Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 10:10 - ພຣະຄຳພີສັກສິ

10 ເມື່ອ​ໂຊນ​ແລະ​ຄົນ​ຮັບໃຊ້​ຂອງ​ລາວ​ມາ​ຮອດ​ເມືອງ​ກີເບອາ ກໍ​ມີ​ຜູ້ທຳນວາຍ​ກຸ່ມ​ໜຶ່ງ​ມາ​ພົບ​ລາວ. ໃນ​ທັນໃດນັ້ນ ພຣະວິນຍານ​ຂອງ​ພຣະເຈົ້າ​ກໍ​ເຂົ້າ​ຄວບຄຸມ​ລາວ ແລະ​ນຳ​ລາວ​ໄປ​ພ້ອມ​ທັງ​ທຳນວາຍ​ຮ່ວມ​ກັບ​ພວກເຂົາ.

Uka jalj uñjjattʼäta Copia luraña




1 ຊາມູເອນ 10:10
7 Jak'a apnaqawi uñst'ayäwi  

ເມື່ອ​ມາ​ຮອດ​ເມືອງ​ເລຮີ ພວກ​ຟີລິດສະຕິນ​ກໍ​ແລ່ນ​ຮ້ອງໂຮ​ຫຸ້ມ​ມາ​ໃສ່​ແຊມຊັນ. ໃນ​ທັນໃດນັ້ນ ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ເຮັດ​ໃຫ້​ແຊມຊັນ​ມີ​ແຮງ ລາວ​ຈຶ່ງ​ຟຶດເຊືອກ​ທີ່​ມັດ​ແຂນ​ແລະ​ມື​ຂອງ​ລາວ​ນັ້ນ​ຂາດ​ເໝືອນກັບ​ວ່າ​ໄຟ​ໄໝ້​ເສັ້ນດ້າຍ.


ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ລົງ​ມາ​ຄວບຄຸມ​ລາວ ແລະ​ລາວ​ໄດ້​ກາຍເປັນ​ຜູ້ປົກຄອງ​ຊາດ​ອິດສະຣາເອນ. ໂອດນີເອນ​ໄດ້​ອອກ​ໄປ​ເຮັດ​ເສິກ ແລະ​ພຣະເຈົ້າຢາເວ​ໄດ້​ມອບ​ກະສັດ​ກູຊານ-ຣິຊາທາອິມ​ແຫ່ງ​ອາຣາມ​ໃຫ້​ຢູ່​ໃນ​ກຳມື​ຂອງ​ລາວ ແລະ​ມື​ຂອງ​ລາວ​ກໍ​ເອົາ​ຊະນະ​ຕໍ່​ກູຊານ-ຣິຊາທາອິມ.


ເມື່ອ​ໂຊນ​ໄດ້ຍິນ​ຂ່າວ​ນັ້ນ ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ເຂົ້າ​ຄວບຄຸມ​ລາວ ແລະ​ລາວ​ໃຈຮ້າຍ​ຂຶ້ນ.


ຊາມູເອນ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ດາວິດ​ຕໍ່ໜ້າ​ພວກອ້າຍໆ​ຂອງ​ລາວ. ໃນ​ທັນໃດນັ້ນ ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ກໍ​ຄວບຄຸມ​ດາວິດ ແລະ​ສະຖິດ​ຢູ່​ກັບ​ລາວ​ນັບ​ຕັ້ງແຕ່​ມື້​ນັ້ນ​ມາ ຊາມູເອນ​ກໍ​ກັບຄືນ​ເມືອ​ບ້ານເມືອງ​ຂອງ​ຕົນ​ທີ່​ຣາມາ.


ເຮົາ​ຈະ​ເລືອກ​ເອົາ​ປະໂຣຫິດ​ຜູ້ໜຶ່ງ​ທີ່​ສັດຊື່​ຕໍ່​ເຮົາ ແລະ​ເຮົາ​ຈະ​ໃຫ້​ລາວ​ເຮັດ​ທຸກໆ​ສິ່ງ​ທີ່​ເຮົາ​ຕ້ອງການ; ເຮົາ​ຈະ​ໃຫ້​ລາວ​ມີ​ເຊື້ອສາຍ​ເປັນ​ຜູ້​ບົວລະບັດ​ຮັບໃຊ້​ເຮົາ​ຕະຫລອດໄປ ຢູ່​ຕໍ່ໜ້າ​ກະສັດ​ທີ່​ເຮົາ​ເລືອກເອົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka