Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 1:8 - ພຣະຄຳພີສັກສິ

8 ເອນການາ​ຜູ້​ເປັນ​ຜົວ​ຈຶ່ງ​ຖາມ​ນາງ​ວ່າ, “ຮັນນາ​ເອີຍ ເປັນຫຍັງ​ນ້ອງ​ຈຶ່ງ​ຮ້ອງໄຫ້​ແລະ​ບໍ່​ກິນ​ຫຍັງ? ເປັນຫຍັງ​ນ້ອງ​ຈຶ່ງ​ໂສກເສົ້າ​ຢູ່​ເລື້ອຍໆ? ອ້າຍ​ບໍ່​ດີກວ່າ​ລູກ​ສິບ​ຄົນ​ສຳລັບ​ນ້ອງ​ຊັ້ນບໍ?”

Uka jalj uñjjattʼäta Copia luraña




1 ຊາມູເອນ 1:8
11 Jak'a apnaqawi uñst'ayäwi  

ຮາຊາເອນ​ຖາມ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ຮ້ອງໄຫ້?” ເອລີຊາ​ຕອບ​ວ່າ, “ເພາະ​ເຮົາ​ຮູ້​ວ່າ ທ່ານ​ຈະ​ເຮັດ​ສິ່ງ​ທີ່​ໂຫດຮ້າຍ​ຕໍ່​ປະຊາຊົນ​ອິດສະຣາເອນ ທ່ານ​ຈະ​ຈູດ​ປ້ອມ​ປ້ອງກັນ​ເມືອງ, ປະຫານ​ຊີວິດ​ຊາຍ​ສະກັນ, ຕົບຕີ​ເດັກນ້ອຍ​ໃຫ້​ເຖິງ​ຕາຍ ແລະ​ຜ່າ​ທ້ອງ​ພວກ​ແມ່ມານ.”


ໃນ​ຍາມ​ລຳບາກ​ເຊັ່ນ​ນີ້ ຂ້ອຍ​ຢາກ​ມີ​ເພື່ອນ​ທີ່​ສັດຊື່ ເຖິງ​ວ່າ​ຂ້ອຍ​ປະຖິ້ມ​ພຣະເຈົ້າ​ໄປ​ຫລື​ບໍ່​ກໍຕາມ.


ຂ້າແດ່​ພຣະເຈົ້າ ແລ້ວ​ຂ້ານ້ອຍ​ກໍ​ຈະ​ໄປ​ທີ່​ແທ່ນບູຊາ ເພາະ​ພຣະອົງ​ເປັນ​ບໍ່​ເກີດ​ແຫ່ງ​ຄວາມສຸກ​ອັນ​ໃຫຍ່. ຂ້ານ້ອຍ​ຈະ​ຈັບ​ກິດຕາ​ຂຶ້ນ​ດີດ ຮ້ອງເພງ​ຍ້ອງຍໍ​ສັນລະເສີນ ໂອ ພຣະເຈົ້າ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ.


ເຢຣູຊາເລັມ​ເອີຍ ເຈົ້າ​ນັ້ນ​ເປັນ​ດັ່ງ​ຍິງ​ເປັນ​ໝັນ ແຕ່​ບັດນີ້ ຈົ່ງ​ຮ້ອງລຳ​ທຳເພງ​ຍິນດີ​ກັນ​ເຖີດ ບັດນີ້ ເຈົ້າ​ຈະ​ມີ​ລູກ​ຕື່ມ​ຢ່າງ​ຫລວງຫລາຍ ລື່ນກວ່າ​ຍິງ​ຜູ້​ທີ່​ຜົວ​ບໍ່ເຄີຍ​ໜີປະ​ຈັກເທື່ອ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ອິດສະຣາເອນ​ເອີຍ ເຈົ້າ​ເປັນ​ຄື​ເມຍສາວ​ຜູ້ໜຶ່ງ ທີ່​ຖືກ​ຜົວ​ປະ​ແລະ​ອຸກອັ່ງ​ຄັ່ງໃຈ​ຈົນ​ສຸດຂີດ. ແຕ່​ພຣະເຈົ້າຢາເວ​ເອີ້ນ​ເຈົ້າ​ໃຫ້​ກັບຄືນ​ມາ ຈົ່ງ​ກັບ​ມາ​ຫາ​ພຣະອົງ​ຜູ້​ທີ່​ເວົ້າ​ກັບ​ເຈົ້າ​ວ່າ,


ເທວະດາ​ທັງສອງ​ໄດ້​ຖາມ​ນາງ​ມາຣີ​ວ່າ, “ນາງ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຮ້ອງໄຫ້?” ນາງ​ຕອບ​ວ່າ, “ເພາະ​ພວກເຂົາ​ໄດ້​ເອົາ​ພຣະສົບ​ຂອງ​ພຣະອົງເຈົ້າ​ຂອງ​ຂ້ານ້ອຍ​ໄປ​ແລ້ວ ແລະ​ຂ້ານ້ອຍ​ບໍ່​ຮູ້​ວ່າ​ພວກເຂົາ​ເອົາ​ໄປ​ໄວ້​ໃສ?”


ພຣະເຢຊູເຈົ້າ​ຈຶ່ງ​ຖາມ​ນາງ​ວ່າ, “ນາງ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຮ້ອງໄຫ້? ເຈົ້າ​ຊອກ​ຫາ​ຜູ້ໃດ?” ນາງ​ຄິດ​ວ່າ​ເປັນ​ຄົນ​ຮັກສາ​ສວນ ນາງ​ຈຶ່ງ​ຕອບ​ວ່າ, “ທ່ານເອີຍ ຖ້າ​ທ່ານ​ໄດ້​ເອົາ​ພຣະສົບ​ຂອງ​ເພິ່ນ​ໄປ ບອກ​ໃຫ້​ຂ້ານ້ອຍ​ຮູ້​ແດ່​ວ່າ ທ່ານ​ເອົາ​ໄປ​ໄວ້​ໃສ? ແລ້ວ​ຂ້ານ້ອຍ​ກໍ​ຈະ​ໄປ​ນຳ​ເອົາ​ພຣະສົບ​ຂອງ​ພຣະອົງ​ອອກ​ໄປ.”


ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຮົາ​ຮ້ອງຂໍ​ພວກເຈົ້າ​ຕື່ມ​ອີກ ຄື​ຈົ່ງ​ຕັກເຕືອນ​ຜູ້​ທີ່​ບໍ່​ຢູ່​ໃນ​ລະບຽບ, ຈົ່ງ​ໜູນໃຈ​ຜູ້​ທີ່​ນ້ອຍໃຈ, ຈົ່ງ​ຊ່ວຍເຫຼືອ​ຜູ້​ທີ່​ອ່ອນແຮງ ແລະ​ຈົ່ງ​ອົດທົນ​ຕໍ່​ທຸກໆ​ຄົນ.


ລູກໃພ້​ຂອງ​ເຈົ້າ​ຮັກ​ເຈົ້າ​ຫລາຍ ແລະ​ນາງ​ໄດ້​ປະຕິບັດ​ຕໍ່​ເຈົ້າ​ດີກວ່າ​ລູກຊາຍ​ເຈັດ​ຄົນ. ມາບັດນີ້ ນາງ​ຍັງ​ມີ​ຫລານຊາຍ​ໃຫ້​ເຈົ້າ​ອີກ ຜູ້​ທີ່​ຈະ​ນຳ​ເອົາ​ຊີວິດ​ໃໝ່​ມາ​ໃຫ້​ເຈົ້າ ແລະ​ຈະ​ໃຫ້​ຄວາມ​ຄຸ້ມຄອງ​ແກ່​ເຈົ້າ​ໃນ​ເວລາ​ເຈົ້າ​ເຖົ້າແກ່​ຊະຣາ.”


ເຫດການ​ເຊັ່ນນີ້​ເກີດຂຶ້ນ​ທຸກ​ປີ ເທື່ອໃດ​ທີ່​ພວກເຂົາ​ຂຶ້ນ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ ເທື່ອນັ້ນ​ເປນິນນາ​ກໍ​ເຮັດ​ໃຫ້​ຮັນນາ​ໂສກເສົ້າ​ເສຍໃຈ​ຢ່າງ​ຫລວງຫລາຍ ຈົນ​ນາງ​ຕ້ອງ​ຮ້ອງໄຫ້ ແລະ​ບໍ່​ກິນ​ຫຍັງ​ໝົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka