລ້ຽງ​ສັດ ແລະ​ເປັນ​ຜູ້​ຮັກສາ​ຕົ້ນ​ໝາກເດື່ອເທດ.


ແຕ່​ພຣະເຈົ້າຢາເວ​ໄດ້​ໃຫ້​ຂ້ອຍ​ເຊົາ​ລ້ຽງ​ແກະ ຊຶ່ງ​ເປັນ​ອາຊີບ​ຂອງຂ້ອຍ ແລະ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ຂ້ອຍ​ມາ​ທຳນວາຍ​ຕໍ່​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ.


ພວກ​ເຈົ້າໜ້າທີ່​ຢິວ​ປະຫລາດ​ໃຈ​ຢ່າງ​ໃຫຍ່​ຈຶ່ງ​ເວົ້າ​ກັນ​ວ່າ, “ເຫດໃດ​ຄົນ​ນີ້​ຈຶ່ງ​ຮູ້​ກົດບັນຍັດ​ຫລາຍ​ແທ້ ທັງໆ​ທີ່​ລາວ​ບໍ່ເຄີຍ​ໄດ້​ຮໍ່າຮຽນ​ຈັກເທື່ອ?”


ຈຶ່ງ​ຈື່​ໄດ້​ວ່າ ລາວ​ເປັນ​ຄົນເປ້ຍ​ທີ່​ເຄີຍ​ນັ່ງ​ຂໍທານ​ທີ່​ປະຕູ​ງາມ ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ອັດສະຈັນ​ໃຈ ໃນ​ເຫດການ​ທີ່​ເກີດຂຶ້ນ​ກັບ​ຄົນ​ນີ້.


ບັນດາ​ສະມາຊິກ​ຂອງ​ສະພາ​ສູງສຸດ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ເມື່ອ​ເຫັນ​ເປໂຕ​ກັບ​ໂຢຮັນ​ມີ​ຄວາມ​ກ້າຫານ​ເຊັ່ນນີ້ ແລະ​ຮູ້​ວ່າ​ທ່ານ​ທັງສອງ​ເປັນ​ຄົນ​ສາມັນ​ທຳມະດາ ແລະ​ຂາດ​ການ​ສຶກສາ ພວກເຂົາ​ຮູ້​ວ່າ​ທ່ານ​ທັງສອງ​ເຄີຍ​ເປັນ​ຜູ້​ໃກ້ຊິດ​ກັບ​ພຣະເຢຊູເຈົ້າ.


ເມື່ອ​ຄົນ​ທັງຫລາຍ​ໄດ້ຍິນ​ໂຊໂລ​ກ່າວ ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ຖາມ​ວ່າ, “ບໍ່ແມ່ນ​ຄົນ​ນີ້​ບໍ ທີ່​ຂ້າ​ຄົນ​ຜູ້​ທີ່​ຮ້ອງ​ອອກ​ນາມຊື່​ພຣະເຢຊູເຈົ້າ ທີ່​ນະຄອນ​ເຢຣູຊາເລັມ? ລາວ​ມາ​ທີ່​ນີ້ ມີ​ເປົ້າໝາຍ​ເພື່ອ​ຈັບກຸມ​ຄົນ​ເຫຼົ່ານັ້ນ ແລະ​ນຳ​ກັບຄືນ​ໄປ​ຫາ​ບັນດາ​ຫົວໜ້າ​ປະໂຣຫິດ ບໍ່ແມ່ນ​ບໍ?”


ເພິ່ນ​ແກ້​ເຄື່ອງນຸ່ງ​ອອກ, ຟ້ອນລຳ ແລະ​ຮ້ອງໂຮ​ຢູ່​ຕໍ່ໜ້າ​ຊາມູເອນ. ແລ້ວ​ເພິ່ນ​ກໍ​ນອນ​ເປືອຍກາຍ​ຢູ່​ຕະຫລອດ​ວັນ​ຕະຫລອດ​ຄືນ. (ຄົນ​ຈຶ່ງ​ເວົ້າ​ຊ່າລື​ກັນ​ໄປ​ວ່າ, “ໂຊນ​ໄດ້​ກາຍເປັນ​ຜູ້ທຳນວາຍ​ແລ້ວ​ຫລື​ນີ້?”)


Jiwasaru arktasipxañani:

Anuncios ukanaka


Anuncios ukanaka